ກ່ຽວກັບກະຊວງແຮງງານ

        ໂດຍຢືດໝັ້ນທັດສະນະຂອງພັກທີ່ວ່າແຮງງານເປັນຜູ້ສ້າງປະຫວັດສາດ ແລະ ແຮງງານມີບົດບາດຕັດສິນການຄົງຕົວ ແລະ ການຂະຫຍາຍຕົວຂອງປະເທດຊາດ. ສະນັ້ນ, ນັບແຕ່ມື້ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ໃຫ້ຄວາມສໍາຄັນ ແລະ ກໍານົດທັດສະນະກ່ຽວກັບວຽກງານແຮງງານ ແລະສະຫວັດດີການສັງຄົມແຕ່ຫົວທີ ເຊິ່ງໄດ້ກາຍເປັນພື້ນຖານແນວຄິດທິດສະດີຂອງພັກ ແລະ ຖືກກໍານົດເຂົ້າໃນແນວທາງດຳເນີນງານຂອງພັກທັງໄດ້ຮັບການປັບປຸງບູລະນະໃນແຕ່ລະໄລຍະຢ່າງຕໍ່ເນື່ອງ ໂດຍສະແດງອອກໃນມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ເຊັ່ນ:
        ໃນໂຄງການດຳເນີນງານສະເພາະໜ້າ 12 ຂໍ້ ຂອງກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນລາວໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານແຮງງານ ແລະ ສະ ຫວັດດີການສັງຄົມທີ່ໄດ້ກໍານົດໄວ້ ໃນຂໍ້ 5 ວ່າ: "ປົວແປງຊີວິດການເປັນຢູ່ຂອງປະ ຊາຊົນທຸກຊັ້ນຄົນ; ຕໍ່ກັບກຳມະກອນຕ້ອງຮັບປະກັນໃຫ້ມີວຽກເຮັດງານທຳ ແລະຕ້ອງໄດ້ຮັບການດູແລເປັນຢ່າງດີ; ຕໍ່ຊາວຜູ້ອອກແຮງງານດ້ວຍມັນສະໝອງຕ້ອງມີການນຳໃຊ້ເຂົາເຈົ້າຢ່າງສົມກຽດ ແລະ ຊ່ວຍເຫລືອເຂົາເຈົ້າ ເພື່ອຂະຫຍາຍຄວາມຮູ້ຄວາມສາມາດ; ຕໍ່ຊາວໄຮ່-ນາຕ້ອງມີດິນໄຮ່ດິນນາເພື່ອຂະຫຍາຍກະສິກຳ ແລະ ມີຢູ່ມີກິນ; ຕໍ່ກັບນາຍທຶນອຸດສາຫະກຳ-ການຄ້າ ຕ້ອງມີການສົ່ງເສີມເຂົາເຈົ້າໃຫ້ດໍາເນີນການຜະລິດທຸລະກິດ ເພື່ອຂະຫຍາຍອຸດສາຫະກຳ ແລະ ການຄ້າ; ຕໍ່ກັບຜູ້ຊົງຄຸນວຸດ ທິທີ່ຮັກຊາດ, ເຈົ້າກົກເຈົ້າເຫລົ່າຕ້ອງມີນະໂຍບາຍອັນເໝາະສົມ" . ທັດສະນະພື້ນ ຖານຂອງໂຄງການດຳເນີນງານຂອງພັກຕໍ່ວຽກງານແຮງງານ ແລະ ສະຫວັດດີການສັງ ຄົມດັ່ງກ່າວ ໄດ້ກາຍເປັນນະໂຍບາຍພື້ນຖານໃຫ້ແກ່ການສືບຕໍ່ວາງນະໂຍບາຍດ້ານແຮງງານ ແລະ ສະຫວັດດີການສັງຄົມໃນກອງປະຊຸມໃຫຍ່ຂອງພັກຄັ້ງຕໍ່ໆມາ.
        ກອງປະຊຸມໃຫຍ່ຄັ້ງທີ II ຂອງສູນກາງພັກໄດ້ກຳນົດທິດນຳທີ່ເປັນພື້ນຖານໃນການຈັດຕັ້ງປະຕິບັດນະໂຍບາຍສັງຄົມໄວ້ວ່າ: "ອອກແຮງເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນເປັນປົກກະຕິ ແລະ ປົວແປງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງໃນທຸກດ້ານ...ເສີມຂະຫຍາຍສິດເປັນເຈົ້າລວມໝູ່ ຂອງປະຊາຊົນຜູ້ອອກແຮງງານ, ຈັດຕັ້ງການຜະລິດຄືນໃໝ່, ກໍ່ສ້າງລະບອບເປັນເຈົ້າລວມໝູ່ສັງຄົມນິຍົມ, ລົບລ້າງຄວາມທຸກຍາກຫລ້າ ຫລັງເປັນກ້າວໆ" .
        ໃນໄລຍະແຫ່ງການປົກປັກຮັກສາເອກະລາດແຫ່ງຊາດ ແລະ ຂ້າມຜ່ານກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວນັ້ນ, ພັກປະຊາຊົນປະຕິວັດລາວ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ກັບແນວທາງນະໂຍບາຍດ້ານສັງຄົມ ເຊິ່ງໄດ້ກຳນົດຢູ່ແນວທາງລວມ ຂອງບົດລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ III ບາງຕອນໄວ້ວ່າ: "ສ້າງຊີວິດອັນອີ່ມໜໍາສໍາລານ ແລະ ສົມບູນພູນສຸກ ເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນເຜົ່າຕ່າງໆ, ລົບລ້າງລະ ບອບຄົນຂຸດຮີດຄົນຕະຫລອດການ" . ຕໍ່ມາໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 (ສະໄໝທີ III) ໄດ້ຂຽນໄວ້ວ່າ: ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດໃຫ້ເປັນປົກກະຕິ. ອັນນີ້ສະແດງເຖິງຄວາມເປັນ ຫວ່ງເປັນໄຍຕໍ່ວຽກແຮງງານ ແລະ ສະຫວັດດີການສັງຄົມຢ່າງເປັນປະຈຳຂອງພັກແລະ ໄດ້ຊີ້ນຳໃຫ້ອົງການຂອງລັດອອກຂໍ້ກຳນົດ, ກົດລະບຽບ ເພື່ອຈັດຕັ້ງປະຕິບັດລະບອບນະໂຍບາຍ, ລະບອບປະກັນສັງຄົມໃຫ້ນັບມື້ດີຂຶ້ນ ໃຫ້ຄ່ອຍໆຕອບສະໜອງກັບຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງບັນດາເປົ້າໝາຍ.
        ນັບແຕ່ປີ 1986 ເປັນຕົ້ນມາ, ເປັນຊ່ວງໄລຍະແຫ່ງການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຂອງພັກ, ເຊິ່ງພັກເຮົາຍິ່ງໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຫລາຍຂຶ້ນກວ່າເກົ່າຕໍ່ວຽກງານແຮງງານ ແລະ ສະຫວັດດີການສັງຄົມ. ບົດລາຍງານການ ເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກໄດ້ກໍານົດໃນທິດທາງບາງຕອນວ່າ:"ເພື່ອແກ້ໄຂບັນຫາສັງຄົມກ່ອນອື່ນໝົດພວກເຮົາຕ້ອງສ້າງລະບົບນະໂຍບາຍສັງຄົມ ເຊັ່ນ:.. ນະໂຍບາຍເງິນເດືອນ ແລະ ບຳເນັດ, ນະໂຍບາຍຕໍ່ຜູ້ກິນເບ້ຍບຳນານ, ນະໂຍບາຍຕໍ່ທະຫານເສຍອົງຄະ, ນະໂຍບາຍຕໍ່ຄອບຄົວຜູ້ເສຍສະຫລະຊີວິດ ເພື່ອການປະຕິວັດ ແລະ ນະໂຍບາຍອື່ນໆ. ແຕ່ເຖິງຈະສ້າງລະບົບນະໂຍບາຍສັງຄົມ ອັນຄົບຖ້ວນປານ ໃດກໍຕາມ ມັນກໍບໍ່ທັນພໍເທື່ອ ສິ່ງສຳຄັນໄປກວ່ານັ້ນ ແມ່ນຕ້ອງປະຕິບັດລະບອບນະ ໂຍບາຍຕ່າງໆທີ່ໄດ້ປະກາດໃຊ້ໄປແລ້ວນັ້ນ ໃຫ້ເຕັມເມັດເຕັມໜ່ວຍ ທັງນີ້ກໍເພື່ອຮັບ ປະກັນຜົນປະໂຫຍດຂອງປະຊາຊົນ" .
        ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກເຮົາໄດ້ວາງຈຸດໝາຍຂອງການພັດ ທະນາສັງຄົມ ໄວ້ວ່າ: "ທຸກສິ່ງທຸກຢ່າງເພື່ອຄວາມສົມບູນພູນສຸກຂອງປະຊາຊົນບັນ ດາເຜົ່າ" . ມັນເປັນຈຸດໝາຍຂອງພາລະກິດສືບຕໍ່ສ້າງສາ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ. ເພື່ອບັນລຸຈຸໝາຍດັ່ງກ່າວໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ V ໄດ້ມີມະຕິວ່າ: "...ຕ້ອງອອກ ດຳລັດວ່າດ້ວຍລະບອບປະກັນສັງຄົມ,ປະຕິບັດນະໂຍບາຍອັນເໝາະສົມຕໍ່ພະນັກງານປະຕິວັດອາວຸໂສ, ພະນັກງານບຳນານ, ຜູ້ເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ; ເອົາໃຈໃສ່ຕໍ່ການສ້າງງານ, ການບໍລິການ ແລະ ການຄຸ້ມຄອງແຮງງານ, ດັດແປງກົດໝາຍແຮງງານ, ອອກຂໍ້ກໍານົດ ກົດລະບຽບກ່ຽວກັບແຮງງານ, ສ້າງຕັ້ງສູນບໍລິການ ແລະ ສູນຝຶກອົບຮົມແຮງງານຂຶ້ນ" .
        ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ ໄດ້ເນັ້ນວ່າ: " ວຽກງານສະຫວັດດີການສັງຄົມ ແລະ ແຮງງານເປັນວຽກໜຶ່ງ ທີ່ພັກ-ລັດຖືເປັນສຳຄັນ. ສະນັ້ນ, ຕ້ອງເພີ່ມ ຄວາມພະຍາຍາມຕື່ມອີກໃນການປະຕິບັດນະໂຍບາຍຕ່າງໆ ດ້ວຍການຈັດແບ່ງງົບປະ ມານຢ່າງເໝາະສົມ,ໃນສະເພາະໜ້ານີ້ ແມ່ນສືບຕໍ່ຄົ້ນຄວ້າ ແລະ ປັບປຸງລະບອບເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ໃຫ້ສົມເຫດສົມຜົນຕື່ມ ແນໃສ່ຊຸກຍູ້ຄວາມຫ້າວຫັນ, ປະດິດສ້າງ ແລະ ຄວາມຮັບຜິດຊອບຂອງລັດຖະກອນໃຫ້ສູງຂຶ້ນ, ພະຍາຍາມປະຕິບັດລະບອບປະກັນສັງຄົມສຳລັບລັດຖະກອນໃຫ້ດີກວ່າເກົ່າ,ອອກດໍາລັດກ່ຽວກັບການສ້າງຄັງປະກັນສັງຄົມສຳລັບຊາວຜູ້ອອກແຮງງານ
ໃນຮາກຖານການຜະລິດທຸລະກິດຂອງພາກສ່ວນເສດຖະກິດຕ່າງໆ. ປັບປຸງນະໂຍບາຍຕໍ່ນັກຮົບເກົ່າ, ຕໍ່ຜູ້ທີ່ອອກບຳນານ, ຕໍ່ຄອບຄົວຂອງຜູ້ທີ່ເສຍສະຫລະຊີວິດ ແລະ ມີຄຸນງາມ ຄວາມດີຕໍ່ການປະຕິວັດໃຫ້ເປັນເອກະພາບ ແລະ ຈັດຕັ້ງປະຕິບັດໃຫ້ທົ່ວເຖິງກວ່າເກົ່າ ດ້ວຍການສົມທົບລະຫວ່າງ ລັດ ກັບ ສັງຄົມ. ປັບປຸງວຽກງານສັງຄົມສົງເຄາະໃຫ້ດີຂຶ້ນຕື່ມ, ສ້າງກອງທຶນຊ່ວຍເຫລືອຜູ້ທີ່ດ້ອຍໂອກາດ, ເດັກກໍາພ້າ, ຄົນພິການ, ຜູ້ປ່ຽວພອຍ ແລະ ທຸກຍາກ. ດຳເນີນໂຄງການຝືກວິຊາຊີບ ແລະ ການຈັດຫາວຽກເຮັດງານທຳ ສຳ ລັບຊາວໜຸ່ມ ເພື່ອແກ້ໄຂບັນຫາການວ່າງງານ; ເອົາໃຈໃສ່ຍົກລະດັບຄວາມສາມາດ ແລະ ພັດທະນາສີມືແຮງງານຂອງນາຍຊ່າງ ແລະ ກຳມະກອນ ຕິດພັນກັບການເຊີດຊູລະບຽບວິໄນ, ເພີ່ມການກວດກາການປະຕິບັດກົດໝາຍແຮງງານ ແລະ ການຄຸ້ມຄອງແຮງງານພາຍໃນ ແລະ ແຮງງານທີ່ມາຈາກຕ່າງປະ ເທດ" .
        ບົດລາຍງານການເມືອງໃນກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກປະຊາຊົນ ປະຕິວັດລາວ ກຳນົດບາງຕອນໄວ້ວ່າ: " ຕ້ອງສ້າງໂອກາດການມີວຽກເຮັດງານທຳໃນສັງຄົມໃຫ້ຫລາຍຂຶ້ນເພື່ອແກ້ໄຂບັນຫາການວ່າງງານ, ສົ່ງເສີມການປະກອບອາຊີບ ເພື່ອເພີ່ມລາຍໄດ້ຕົວຈິງຂອງ ຜູ້ຢູ່ຕົວເມືອງ ແລະ ຊົນນະບົດ. ໃນຊຸມປີຕໍ່ໜ້ານີ້ ຕ້ອງມີນະໂຍບາຍ ສົ່ງເສີມການກະຈາຍໂຮງງານໄປສູ່ເຂດທີ່ມີແຫລ່ງວັດຖຸດີບ ແລະ ແຮງງານຫລາຍ ແນໃສ່ນຳໃຊ້ແຫລ່ງຊັບພະຍາກອນ ແລະ ກໍາລັງແຮງງານຢ່າງມີປະສິດ ທິພາບ, ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດລົງທຶນເຂົ້າໃສ່ການພັດທະນາສີມືແຮງງານ ແລະຝືກອົບຮົມວິຊາຊີບໃຫ້ແກ່ຜູ້ອອກແຮງງານ ກ່ອນອື່ນແມ່ນຊາວໜຸ່ມ. ພ້ອມ ກັນນັ້ນ, ກໍປັບປຸງກົດໝາຍ, ຂໍ້ກໍານົດລະບຽບຕ່າງໆກ່ຽວກັບການຄຸ້ມຄອງ-ນຳໃຊ້ແຮງງານພາຍໃນ ແລະ ຕ່າງປະເທດ. ບູລະນະ ແລະ ຈັດຕັ້ງປະຕິບັດນະໂຍບາຍສະຫວັດ ດີການສັງຄົມ ແລະ ວຽກງານສັງຄົມສົງເຄາະໃຫ້ຄົບຖ້ວນ ແລະ ສອດຄ່ອງກັບສະ ພາບທາງດ້ານເສດຖະກິດ-ສັງຄົມ. ສຶກສາອົບຮົມໃນຂະບວນການສະແດງຄວາມກະ ຕັນຍູຮູ້ບຸນຄຸນຕໍ່ຜູ້ມີຜົນງານຄວາມດີຕໍ່ການປະຕິວັດ,ວິລະຊົນແຫ່ງຊາດ, ນັກຮົບແຂ່ງ ຂັນ, ພະນັກງານບຳນານ, ນັກຮົບເກົ່າ, ຜູ້ເສຍອົງຄະ...ແລະ ເຂົ້າຮ່ວມການເຄື່ອນ ໄຫວເພື່ອສາທາລະນະປະໂຫຍດ ໃຫ້ນັບມື້ກວ້າງຂວາງ" .
        ທັດສະນະ ແລະ ຈຸດໝາຍການພັດທະນາຊັບພະຍາກອນມະນຸດ ແລະ ການປະຕິບັດນະໂຍບາຍສັງຄົມ ໃນບົດລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ໄດ້ກຳນົດວ່າ: "ໃນສະເພາະໜ້ານີ້, ພວກເຮົາຕ້ອງພັດທະນາຊັບພະຍາກອນມະນຸດໃຫ້ສອດຄ່ອງກັບຍຸດທະສາດແຫ່ງການພັດທະນາ ແລະ ໂຄງປະກອບເສດຖະ ກິດຂອງປະເທດ ກໍຄືຄວາມຮຽກ ຮ້ອງຕ້ອງການຂອງການເຊື່ອມໂຍງເຂົ້າກັບສາກົນ...ຕ້ອງກໍ່ສ້າງ ແລະ ຝືກອົບຮົມຍົກລະດັບສີ ມືຂອງກໍາມະກອນ, ນັກວິຊາການ, ນັກບໍລິຫານ, ນາຍຊ່າງ, ນັກຄຸ້ມຄອງ, ຜູ້ຈັດການ ແລະ ອື່ນໆ; ໄປຄຽງຄູ່ກັນນັ້ນ ກໍສົ່ງໄປສຶກສາຮໍ່າຮຽນ, ໄປເຮັດວຽກ, ໄປທັດສະນະສຶກສາ ແລະ ບໍາລຸງຍົກລະດັບຢູ່ຕ່າງ ປະເທດ...ພ້ອມດຽວກັນນີ້ ຕ້ອງສືບຕໍ່ປະຕິບັດນະໂຍບາຍສັງຄົມຕໍ່ຜູ້ມີຄຸນງາມຄວາມ ດີໃນພາລະກິດປະຕິວັດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ເໝາະສົມ ໄປຄຽງຄູ່ກັບການປຸກລະດົມຂະບວນການສະແດງຄວາມກະຕັນຍູຮູ້ບູນຄຸນໃນທົ່ວສັງຄົມ, ເຊິ່ງສະແດງອອກໃນການໂຄສະນາຊຸກຍູ້ການປະ ກອບສ່ວນຂອງບັນດາຊັ້ນຄົນ, ອົງການຈັດຕັ້ງສັງຄົມ - ວິຊາຊີບ, ບໍລິສັດ - ຫ້າງຮ້ານ ແລະ ບຸກຄົນເຂົ້າໃນກອງທຶນປະກັນສັງຄົມ, ກອງທຶນຊ່ວຍເຫລືອ ແລະ ສົງເຄາະເປົ້າໝາຍຈໍານວນໜຶ່ງ ເຊັ່ນ: ວິລະຊົນແຫ່ງຊາດ ແລະ ຄອບຄົວຂອງເຂົາເຈົ້າ, ຄອບຄົວຜູ້ທຸກຍາກ ປ່ຽວພອຍ ແລະ ອື່ນໆອີກ " .
        ກອງປະຊຸມໃຫຍ່ຄັ້ງທີ IX ພັກປະຊາຊົນປະຕິວັດລາວ ໄດ້ກຳນົດທັດນະກ່ຽວກັບວຽກແຮງງານ ແລະ ສະຫວັດດີການສັງຄົມໄວ້ວ່າ: " ສຸມໃສ່ພັດທະນາ ແລະ ສ້າງກຳລັງແຮງງານລາວໃຫ້ມີສີມື, ມີຄວາມຮູ້, ຄວາມສາມາດ, ຄວາມຊຳນານ, ມີທັດສະ ນະຄະຕິ ແລະ ລະບຽບວິໄນ, ມີວຽກເຮັດງານທຳທີ່ເໝາະສົມ; ເຮັດໃຫ້ຜູ້ອອກແຮງງານໄດ້ຮັບການປົກປ້ອງຄຸ້ມຄອງ ແລະ ໄດ້ຮັບສະຫວັດດີການທີ່ດີກວ່າເກົ່າ; ປະຕິບັດນະໂຍບາຍກະຕັນຍູຮູ້ບຸນຄຸນຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໃຫ້ທົ່ວເຖິງ; ໃຫ້ ຄວາມສໍາຄັນເປັນພິເສດຕໍ່ການປະຕິບັດລະບອບປະກັນສັງຄົມສໍາລັບຊາວຜູ້ອອກແຮງງານໃຫ້ທົ່ວເຖິງເປົ້າໝາຍຕ່າງໆ ໂດຍສ້າງກົນໄກລະບຽບການບໍລິຫານ ທີ່ມີປະສິດທິ ພາບ ແລະ ມີການເຂົ້າຮ່ວມຂອງຜູ້ອອກແຮງງານ ແລະ ຜູ້ປະກອບການຢ່າງເປັນເຈົ້າການ ແລະ ກວ້າງຂວາງ ເຊິ່ງຕ້ອງພັດທະນາ ແລະ ຂະຫຍາຍຂອບເຂດການປົກຄຸມປະກັນສັງຄົມ ແລະ ປະກັນສຸຂະພາບ ໃຫ້ກວມເອົາ 50% ຂອງພົນລະເມືອງໃນປີ 2015; ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມໃນການເບິ່ງແຍງຊ່ວຍເຫລືອຜູ້ດ້ອຍໂອ ກາດ ແລະ ຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ" . ນັ້ນແມ່ນທັດສະນະພື້ນຖານຂອງພັກກ່ຽວກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະໃໝ່.