06-12-2017, 12:26 605
ເບີໂທລະສັບ: +85621 2130 03/2227 77, Email: suthanu1974@gmail.com
ລມຕ ກະຊວງ ຮສສ ຕ້ອນຮັບຜູ້ແທນ ອົງການແຮງງານສາກົນ
24-08-2017, 12:16 452
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບ ທ່ານ ໂມະ ລິຊິໂອະ ບິວຊີ (Maurizio Bussi) ຫົວໜ້າຫ້ອງການອົງ ການແຮງງານສາກົນ ປະຈຳ ປະເທດໄທ, ກຳປູເຈຍ ແລະ ສປປ ລາວ ເຂົ້າຢ້ຽມຂ່ຳນັບອຳ ລາ ເມື່ອວັນທີ 21 ສິງຫານີ້ ທີ່ ກະຊວງດັ່ງກ່າວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ ເປັນຫົວໜ້າຫ້ອງການອົງການ ແຮງງານສາກົນ ປະຈຳລາວ. ໂອກາດດັ່ງກ່າວ ທ່ານລັດ ຖະມົນຕີ ໄດ້ສະແດງຄວາມຍິນ ດີຕ້ອນຮັບຊົມເຊີຍ ແລະ ຕີລາ ຄາສູງຕໍ່ ທ່ານ ໂມະອິຊິໂອະ ບິວຊີ ທີ່ສຳເລັດການປະຕິບັດ ໜ້າທີ່ເປັນຫົວໜ້າຫ້ອງການອົງ ການແຮງງານສາກົນ ປະຈຳ ລາວ ຊຶ່ງຕະຫຼອດໃນໄລຍະ ການປະຕິບັດໜ້າທີ່ດັ່ງກ່າວ ທ່ານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ສ້າງເງື່ອນໄຂສະດວກ ຫຼາຍດ້ານໃຫ້ແກ່ການຊ່ວຍ ເຫຼືອ ແລະ ການຮ່ວມມືທີ່ດີ ລະຫວ່າງກະຊວງ ຮສສ ກັບ ອົງການແຮງງານສາກົນ ປະ ຈຳລາວ ໂດຍສະເພາະອົງການ ດັ່ງກ່າວ ໄດ້ໃຫ້ທຶນສະໜັບສະ ໜູນຫຼາຍໂຄງການໃນວຽກ ງານແຮງງານຂອງ ສປປ ລາວ, ທ່ານລັດຖະມົນຕີຍັງໄດ້ອວຍ ພອນໃຫ້ຫົວໜ້າຫ້ອງການ ອົງການແຮງງານສາກົນ ປະຈຳ ລາວ ຈົ່ງປະສົບຜົນສຳເລັດໃນ ໜ້າທີ່ໃໝ່ ແລະ ເດີນທາງກັບ ຄືນປະເທດດ້ວຍຄວາມສະ ຫວັດດີພາບ. ຫົວໜ້າຫ້ອງການອົງການ ແຮງງານສາກົນ ປະຈຳລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກໍຄື ທຸກອົງ ການຈັດຕັ້ງຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສ້າງ ເງື່ອນໄຂອຳນວຍຄວາມສະ ດວກທຸກຢ່າງອັນໄດ້ເຮັດໃຫ້ ການມາປະຕິບັດໜ້າທີ່ດັ່ງກ່າວ ໄດ້ຮັບຜົນສຳເລັດ.
ໜັງສືພິມປະຊາຊົນ
ຂ່າວສານອື່ນໆ
- ເພີ່ມສູນຕ້ອນຮັບເຂົ້າເຮັກວຽກ ແລະ ສິ້ນສຸດການຈ້າງງານ ອີກ 1 ແຫ່ງ ຢູ່ແຂວງ ມຸກດາຫານ ປະເທດໄທ (09-04-2018, 12:03)
- ກອງປະຊຸມປຶກສາຫາລື ກ່ຽວກັບການໂອນວຽກປະກັນ ສຸຂະພາບ (05-04-2018, 10:01)
- ຈິນຕອບໂຕ້ ສົງຄາມການຄ້າກັບ ສະຫະລັດອາເມລິກາ ຢ່າງດຸເດືອດ ພ້ອມປະກາດຈະບໍ່ຖອຍ (05-04-2018, 09:49)
- ພະຍຸໝາກເຫັບຕົກຢ່າງໜັກໜ່ວງທີ່ເມືອງ ໄຊ ແຂວງ ອຸດົມໄຊ (05-04-2018, 08:52)
- ກອງປະຊຸມລະດັບຊາດ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການທົດລອງອາຊຽນ ສ້າງຄວາມເຂັ້ມແຂງໃນການສ້າງຕົວເມືອງອາຊຽນ (04-04-2018, 14:57)
- ໄຂຊຸດຝຶກອົບຮົມ ວຽກຄຸ້ມຄອງໄພພິບັດຂອງຄະນະຮັບຜິດຊອບ ຈຸດປະສານງານ ກະຊວງ, ອົງການ ແລະ ສູນກາງຊາວໜຸ່ມ (04-04-2018, 10:41)
- ລົມພາຍຸ ຖະຫລົ່ມ 3 ບ້ານເມືອງພຽງ ເຮືອນປະຊາຊົນ ເສຍຫາຍໜັກ (04-04-2018, 10:08)
- ລັດເຊຍຍິງຂີປະນາວຸດ ຊາຣມັດ ອິດຮອບຫລັງຄວາມຂັດແຍ້ງທາງດ້ານການທູດກັບສະຫະພາບເອີຣົບ-ສະຫະລັດ ອາດລຸກລາມສູ່ສົງຄາມໂລກ (04-04-2018, 09:51)
- ລາວ-ຫວຽດນາມ-ກຳປູເຈຍ ຮັບຮອງເອົາແຜນການເຊື່ອມຈອດທາງດ້ານເສດຖະກິດ (03-04-2018, 08:37)
- ງານມະຫາກຳແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IIl ພ້ອມແລ້ວ 100% (29-03-2018, 13:18)
- ຜູ້ນໍາເກົາຫຼີເໜືອຢ້ຽມຢາມນະຄອນຫຼວງປັກກີງ ເພື່ອພົບປະ ແລະ ປຶກສາຫາລືກັບຜູ້ນໍາຂອງຈີນ (28-03-2018, 10:35)
- ລັດຖະມົນຕີ ຮສສ ເຄື່ອນໄຫວຊີ້ນຳວຽກ ແຮງງານ ແລະ ສະຫວັດດີການສັງຄົມ 2ແຂວງ ຊຽງຂວາງ ແລະ ແຂວງຫົວພັນ (22-03-2018, 09:11)
- ທາບທາມ ຮ່າງກົດໝາຍ ວ່າດ້ວຍ ການປະກັນສຸຂະພາບ (21-03-2018, 14:20)
- ຮ່າງກົດໝາຍປະກັນສັງຄົມ ( ສະບັບປັບປຸງ ) (21-03-2018, 11:09)
- ສປປ ລາວ ໄດ້ຖືກຈັດຢູ່ໃນອັນດັບທີ 110 (ປະເທດທີ່ມີຄວາມສຸກທີ່ສຸດ) (20-03-2018, 12:07)