ຄວາມເປັນມາກ່ຽວກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ

 

ນັບແຕ່ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ໃຫ້ຄວາມສໍາຄັນ ແລະ ວາງແນວທາງນະ ໂຍບາຍກ່ຽວກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແຕ່ຫົວທີ ຈຶ່ງເຮັດໃຫ້ວຽກງານດັ່ງກ່າວຖືກຈັດຕັ້ງປະຕິບັດ ແລະ ເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບຂະບວນວິວັດແຫ່ງພາລະກິດການຕໍ່ສູ້ປະຕິວັດປົດປ່ອຍຊາດ ແລະ ການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນ ແປງໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

ໃນສະໄໝດໍາເນີນການປະຕິວັດຊາດປະຊາທິປະໄຕ, ວຽກງານແຮງງານ ແລະ ສະຫວັດດີການສັງ ຄົມເລີ່ມກໍ່ຕົວຂຶ້ນ ແຕ່ຍັງບໍ່ທັນເປັນລະບົບເທື່ອ, ຕົ້ນຕໍແມ່ນໄດ້ກໍານົດນະໂຍບາຍກ່ຽວກັບວຽກງານປະຊາສົງເຄາະ, ວຽກນະໂຍ ບາຍບຳນານ ແລະ ນັກຮົບເກົ່າເສຍອົງຄະ ເຊິ່ງມີໜ່ວຍງານຈັດຕັ້ງປະຕິບັດສັງກັດຢູ່ຄະນະຈັດຕັ້ງສູນກາງພັກ ເພື່ອເຮັດໜ້າທີ່ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໂດຍປະຕິບັດໜ້າທີ່ເບີກຈ່າຍເປັນວັດ ຖຸພັນ.

ໃນໄລຍະແຕ່ປີ 1975-1980: ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ວຽກງານແຮງງານ ແລະ ສະ ຫວັດດີການສືບຕໍ່ໄດ້ຮັບການປັບປຸງໃຫ້ເປັນລະບົບດີຂຶ້ນ ເປັນຕົ້ນ: ວຽກງານປະຊາສົງເຄາະ ຂຶ້ນກັບ ກະຊວງພາຍໃນເມື່ອກ່ອນ (ກະຊວງປ້ອງກັນຄວາມສະຫງົບ ໃນປັດຈຸບັນ) ເຮັດໜ້າທີ່ຄຸ້ມຄອງຈັດສົ່ງຜູ້ອົບພະຍົບທີ່ມີການເຄື່ອນຍ້າຍພາຍໃນ; ວຽກງານນະໂຍບາຍບຳນານ ຂຶ້ນກັບກະຊວງການເງິນ ເຮັດໜ້າທີ່ຄຸ້ມຄອງພະນັກງານບຳນານ; ວຽກງານນັກຮົບເກົ່າຂຶ້ນກັບກະຊວງປ້ອງກັນປະເທດ ເຮັດໜ້າທີ່ຄຸ້ມຄອງເບິ່ງແຍງພະນັກງານເສຍອົງຄະ ແລະ ວຽກງານແຮງງານເງິນເດືອນ ຂຶ້ນກັບຄະນະຈັດຕັ້ງແຮງງານ ແລະ ເງິນເດືອນ ໂດຍເຮັດໜ້າທີ່ຄົ້ນຄ້ວາ ປັບປຸງບັນຫາຄ່າແຮງງານ ແລະ ເງິນເດືອນ. ໃນເວລາຕໍ່ມາວຽກງານແຮງງານເງິນເດືອນໄດ້ໂອນໄປຂື້ນກັບຄະນະກຳມະການແຜນການແຫ່ງລັດ ແລະ ກະຊວງເສດຖະກິດແຜນການ ແລະ ການເງິນ.

ໃນໄລຍະແຕ່ປີ 1980-1988: ພາຍຫລັງກອງປະຊຸມໃຫຍ່ ຄັ້ງ​ທີ III ຂອງພັກ(27-30 ​ເມສາ 1982) ໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I[1], ສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ຕົກລົງລວມເອົາວຽກງານປະຊາສົງເຄາະ, ວຽກງານນະໂຍບາຍບຳນານ ແລະ ວຽກງານນັກຮົບເກົ່າ ມາສ້າງຕັ້ງເປັນຄະນະກຳມະການສະ ຫວັດດີການສັງຄົມ ແລະ ນັກຮົບເກົ່າແຫ່ງຊາດ ເພື່ອປະຕິບັດບົດບາດໃນການຄຸ້ມຄອງເບີ່ງແຍງດູແລ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານບຳນານ ແລະ ນັກຮົບເກົ່າທີ່ມາຈາກບັນດາກະຊວງອ້ອມຂ້າງຢ່າງລວມສູນ;​ ຮັບເອົາອົບພະ ຍົບ,​ ຈັດສັນທີ່ຢູ່ອາໄສ ແລະ ຊ່ວຍເຫລືອບັນເທົາທຸກຕໍ່ຜູ້ປະສົບໄພພິບັດຕ່າງໆ. ໃນປີ 1986,ໄດ້ເລີ່ມຈັດຕັ້ງປະຕິບັດນະໂຍບາຍປະກັນສັງຄົມຕໍ່ພະນັກງານ, ນັກຮົບ, ກຳມະກອນ, ຜູ້ເສຍອົງຄະ ແລະ ຜູ້ເສຍສະຫລະຊີວິດ, ນະໂຍບາຍຕໍ່ພະນັກງານບຳນານ ແລະ ຜູ້ເສຍກຳລັງແຮງງານ.

 ໃນເບື້ອງຕົ້ນ,ໂຄງປະກອບການຈັດຕັ້ງຂອງຄະນະກໍາມະການສະຫວັດດີການສັງຄົມ ແລະ ນັກຮົບເກົ່າແຫ່ງຊາດ ປະກອບມີ ຫ້ອງການ ແລະ 4 ກົມ ຄື: ຫ້ອງການ, ກົມຈັດຕັ້ງ, ກົມນັກຮົບເກົ່າ, ກົມບໍານານ ແລະ ກົມສົງເຄາະ - ພັດທະນາ. ມີ ພະແນກສະຫວັດດີການສັງຄົມ ແລະ ນັກຮົບເກົ່າແຫ່ງຊາດ  ຢູ່ 14 ແຂວງ. ມີພະນັກງານ-ລັດຖະ ກອນທັງໝົດ 64 ຄົນ. ໃນປີ 1985, ກົງຈັກການຈັດຕັ້ງຄະນະກຳມະການສະຫວັດດີການສັງຄົມ ແລະ ນັກຮົບເກົ່າແຫ່ງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ມາເປັນ 01 ຫ້ອງການ ແລະ 5 ກົມຄື: ຫ້ອງການ, ກົມຈັດຕັ້ງ, ກົມແຜນການ ແລະ ການເງິນ, ກົມນັກຮົບເກົ່າ, ກົມບຳນານ ແລະ ກົມສົງເຄາະ - ພັດທະນາ. ມີ ພະແນກສະຫວັດດີການສັງຄົມ ແລະ ນັກຮົບເກົ່າແຫ່ງຊາດ  ຢູ່ 17 ແຂວງ, ມີ ພະນັກງານ-ລັດຖະກອນ ຂັ້ນກະຊວງ 78 ຄົນ, ຍິງ 18 ຄົນ ແລະ ຂັ້ນທ້ອງຖິ່ນ ມີ 87 ຄົນ.

ໃນໄລຍະແຕ່ປີ 1988-1992: ໃນປີ 1988, ສູນກາງພັກ-ລັດຖະບານເຫັນວ່າວຽກງານສະຫວັດດີການສັງ ຄົມເປັນວຽກງານໜຶ່ງທີ່ມີຄວາມຮັບຜິດຊອບ ຄ້າຍຄືກັນກັບວຽກງານສາທາລະນະສຸກ, ສະນັ້ນຈຶ່ງໄດ້ຫຍຸບຄະນະກຳ ມະການສະຫວັດດີການສັງຄົມ-ນັກຮົບເກົ່າ ໄປເຂົ້າກັບກະຊວງສາທາລະນະສຸກ ແລະ ໃສ່ຊື່ວ່າ: ກະຊວງສາທາລະນະສຸກ ແລະ ສະຫວັດດີການສັງຄົມ. ໃນປີ 1990, ຍ້ອນຄວາມຮຽກຮ້ອງຕ້ອງ ການຂອງສັງຄົມນັບມື້ສູງຂຶ້ນ, ສູນກາງພັກ-ລັດຖະບານ ຈິ່ງຕົກລົງແຍກວຽກສະຫວັດດີການສັງຄົມອອກຈາກະຊວງສາທາລະນະສຸກ ແລະ ສ້າງຕັ້ງກະຊວງສະຫວັດດີການສັງຄົມຂຶ້ນ.

ໃນປີ 1992 ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ສູນກາງພັກໄດ້ອອກມະ ຕິຕົກ ລົງ ເລກທີ 06/ກມສພ, ລົງວັນທີ 4/4/1992 ເພື່ອປັບປຸງບູລະນະໂຄງປະກອບກົງຈັກຂອງລັດຖະບານ ແລະ ການຊັບຊ້ອນວຽກງານຈໍານວນໜຶ່ງໃນບັນດາກະຊວງ ແລະ ອົງການອ້ອມຂ້າງສູນກາງ ເຊິ່ງໄດ້ໂອນກົມແຮງງານທີ່ຂຶ້ນກັບກະຊວງເສດຖະກິດແຜນການ ແລະ ການເງິນໃຫ້ຂຶ້ນກັບ ກະຊວງສະຫວັດດີການສັງຄົມ ແລະ ເອີ້ນວ່າ: }ກະຊວງແຮງງານ ແລະ ສະຫວັດດີການສັງຄົມ~ ໂດຍໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 04/ນຍ, ລົງວັນທີ 22/01/1993, ມີ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ແກ່​ລັດຖະບານ​ໃນ​ການຄຸ້ມຄອງບໍລິຫານລັດດ້ານ ວຽກງານແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ໃນຂອບເຂດທົ່ວປະເທດ. ການຈັດຕັ້ງປະກອບມີຫ້ອງການກະ ຊວງ, 6 ກົມວິຊາການ ຄື: ກົມຈັດຕັ້ງ ແລະ ກໍ່ສ້າງພະນັກງານ, ກົມແຮງງານ, ກົມເບ້ຍບຳນານ, ກົມນັກຮົບເກົ່າ ແລະ ກົມ ສັງຄົມແລະ ສົງ ເຄາະ ແລະ ກົມຄຸ້ມຄອງປະກັນສັງຄົມ.​ ທົ່ວຂະແໜງ ຮສສ ມີບຸກຄະລາກອນ ທັງໝົດ 102 ຄົນ, ໃນນັ້ນ, ຂັ້ນກະຊວງ 32 ຄົນ ແລະ ຂັ້ນແຂວງ 70 ຄົນ[2].

ປັດຈຸບັນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຄື່ອນ​ໄຫວ​ຕາມ​ດຳ​ລັດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ບັບ​ເລກ​ທີ 200/ນຍ, ລົງ​ວັນ​ທີ  30 ມີ​ຖຸ​ນາ 2017 ໂດຍ​ມີ​ພາ​ລະ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ລັດ​ຖະ​ບານ ໃນ​ການ​ຄຸ້ມ​ຄອງ​ມະ​ຫາ​ພາກ​ໃນ​ຂະ​ແໜງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ວຽກ​ງານ​ກາ​ແດງ​ລາວ ແລະ ວຽກ​ງານ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ ຢູ່ ສ​ປ​ປ ລາວ. ກົງ​ຈັກ​ຂອງ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມປະກອບ​ດ້ວຍ:

  1. ຫ້ອງ​ການ​ກະ​ຊວງ;
  2. ກົ​ມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ;
  3. ກົມ​ກວດ​ກາ;
  4. ກົມ​ແຜນ​ການ ແລະ ການ​ຮ່ວມ​ມື​ສາ​ກົນ;
  5. ກົມ​ພັດ​ທະ​ນາ​ສື​ມື​ແຮງ​ງານ ແລະ ຈັດ​ຫາ​ງານ;
  6. ກົມ​ຄຸ້ມ​ຄອງ​ແຮງ​ງານ;
  7. ກົມ​ປະ​ກັນ​ສັງ​ຄົມ;
  8. ກົມ​ສັງ​ຄົມ​ສົງ​ເຄາະ;
  9. ກົມ​ນະ​ໂຍ​ບາຍ​ຕໍ່​ຜູ້​ມີ​ຜົນ​ງານ, ພິ​ການ ແລະ ຜູ້​ອາ​ຍຸ​ສູງ;
  10. ສະ​ຖາ​ບັນ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ລາວ-ເກົາ​ຫລີ;
  11. ຫ້ອງ​ການກອງ​ທຶນ​ປະ​ກັນ​ສັງ​ຄົມ​ແຫ່ງ​ຊາດ;
  12. ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ.

ພ້ອມ​ກັນ​ນັ້ນ, ຍັງ​ມີ​ຫົວ​ໜ່ວຍ​ວິ​ຊາ​ການ​ລະ​ດັບ​ສອງ ເຊັ່ນ: ສູນ​ບໍ​ລິ​ການ​ຈັດ​ຫາ​ງານ ແລະ ສູນ​ອົງ​ຄະ​ທຽມ ແລະ ຟື້ນ​ຟູ​ສະ​ມັດ​ຕະ​ພາບ 686. ນອກ​ຈາກນັ້ນ, ຍັງ​ມີ​ອົງ​ການ​ກາ​ແດງ​ລາວ ທີ່​ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ຊຶ່ງ​ມີ​ດຳ​ລັດ​ກຳ​ນົດ​ໄວ້​ສະ​ເພາະ.

ສຳ​ລັບ​ກົງ​ຈັກ​ການ​ຈັດ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ ທີ່​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ດ້ານ​ວິ​ຊາ​ການ ຂອງ​ກະ​ຊວງແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມນັ້ນ, ຂັ້ນ​ແຂວງ: ມີ​ພະ​ແນກ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ແຂວງ ແລະ ນະ​ຄອນ​ຫລວງ; ນອກນັ້ນ ຍັງ​ມີ​ຫ້ອງ​ການ​ກາ​ແດງ​ແຂວງ​ ແລະ ນະ​ຄອນ​ຫລວງ; ສ່ວນ​ຂັ້ນ​ເມືອງ: ມີ​ຫ້ອງ​ການ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ເ​ມືອງ.                                                                     

 

[1] ຄະນະໂຄສະນາອົບຮົມສູນກາງພັກ (2011:210): ປະທານ​ໄກສອນ ພົມວິຫານ,ຍືນ​ຍົງ​ຄົງ​ຕົວ ​ໃນ​ພາລະກິດປະຕິວັດ​ອັນ​ຍິ່ງ​ໃຫຍ່ຂອງ​ປະຊາຊົນ​ລາວ​,ບັນດາ​ເຜົ່າຕະຫລອດ​ໄປ.

[2] ກົມຈັດຕັ້ງ-ພະນັກງານ, ກະຊວງ ຮສສ ( 2014:23): ບົດສະຫລຸບວຽກງານກົງຈັກ-ພະນັກງານ 20ປີ.