28-03-2023, 11:06 606
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະກອງປະຊຸມປິ່ນອ້ອມ ທີ່ປະເທດຟີລິບປິິນ ເປັນເຈົ້າພາບ.
11-08-2020, 13:05 7512
ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະກອງປະຊຸມປິ່ນອ້ອມ ທີ່ປະເທດຟີລິບປິິນ ເປັນເຈົ້າພາບ.
ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້ທີ່ກະຊວງແຮງງານແລະ ສະຫວັດດີກສນສັງຄົມ, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ແລະ ໃນນາມເປັນຫົວໜ້າຄະນະຜູ້ແທນ ຂອງ ລາວ. ໄດ້ເຂົ້າຮ່ວມກອງປະຊຸມ ທາງໄກ(Video conferencing) ຂອງກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ, ໂດຍການເປັນປະທານ ຂອງ ທ່ານ Ricardo B.JALAD ຫົວໜ້າກົມ, ຫົວໜ້າຫ້ງການຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ປະເທດຟີລິບປິິນ ແລະ ມີບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ເຂົ້າຮວ່ມ.
ກອງປະຊຸມຄະນະບໍລິຫານງານ ສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳໄພພິບັດອາຊຽນ ຄັ້ງທີ 12, ກອງປະຊຸມຄະນະກຳມະການຮ່ວມເພື່ອເສີມຂະຫຍາຍຂອບການຮ່ວມມືໃນການຊ່ວຍເຫຼືອດ້ານມະນຸດສະທຳ ຄັ້ງທີ 13, ກອງປະຊຸມ ໂດຍການເປັນປະທານຂອງ ຫົວໜ້າຫ້ອງການຄຸ້ມຄອງພົນລະເຮືອນ ຟີລິບປິິນ ພ້ອມກັນນີ້ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຍັງຈະໄດ້ເປີດກວ້າງກັບ ສປ ຈີນ, ຍີ່ປຸ່ນ ເຂົ້າຮ່ວມເພື່ອປຶກສາຫາລືຕໍ່ກັບຂອບແນວຄວາມຄິດ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ແລະ ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນ ບວກ ສປ ຈີນ ແລະ ບວກ ຍີ່ປຸ່ນ.
ກອງປະຊຸມດັ່ງກ່າວ, ຈະໄດ້ປຶກສາຫາລື ຫຼາຍບັນຫາທີ່ສຳຄັນ ໃນວຽກງານຄຸ້ມຄອງໄພພິບັດ ໂດຍສະເພາະແມ່ນ ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານສັນຍາອາຊຽນວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2016-2020, ພ້ອມທັງໃຫ້ບັນດາກຸ່ມແຜນງານ ໄດ້ນຳສະເໜີຜົນສຳເລັດ ແລະ ຂໍ້ຄົງຄ້າງບັນດາໜ້າວຽກບູລິມະສິດທີ່ຢູ່ໃນຄວາມຮັບຂອງແຕ່ລະກຸ່ມແຜນງານ ລວມທັງຮ່ວມກັນປຶກສາຫາລື ຕໍ່ກັບຮ່າງ ແຜນປະຕິບັດງານສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2021-2025; ກອງປະຊຸມຍັງຈະໄດ້ປຶກສາຫາລືຕໍ່ກັບ ຖະແຫຼ່ງການພິເສດສຸດຍອດອາຊຽນບວກສາມ ກ່ຽວກັບວຽກງານ ໂຄວິດ-19. ໃນກອງປະຊຸມຄະນະກຳມະການຮ່ວມເພື່ອເສີມຂະຫຍາຍຂອບການຮ່ວມມືໃນການຊ່ວຍເຫຼືອດ້ານມະນຸດສະທຳ ຄັ້ງທີ 13 ຈະໄດ້ຮ່ວມກັນປຶກສາຫາລື ວຽກຂອງແຕ່ລະເຈົ້າໜ້າທີ່ອາວຸໂສຂອງອາຊຽນ ທີ່ຕິດພັນກັບ ການຊ່ວຍເຫຼືອ ແລະ ຕອບໂຕ້ ດ້ານມະນຸດສະທຳໄພພິບັດ ເປັນຕົ້ນ ເຈົ້າໜ້າທີ່ອາສຸໂສອາຊຽນ, ເຈົ້າໜ້າທີ່ອາວຸໂສປ້ອງກັນປະທດອາຊຽນ, ເຈົ້າໜ້າທີ່ອາວຸໂສສາທາລະນະສຸອາຊຽນ, ເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມອາຊຽນ ເປັນຕົ້ນແມ່ນຄວາມຄືບໜ້າ ຜູ້ຕາງໜ້າຈາກພາກສ່ວນປ້ອງກັນປະເທດ ປະຈຳຢູ່ສູນ ອາຮາ ເຊັນເຕີ, ມາດຖານຂັ້ນຕອນປະຕິບັດງານ ການປະສານງານຂອງທີມແພດສຸກເສີນອາຊຽນ; ການຮັບຮອງເອົາຄູ່ມື ການປົກປ້ອງທາງສັງຄົມ ໄພພິບັດອາຊຽນ; ການສ້າງຄວາມເຂັ້ມແຂງຫຼາຍຂະແໜງການ ໃນວຽກງານການກຽມຄວາມພ້ອມ ແລະ ຕອບໂຕ້ພະຍາດລະບາດ ອາຊຽນ; ສ້າງຄວາມເຂັ້ມແຂງ ວຽກງານສຸຂະພາບຈິດ ແລະ ຈິດຕະວິທະຍາ ເພື່ອສະໜັບສະໜູນການຕອບໂຕ້ໄພພິບັດ; ພ້ອມກັນນີ້ ກອງປະຊຸມ ຄະນະບໍລິຫານງານສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳໄພພິບັດອາຊຽນ ຄັ້ງທີ 12 ກໍ່ຈະໄດ້ປຶກສາຫາລື ຕໍ່ກັບແຜນປະຕິບັດງານຂອງສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳອາຊຽນ 2021-2025 ເພື່ອໃຫ້ແທດເໝາະກັບແຜນງານສັນຍາອາຊຽນ, ລາຍງານການເງິນໃນການບໍລິຫານສູນ, ຜົນຂອງການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ຮັບຮອງສືບຕໍ່ການປະຕິບັດໜ້າທີ່ຂອງຫົວໜ້າສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳໄພພິບັດອາຊຽນ ອີກ 02 ສະໄໝ.
(ຂ່າວສານຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)