ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19.

14-05-2020, 15:14 2377

ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19.

IMG_3983

ໃນໂອກາດເຂົ້າຮວ່ມກອງປະຊຸມທາງໄກສະໄໝພິເສດ ຂອງ​ລັດຖະມົນຕີແຮງງານອາຊຽນກ່ຽວກັບ ການຮັບມືຈາກຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານວັນທີ 14 ພຶດສະພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານ (Video Conference), ທ່ານ ປອ ຄຳແພງ ໄຊສົມແແພງ ລັດຖະມົນກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ສະເໜີວ່າ: ໃນເງື່ອນໄຂ ທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ຮູ້ຈະສິ້ນສຸດຍາມໃດ, ບັນດປະເທດສະມາຊິກອາຊຽນ ທີ່ມີຜູ້ອອກແຮງງານລາວໄປເຮັດວຽກຢູ່ປະເທດສະມາຊິກໃດໜຶ່ງ ທີ່ຍັງຢູ່ ຫຼື ກັບຄືນປະເທດແລ້ວ, ຂໍໃຫ້ມີການປະຕິບັດນະໂຍບາຍການອຸດໜູນຕ່າງໆ ຕາມກົດໝາຍທີ່ກ່ຽວຂ້ອງຂອງປະເທດນັ້ນ. ພ້ອມກັນນັ້ນ,​ ສະເໜີອົງການແຮງງານສາກົນພິຈາລະນາແນະນຳດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານເຕັກນິກ ວິຊາການ ແລະ ແຫຼ່ງທຶນເພື່ອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ.

IMG_3976

ລັດຖະມົນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ:   ການລະບາດຂອງເຊື້ອພະຍາດໂຄວິດ19ນີ້, ເຮັດໃຫ້ມີຜົນກະທົບທີ່ມີຕໍ່ເສດຖະກິດ-ສັງຄົມ ພາຍໃນປະເທດກໍ່ມີຫຼາຍດ້ານ ເປັນຕົ້ນການປິດຫົວໜ່ວຍແຮງງານ/ຫົວໜ່ວຍທຸລະກິດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງທາງທຸລະກິດ ໂດຍເຮັດໃຫ້ແຮງງານຈຳນວນຫລາຍຕ້ອງໄດ້ພັກວຽກ,​ ມີຫຼາຍຫົວໜ່ວຍທຸລະກິດທີ່ມີຄວາມຈຳເປັນໃນການຫຼຸດຜ່ອນການຜະລິດກໍ່ມີຄວາມສ່ຽງໃນການຍົກເລີກສັນຍາແຮງງານ ມີຫຼາຍຫົວໜ່ວຍທຸລະກິດ ບໍ່ສາມາດຈ່າຍຄ່າແຮງງານ ໃຫ້ແຮງງານໄດ້ໃນເວລາທີ່ຍັງບໍ່ສາມາດດໍາເນີນກິດຈະການ ໂດຍສະເພາະແມ່ນຂະແໜງບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ ທີ່ມີຜົນກະທົບຫຼາຍ, ສໍາລັບຂະແໜງອຸດສາຫະກໍາຈໍານວນໜຶ່ງຍັງສາມາດຮັກສາແຮງງານໄວ້ ໂດຍການຫຼຸດຄ່າແຮງງານ ທີ່ເຄີຍໄດ້ຮັບປົກກະຕິລົງ. ພ້ອມກັນນັ້ນ,​ ແຮງງານລາວຈຳນວນ ໜຶ່ງແສນກວ່າຄົນໄດ້ເດີນທາງກັບຈາກຕ່າງປະເທດ ຊຶ່ງມີຜົນກະທົບຕໍ່ຄ່າແຮງງານ ແລະ ຊີວິດການເປັນຢູ່. ບັນຫານີ້ , ເປັນພຽງຜົນກະທົບໃນໄລຍະເບື້ອງຕົ້ນເທົ່ານັ້ນ, ຖ້າຫາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງແກ່ຍາວໄປຕື່ມ ຈະມີສິ່ງທ້າທາຍອັນໃຫ່ຍຫຼວງໃຫ້ແກ່ລັດຖະບານ ທີ່ຈະຕ້ອງໄດ້ຫາວິທີການແກ້ໄຂ ຊຶ່ງຕາມການຄາດຄະເນໃນເບື້ອງຕົ້ນເຫັນວ່າ ຜົນກະທົບຂອງພະຍາດໂຄວິດ-19 ໃນປັດຈຸບັນ  ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດ​ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25%.

ຂ່າວສານອື່ນໆ