ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ກອງປະຊຸມ ທາບທາມບຸກຄະລາກອນ ອົງຄະນະພັກ ກະຊວງ ຮສສ ຮອບທີ 1.

25-08-2020, 14:17 5367

ກອງປະຊຸມ ທາບທາມບຸກຄະລາກອນ ອົງຄະນະພັກ ກະຊວງ ຮສສ ຮອບທີ 1.

IMG_2313

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດ ກອງປະຊຸມປະກອບຄາໍເຫັນຕໍ່ ຮ່າງ ບົດລາຍງານການ ເມືອງ ແລະ ທາບທາມບຸກຄະ ລາກອນ ຄະນະພັກ ກະຊວງ ຮສສ ຮອບທີ 1 ເມື່ອວັນທີ 24 ສິງຫານີ້ ທີ່ນະຄອນຫຼວງວຽງ ຈັນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄາໍແພງ ໄຊສົມແພງ ເລຂາພັກກະຊວງ ,ລັດຖະມົນຕີ ກະຊວງ ຮສສ ຊຶ່ງມີບັນດາ ສະຫາຍ ຮອງເລຂາພັກກະຊວງ, ຄະນະພັກກະຊວງ, ພ້ອມດວ້ຍ ສະມະຊິກພັກກະຊວງ ອ້ອມ ຂ້າງກະຊວງເຂົ້າຮ່ວມ.

IMG_2290

IMG_2279

ຈຸດປະສົງຂອງກອງປະ ຊຸມຄັ້ງນີ້ ແມ່ນພ້ອມກັນປະກອບຄາໍເຫັນ ຕໍ່ຮ່າງ ບົດລາຍງານການເມືອງຂອງ ອົງຄະນະພັກກະຊວງແຮງງານ ່ ແລະ ສະຫວັດດີການສັງຄົມ ສະໄຫມທີ VI, ຮ່າງ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງ ທີ V ແລະ ທາບທາມບຸກຄະລາກອນ ຄະນະບໍລິຫານງານ ພັກກະຊວງ ຮສສ ສະໄຫມທີ VI ຮອບທີ 1.

IMG_2318

IMG_2351

IMG_2330

ແລະ ເປັນການ ກວດກາ, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການນໍາພາ ແລະ ຊີ້ນາໍການຈັດຕັ້ງຜັນຂະ ຫຍາຍ ແລະ ປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ, ແຜນພັດທະນາວຽກງານ ແຮງງານ ແລະ ສະຫວັດດີການ ສັງຄົມ ຄັ້ງທີ IV ສະໄຫມທີ V ແລະ ພ້ອມກັນເປັນເອກະພາບ ກັບບັນດາຄາດຫມາຍໃນ ຊຸມປີຕໍ່ຫນ້າໃຫ້ ມີຄວາມຊັດເຈນ,

IMG_2367

IMG_2371

IMG_2388

IMG_2378

IMG_2399

IMG_2407

ພ້ອມນັ້ນ ຍັງໄດ້ທາບທາມບຸກຄະລາ ກອນ ເຂົ້າໃນຄະນະບໍລິຫານງານ ພັກກະຊວງ ຮສສ ສະໄຫມທີ VI ຮອບທີ 1 ໃຫ້ຖືກຕາມມາດຖານ, ເງື່ອນໄຂ ເພື່ອນໍາພາຈັດຕັ້ງປະຕິບັດຫນ້າທີ່ການ ເມືອງໃນຊຸມປີຕໍ່ຫນ້າ./

( ຂ່າວສານຮສສ: ເພັດສະໄໝ)

 

ຂ່າວສານອື່ນໆ