ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ສືບຕໍ່ຈັດຕັ້ງປະຕິບັດ " ເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດຫນູນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕ່ທີ່ຕົກຄ້າງ ຢູ່ ສປປລາວ

04-07-2020, 14:15 2569

ສືບຕໍ່ຈັດຕັ້ງປະຕິບັດ " ເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດຫນູນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕ່ທີ່ຕົກຄ້າງ ຢູ່ ສປປລາວ

IMG_9269

ເພື່ອສືບຕໍ່ຈັດຕັ້ງປະຕິບັດ " ເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດຫນູນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕ່ທີ່ຕົກຄ້າງ ຢູ່ ສປປລາວ . ໃນວັນທີ 3 ກໍລະກົດ 2020ນີ້, ໄດ້ມີພິທີເຊັນບົດບັນທືກຂໍ້ຕົກລົງ ໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາ (ຄຊກລ) ແລະ ທ່ານ ນ. Sarah Bruinooge ( ຊາຣ່າ ບູຣນາກີ) ຜູ້ຕາງໜ້າອົງການ World Education , ເປັນກຽດເຂົ້າຮວ່ມ ຂອງ ທ່ານ Colin Crosby ອຸປະທູດສະຫະລັດອາມລິກາ ປະຈຳ ລາວ ແລະ ພ້ອມດວ້ມພາກສວ່ນກຽ່ວຂ້ອງເຂົ້າຮວ່ມ.

IMG_9260

ໂຄງການຈັດຕັ້ງປະຕິບັດຊວ່ຍເຫຼືອເງິນດັ່ງກ່າວ, ເປັນເວລາ 2 ປີ (ນັບແຕ່ປີ 2020-2012) ຈໍານວນ 100,000 ໂດລາ ສະຫະລັດ ໂດຍທຶນສະຫນັບສະຫນູນ ຈາກລັດຖະບານສະຫະລັດອາເມລິກາ, ເປົ້າໝາຍເງິນແມ່ນ ການຊ່ວຍເຫຼືອນີ້ ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ເຂົ້າເຖິງການປິ່ນປົວທາງດ້ານການແພດໃນເວລາເກີດອຸບັດຕິເຫດ ແລະ ໃນໄລຍະຍາວ, ການບໍລິການດ້ານທັນຕະແພດ, ອຸປະກອນເຄື່ອງຊ່ວຍ, ອັດຕາກິນໃຫ້ແກ່ຄົນເຈັບ ແລະ ຄອບຄົວຄົນເຈັບໃນ ເວລາປິ່ນປົວຢູ່ໂຮງຫມໍ, ປະກອບສ່ວນສໍາລັບພິທີທາງສາດສະຫນາ ຫຼື ປະກອບສ່ວນງານຊາປະນະກິດສົບ.

IMG_9219

ວຽກງານດັ່ງກ່າວ ແມ່ນໄດ້ດໍາເນີນວຽກງານຢູ່ໃນ ສປປ ລາວ ເລີ່ມແຕ່ປີ 1996 ເປັນຕົ້ນມາ ອົງການເວີລເອດຢູເຄຊັນ World Education ໄດ້ເຮັດວຽກເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ເພຶ່ອເສີມສ້າງຄວາມອາດສາມາດໃຫ້ລະບົບສາທາລະນະສຸກ ແລະ ການໃຫ້ຄວາມຮູ້ກ່ຽວກັບອັນຕະລາຍ ຈາກລະເບີດບໍ່ທັນແຕກ ໂດຍຜ່ານທີມງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ, ນັບແຕ່ປີ 2014-2017 ອົງການໄດ້ຊ່ວຍເຫຼືອຜູ້ລອດຊີວິດຈາກອຸບັດຕິເຫດ ລບຕ ຈໍານວນ 200 ຄົນ , ການຊ່ວຍເຫຼືອດ້ານຈິດຕະສັງຄົມ ແລະ ການຝຶກອົບຮົມວິຊາຊີບ, ໂດຍຜ່ານໂຄງການໃຫ້ຄວາມຮູ້ກ່ຽວກັບອັນຕະລາຍ ຈາກລະເບີດບໍ່ທັນແຕກ ປີ 2018-2021,

IMG_9229

ອົງການເວີລດເອດຢູເຄຊັ້ນ ກໍາລັງສະຫນັບສະຫນຸນລັດຖະບານລາວໃນການເຊື່ອມສານ ຫຼັກສູດການໃຫ້ຄວາມຮູ້ກ່ຽວກັບອັນຕະລາຍຈາກລະເບີດບໍ່ທັນແຕກເຂົ້າໃນຫຼັກສຸດແຫ່ງຊາດ, ສາມາດເຮັດໃຫ້ເດັກນ້ອຍຫຼາຍກວ່າ 500,000 ຄົນ ໄດ້ຮັບຄວາມຮູ້ກ່ຽວກັບຄວາມປອດໄພຈາກລະເບີດບໍ່ທັນແຕກ ແລະ ມາເຖິງປະຈຸບັນມີຜູ້ຖືກເຄາະຮ້າຍ ຈໍານວນ 1,058 ຄົນ ແລະ ຄອບຄົວຂອງພວກເຂົາໄດ້ຮັບການຊ່ວຍເຫຼືອຈາກເງິນທຶນດັ່ງກ່າວນີ້.

 ( ຂ່າວສານຮສສ: ເພັດສະໄໝ)

 

ຂ່າວສານອື່ນໆ