28-03-2023, 11:06 169
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ.
18-05-2020, 16:10 1785
ອົງການ KIOCA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ.
ວັນທີ 18 ພຶດສະພາ 2020ນີ້, ຢູ່ທີ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ ໄດ້ມີພິທີ ມອບ-ຮັບເຄື່ອງຊ່ວຍເຫລືອ ການແພດ ແລະ ເຄື່ອງບໍລິໂພກ ຈາກອົງການ KOICA ມອບໃຫ້ແກ່ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ, ຊຶ່ງເຄື່ອງທີ່ນຳມາຊ່ວຍເຫລືອດັ່ງກ່າວເຊັ່ນ: ຜ້າອັດປາກ-ອັດດັງ, ເຈວລ້າງມື , ເຄື່ອງວັດແທກອຸນະພູມ, ພ້ອມດວ້ຍອາຫານແຫ້ງເຊັ່ນ: ໝີ່, ປ໋ອງປາ ແລະ ນົມ ລວມມູນຄ່າທັງໝົດ 284 ລ້ານກວ່າກີບ . ເພື່ອຊວ່ຍເຫຼືອ ນ້ອງນັກຮຽນ ແລະ ຄູອາຈານ ໃນສະຖາບັນດັ່ງກ່າວ, ເຂົ້າໃນການປ້ອງກັນ ພະຍາດອັກເສບປອດ ສາຍພັນໃຫມ່ ຫລືໄວຣັດໂຄວິດ-19(COVID-19), ໂດຍເປັນກຽດເຂົ້າຮວ່ມຂອງ ທ່ານ ຊິນ ຊອງຊຸນ (Mr Shin Sung-Soon) ເອກອັກຄະຣັດສະທູດ ສ.ເກົາຫລີ ປະຈຳ ສປປ ລາວ . ກ່າວມອບໂດຍແມ່ນ ທ່ານ ຊັງ ຊູໂອ(Mr Sungsoo OH) ຜູ້ຕາງໜ້າອົງການ KOICA ປະຈຳ ລາວ ແລະ ມີຄຳເຫັນກ່າວຮັບໂດຍ ທ່ານ ປອ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ ພ້ອມຄະນະ ທັງສອງຝ່າຍເຂົ້າຮວ່ມ.
ໄດ້ຍົກໃຫ້ເຫັນຜົນກະທົບອັນຮ້າຍແຮງຂອງພະຍາດອັກເສບປອດສາຍພັນໃຫມ່ (COVID-19) ທີ່ກຳລັງແພ່ລະບາດເປັນວົງກວ້າງໃນທົ່ວໂລກ, ພ້ອມດຽວກັນນັ້ນຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມຍາດມາໄດ້ໃນການສະກັດກັ້ນ, ຢັບຢັ້ງ, ຈຳກັດພະຍາດທີ່ຮ້າຍແຮງດັ່ງກ່າວ, ຊຶ່ງຫວຽດນາມໄດ້ກາຍເປັນແວ່ນແຍງ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກບັນດາປະເທດໃນໂລກ.
ເຖິງແມ່ນວ່າຫວຽດນາມຍັງປະສົບກັບຄວາມຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ກໍ່ຕາມ, ແຕ່ຫວຽດນາມຍັງໄດ້ບິແບ່ງຊ່ວຍເຫລືອ ທັງວັດຖຸອຸປະກອນການແພດ ແລະ ບົດຮຽນ, ໃນການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ບັນດາປະເທດຊຶ່ງໃນນັ້ນມີ ສປປ ລາວ ຂອງພວກເຮົາ.
ໃນໂອກາດນີ້, ທ່ານ ປອ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງອົງການ KOICA ປະຈຳ ລາວ, ກໍຄື ລັດຖະບານ ສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອອຸປະກອນການແພດ ແລະ ເຄື່ອງບໍລິໂພກໃນຄັ້ງນີ້ ແລະ ໄດ້ຢືນຢັນວ່າອຸປະກອນການແພດ ແລະ ເຄື່ອງບໍລິໂພກ ທີ່ໄດ້ຮັບການຊ່ວຍ ເຫລືອຄັ້ງນີ້, ຈະນຳໄປແຈກຢາຍໃຫ້ກັບ ນ້ອງນັກຮຽນ ແລະ ຄູອາຈານ ໃນສະຖາບັນ ແລະ ພ້ອມທັງນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່ໃນສະຖານທີ່ການສືກສາ ໃຫ້ມີປະສິດທິຜົນສູງສຸດ.
( ຂ່າວສານ ຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)
- ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ. (09-06-2020, 15:37)