28-03-2023, 11:06 857
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ.
28-01-2020, 15:32 3327
ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ.
ກະຊວງແຮງການ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມວິຊາການແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2019 ຂຶ້ນວັນທີ 27-28 ມັງກອນ 2020 ທີ່ ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ໂດຍ ເປັນປະທານ ຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ມີບັນດາທ່ານຮອງລັດຖະມົນຕີ ຫົວ ໜ້າກົມ ຫົວໜ່ວຍວິຊາການ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ-ນະຄອນຫຼວງ ແລະ ພະນັກງານວິຊາການຫຼັກແຫຼ່ງ ບັນດາທ່ານຜູ້ຕາງໜ້າຂະແໜງການຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ກ່າວ່າ: ໃນປີ 2019 ຜ່ານມາ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ໄດ້ມີຜົນສຳເລັດຫຼາຍດ້ານໂດຍໄດ້ເພີ່ມທະວີໃນການປະຕິບັດບົດບາດດ້ານມະຫາພາກຢ່າງຕັ້ງໜ້າ ດ້ວຍການຄົ້ນຄ້ວາສ້າງກົດໝາຍ ແລະ ລະບຽບການຕ່າງໆ ພ້ອມທັງຕິດຕາມຊຸກຍູ້ຈັດຕັ້ງປະຕິບັດຢ່າງກ້ວາງຂວາງ ແລະ ມີຄວາມສັກສິດກ່ວາເກົ່າ ການຈັດ ຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນຫຼາຍດ້ານ ກໍມີຄວາມຄືບໜ້າດີຂຶ້ນ ເປັນຕົ້ນ ຕົວເລກການພັດທະນາສີມືແຮງງານ ການຈັດຫາວຽກເຮັດງານທຳ ການຄຸ້ມຄອງແຮງງານ ອັດຕາການຂະຫຍາຍປະກັນສັງຄົມ ນະໂຍບາຍສະແດງຄວາມກະຕັນຍູຕໍ່ຜູ້ມີຜົນງານ ວຽກສັງຄົມສົງເຄາະ ແລະ ໄພພີບັດ ວຽກເກັບກູ້ລະເບີດຕົກຄ້າງບໍ່ທັນແຕກ ແລະ ວຽກກາແດງ.
ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນຕາມທິດທາງ ແລະ ຄາດໝາຍສູ້ຊົນທີ່ໄດ້ກຳນົດໃນແຜນພັດທະນາວຽກແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2019 ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງຢ່າງຕັ້ງໜ້າ ພ້ອມກັນນັ້ນ ໄດ້ສໍາເລັດຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີກສັງຄົມ ປະຈຳປີ 2019 ຊຶ່ງເປັນເຄື່ອງມືໃຫ້ແກ່ບັນດາກົມ ຫົວໜ່ວຍວິຊາການ ພະແນກ ຮສສ ແຂວງ-ນະຄອນຫຼວງ ເພື່ອຈັດຕັ້ງປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານໃຫ້ມີປະສິດຕິຜົນ ແລະ ໄດ້ເອົາຕິດຕາມ ຊຸກຍູ້ຢ່າງໃກ້ຊິດຕິດແທດກັບການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການສັງຄົມທັງຢູ່ສູນກາງ ແລະ ທ້ອງຖິ່ນຢ່າງເລິກເຊິ່ງກ່ວາເກົ່າ ບັນດາຄະນະກົມ ຫົວໜ່ວຍວິຊາການ ພະແນກ ຮສສ ແຂວງ-ນະຄອນຫຼວງ ແລະ ພະນັກງານ-ລັດຖະກອນ ໄດ້ເພີ່ມທະວີສະຕິ ຄວາມຮັບຜິດຊອບ ແລະ ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການໃຫ້ມີຄວາມເຂັ້ມແຂງຂຶ້ນ ເປັນກຳລັງແຮງສັງລວມເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2019 ຢ່າງເປັນຂະບວນຟົດຟື້ນ ແລະ ກ້ວາງຂວາງກ່ວາເກົ່າ,
ທັງນີ້, ຍັງໄດ້ເອົາໃຈໃສ່ຕິດຕາມການດູ່ນດ່ຽງແຮງງານຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ອັດຕາສ່ວນໂຄງປະກອບກໍາລັງແຮງງານຂົງເຂດກະສິກໍາຫຼຸດລົງຈາກ 64,8% ໃນປີ 2018 ເປັນ 64,1% ໃນປີ 2019 ຂົງເຂດອຸດສະຫະກໍາ ແລະ ບໍ່ແຮ່ ເພີ່ມຈາກ 11,6% ໃນປີ 2018 ເປັນ 12% ໃນປີ 2019 ແລະ ຂົງເຂດການບໍລິການເພີ່ມຈາກ 23.6% ໃນປີ 2018 ເປັນ 23.7% ໃນປີ 2019 ປະສານສົມທົບກັບບັນດາຂະແໜງການຂອງລັດ ແລະ ເອກະຊົນໃນການເຝິກ ແລະ ພັດທະນາສີມືແຮງງານໃຫ້ແກ່ແຮງງານລາວໄດ້ທັງໝົດ 75.769 ຄົນ ຍິງ 33.709 ຄົນເທົ່າກັບ 48,83% ຂອງແຜນການປີ (155.183 ຄົນ) ໃນນີ້ ຂະແໜງກະສິກໍາ 19.063 ຄົນ ຍິງ 8.309 ຄົນ, ອຸດສາຫະກໍາ 19.332 ຄົນ ຍິງ 4.609 ຄົນ ແລະ ຂົງຂະແໜງບໍລິການ 37.370 ຄົນ ຍິງ 20.791 ຄົນ.
ກອງປະຊຸມວິຊາການແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2019 ຄັ້ງນີ້, ຍັງໄດ້ພ້ອມກັນຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກແຮງງານ ແລະ ສະຫວັດດີການສັງຄົມ ປີ 2019 ແລະ ທິດທາງແຜນການ ປີ 2020 ເປັນປີມ້ວນທ້າຍຂອງແຜນ 5 ປີ ຂອງຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ກຳລັງຄົ້ນຄ້ວາສ້າງຮ່າງແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ໄລຍະປີ 2021-2025 ລວມທັງການສະເໜີບົດວິຊາການຕ່າງໆ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ກ້ວາງຂວາງກ່ວາເກົ່າ ແລະ ວາງມາດຕະການຕ່າງໆ ໃນການ ຈັດຕັ້ງປະຕິບັດບັນດາຄາດໝາຍວຽກແຮງງານ ແລະ ສະຫວັດດີການສັງຄົມ ຕາມທີ່ໄດ້ກຳນົດໄວ້ ໃຫ້ມີປະສິດທິຜົນດີຂຶ້ນ.
( ຂ່າວສານຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)
- ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ. (09-06-2020, 15:37)