28-03-2023, 11:06 169
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ.
04-06-2020, 15:35 2038
ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ.
ເພື່ອເປັນການປະກອບສ່ວນຊວ່ຍເຫຼືອ, ແຈກຢາຍໃຫ້ກັບ ນັກຮຽນ, ນັກສຶກສາ ໃນໂຮງຮຽນ ກໍຄືສະຖາບັນການສຶກສາຕ່າງໆ, ເພຶ່ອປ້ອງກັນການລະບາດເຊື້ອພະຍາດໂຄວິດ-19. ໃນວັນທີ 4 ມິຖຸນາ 2020ນີ້, ທີ່ກະຊວງສຶກສາ ແລະ ກິລາ, ໄດ້ມີ ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອ ອຸປະກອນປ້ອງກັນເຊື້ອໂຄວິດ-19 ຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ກັບ ກະຊວງ ສຶກສາທິການ ແລະ ກິລາ ລວມມີ: ຜ້າອັດປາກ-ອັດດັງ ຈຳນວນ 500 ກັບ, ເຈວລ້າງມື ຈຳນວນ 240 ຂວດ ແລະ ສະບູ 50 ແພັກ, ລວມມູນຄ່າທັງໝົດ 31.000.000 ກີບ. ເພື່ອນຳໄປແຈກຢາຍໃຫ້ກັບໂຮງຮຽນ, ສະຖາບັນການສຶກສາຕ່າງໆ ທີ່ຍັງຂາດເຂີນ ໂດຍສະເພາະ ຢູ່ ຊົນນະບົດທີ່ຂາດເຂີນເຄື່ອງປ້ອງກັນດັ່ງກ່າວ, ໃນພິທີ ກ່າວມອບໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ກ່າວຮັບໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ.
ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ໃນວັນທີ 2 ມິຖຸນາ ນີ້, ກະຊວງ ສຶກສາທິການ ແລະ ກິລາ ໄດ້ມີການອະນຸຍາດເປີດການຮຽນການສອນຄືນ ພາຍຫລັງມີການລະບາດເຊື້ອໂຄວິດ-19, ຊຶ່ງເຫັນວ່າ: ມີຫລາຍໂຮງຮຽນທີ່ຢູ່ ຊົນນະບົດໄດ້ຂາດເຂີນອຸປະກອນປ້ອງກັນ, ເປັນຕົ້ນຜ້າອັດປາກ-ດັງ, ເຈວລ້າງມື ແລະ ອື່ນໆ, ສະນັ້ນ ເຄື່ອງຊ່ວຍເຫລືອຄັ້ງນີ້ ທາງກະຊວງ ພວກເຮົາ ກໍຈະໄດ້ນຳໄປແຈກຢາຍໃຫ້ກັບ ບັນດາໂຮງຮຽນຕ່າງໆ ເພື່ອເຮັດໃຫ້ການປ້ອງກັນເຊື້ອໂຄວິດ-19 ໄດ້ດີຂຶ້ນ ແລະ ດຳເນີນການຮຽນ-ການສອນ ໃຫ້ຈົບຕາມຫລັກສູດທີ່ວາງໄວ້.
( ຂ່າວສານ ຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)
- ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ. (09-06-2020, 15:37)