28-03-2023, 11:06 169
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ກອງປະຊຸມ ປຶກສາຫາລື ຈັດຫາງານໃຫ້ຜູ້ອອກແຮງງານລາວທີ່ໄດ້ຮັບກະທົບຈາກ ໂຄວິດ 19.
19-06-2020, 14:58 2257
ກອງປະຊຸມ ປຶກສາຫາລື ຈັດຫາງານໃຫ້ຜູ້ອອກແຮງງານລາວທີ່ໄດ້ຮັບກະທົບຈາກ ໂຄວິດ 19.
ກອງປະຊຸມໂດຍພາຍໃຕ້ການເປັນປະເທດຂອງ ປອ. ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ມີຮອງລັດຖະມົນຕີ, ຮອງປະທານສູນສະຫະພັນກຳມະ ບານລາວ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ປະທານ ສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ແລະ ພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມ
ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19)ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາກອນ ຢູ່ໃນໂລກ ເນື່ອງຈາກຫົວໜ່ວຍທຸລະກິດ ໄດ້ມີການໂຈະ ແລະ ປິດກິດຈະການ ຊຶ່ງເຮັດໃຫ້ຕ້ອງໄດ້ໂຈະການຈ້າງງານ ແລະ ຢຸດການຈ້າງງານຢ່າງຖາວອນ. ອີງຕາມການຄາດຄະເນຂອງອົງການແຮງງານສາກົນ ໃນທົ່ວໂລກ ຈະມີຜູ້ວ່າງງານເນື່ອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ສູງເຖິງ 25 ລ້ານຄົນ ຊຶ່ງຈະສູນເສຍລາຍຮັບປະມານ 34.000 ຕື້ ໂດລາສະຫະລັດ.
ສຳລັບ ສປປ ລາວ ແລ້ວ ຫົວໜ່ວຍແຮງງານ, ໂຄງການ ແລະ ໂຮງຈັກໂຮງງານຫຼາຍແຫ່ງກໍ່ມີການໂຈະ ແລະ ປິດກິດຈະການ ເຊັ່ນກັນ ຊຶ່ງຜູ້ອອກແຮງງານໃນລະບົບ, ນອກລະບົບ ລວມເຖິງຜູ້ປະກອບອາຊີບອິດສະຫຼະ ກໍ່ໄດ້ຮັບຜົນກະທົບຫຼາຍສົມຄວນ ຊຶ່ງຄາດຄະເນອັດຕາການວ່າງງານຈະເພີ່ມຂຶ້ນປະມານ 25 %. ເພື່ອແກ້ໄຂສະພາບການດັ່ງກ່າວນັ້ນ ລັດຖະບານ ກໍ່ໄດ້ຕັ້ງໜ່ວຍງານສະເພາະກິດຂັ້ນສູນກາງ, ຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງ ໂດຍປະກອບມີຂະແໜງການຕາງໆ ທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ວຍເຫຼືອຜູ້ອອກແຮງງານຢູ່ພາຍໃນ ແລະ ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ໃນສະເພາະໜ້າ ແລະ ຍາວນານ. ຊຶ່ງໄລຍະຜ່ານມາກໍ່ເຫັນວ່າ ກົມກອງທີ່ກ່ຽວຂ້ອງ ກໍ່ໄດ້ເອົາໃຈໃສ່ເປັນຢ່າງດີໃນການປະສານງານ ແລະ ພົວພັນກັບປະເທດຮັບ ໂດຍສະເພາະແມ່ນປະເທດໄທ ເພື່ອຕິດຕາມສະພາບທາງດ້ານນະໂຍ ບາຍຕໍ່ຜູ້ອອກແຮງງານເປັນໄລຍະ ແລະ ຮ່ວມກັບສູນບໍລິການຈັດຫາງານ, ບໍລິສັດຈັດຫາງານ ລວມທັງພະແນກແຮງງານ ແລະ ສະຫວັດດີກາສັງຄົມແຂວງ ແລະ ນະຄອນ ຫຼວງວຽງຈັນ ເພື່ອຕິດຕາມ ແລະ ໃຫ້ການຊ່ວຍເຫຼືອ ຜູ້ອອກແຮງງານທີ່ເດີນທາງກັບຈາກປະເທດໄທ ໃນດ້ານຕ່າງໆທີ່ຈຳເປັນ. ພ້ອມນີ້, ກໍ່ໄດ້ມີການຈັດກອງປະຊຸມໃນລະດັບວິຊາການກັບຂະແໜງການທີ່ກ່ຽວຂ້ອງເພື່ອປຶກສາຫາລື ແລະ ກຳນົດວິທີທາງໃນການຮ່ວມມື ເພື່ອໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຈາກປະເທດໄທ ແລະ ຜູ້ວ່າງງານຢູ່ພາຍໃນປະເທດ ເຂົ້າເຖິງການຈ້າງງານ.ສະນັ້ນເພື່ອເປັນການຊ່ວຍໃຫ້ຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ 19 ແລະ ຜູ້ອອກແຮງງານລາວທີ່ວ່າງງານ ພາຍໃນປະເທດ ເຂົ້າເຖິງການມີວຽກເຮັດງານທຳພາຍໃນປະເທດ ຕາມເງື່ອນໄຂ ແລະ ຄວາມຕ້ອງການຂອງຫົວໜ່ວຍແຮງງານ ພາຍໃນປະເທດ ລວມທັງການໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ເຫັນວ່າການມີສ່ວນຮ່ວມຂອງບັນດາກະຊວງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ.
ດັ່ງນັ້ນ, ກອງປະຊຸມໃນຄັ້ງນີ້ຈະໄດ້ປຶກສາຫາລື ເພື່ອສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການປະສານສົມທົບ ແລະ ຮ່ວມກັບບັນດາຫົວໜ່ວຍແຮງງານຢູ່ຕາມຂະແໜງການຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ ລວມທັງສະພາການຄ້າ ແລະ ອຸດສາຫາກຳແຫ່ງຊາດ ເພື່ອບັນຈຸຜູ້ຊອກຫາວຽກເຮັດງານທຳເຂົ້າໃສ່ຕຳແໜ່ງງານວ່າງທີ່ມີຢູ່ ແລະ ການໂຄສະນາປະຊາສໍາພັນໃຫ້ແຮງງານລາວ ສາມາດເຂົ້າເຖິງແຫຼ່ງຂໍ້ມູນຕ່າງໆ ແລະ ເຫັນໄດ້ຄວາມສໍາຄັນຂອງການເຮັດວຽກຢູ່ພາຍໃນປະເທດ.
( ຂ່າວສານຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)