ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່.

03-06-2020, 16:51 3113

ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່.


IMG_8449
ອີງຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອີງຕາມທິດປັບປຸງກົງຈັກການຈັດຕັ້ງຂອງລັດຖະບານເວົ້າລວມ,ກົງຈັກການຈັດຕັ້ງຂອງ ບັນດາກະຊວງ ໃຫ້ກະທັດຮັດ ສົມເຫດສົມຜົນ ແລະ ເຄື່ອນໄຫວຢ່າງມີປະສິດທິພາບສູງ ຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 03/ນຍ,ລົງວັນທີ 9 ກຸມພາ 2013 ວ່າດ້ວຍການປັບປຸງ ຄຸນນະພາບ ການເຄື່ອນໄຫວ ຂອງກົງຈັກການຈັດຕັ້ງ ແລະ ການບັນຈຸຊັບຊ້ອນລັດຖະກອນ. ບົນຈິດໃຈ, ຄະນະພັກ, ຄະນະນໍາ ກະຊວງ ຮສສ ແລະ ການເຫັນດີຂອງ ລັດຖະບານ ໃຫ້ໂຮມກົມປະກັນສັງຄົມ ແລະ ຫ້ອງການກອງທຶນ ປະກັນສັງຄົມແຫ່ງຊາດ ມາເປັນ ອົງການປະກັນສັງຄົມແຫ່ງຊາດ ຕາມດໍາລັດ ວ່າດ້ວຍການໂຮມກົມປະກັນສັງຄົມ ແລະ ຫ້ອງການກອງທຶນ ປະກັນສັງ ຄົມແຫ່ງຊາດ ສະບັບ ເລກທີ 303/ນຍ,ລົງວັນທີ 16 ຕຸລາ 2019.

IMG_8461
ສະນັ້ນໃນວັນທີ 3 ພຶກສະພາ 2020ນີ້, ຈຶ່ງໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດ ຄົນໃໝ່. ໂດຍການເປັນກຽດເຂົ້າຮວ່ມ ຂອງ ທ່ານ ປ.ອ ຄໍາແພງ ໄຊສົມແພງ ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ) ,ມີບັນດາ ຮອງລັດຖະມົນຕີ, ຫົວໜ້າກົມ, ພ້ອມດວ້ຍບັນດາສະມະຊິກພັກ-ພະນັງານກົມກຽ່ວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ສະຫາຍ ຄຳຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ-ພະນັງານ ໄດ້ຂື້ນອ່ານຜ່ານດຳລັດນາຍົກລັດຖະມົນຕີ ດໍາລັດ ວ່າດ້ວຍການໂຮມກົມປະກັນສັງຄົມ ແລະ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດມາເປັນ ອົງການປະກັນສັງຄົມແຫ່ງຊາດ ມີຖານະເທົ່າກົມສັງກັດໃນໂຄງປະກອບກົງຈັກຂອງກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 363/ນຍ ,ນະຄອນຫຼວງວຽງຈັນ, ວັນທີ່ 16/10/2019; ດຳລັດ ຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງ ຫົວຫນ້າອົງການປະກັນສັງຄົມແຫ່ງຊາດ ແລະ ແຕ່ງຕັ້ງ ທ່ານ ນ. ແກ້ວ ຈັນທະວີໄຊ ເປັນຫົວຫນ້າອົງການປະກັນສັງຄົມແຫ່ງຊາດ ແລະ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຮອງອົງການປະກັນສັງຄົມແຫ່ງຊາດ ຈຳນວນ 4 ທ່ານ ມີລາຍຊື່ດັ່ງນີ້:
1. ຕົກລົງແຕ່ງຕັ້ງ ທ່ານ ເພັດສະຫມອນ ສຸກທະວີພອນ ເປັນຮອງຫົວຫນ້າ ອປຊ;
2. ທ່ານ ບຸນຍອດ ຈັນທະວອນ ເປັນຮອງຫົວຫນ້າ ອປຊ;
3. ທ່ານ ນາງ ບົວຫອມ ພົມມະຈັນ ເປັນຮອງຫົວຫນ້າ ອປຊ ;
4. ທ່ານ ນາງ ວັນໄຊ ສຸວັນນະເມທີ ເປັນຮອງຫົວຫນ້າ ອປຊ.
ພ້ອມນີ້ຍັງໄດ້ອ່ານຜ່ານຂໍ້ຕົກລົງແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຈຳນວນໜຶ່ງໄປປະຈຳການຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢ່າງເມາະສົມ.

IMG_8389
ໃນໂອກາດ ທ່ານ ປ.ອ ຄໍາແພງ ໄຊສົມແພງ ເຂົ້າຮວ່ມພິທີໃນຄັ້ງນີ້ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ອົງການປະກັນສັງຄົມແຫ່ງຊາດ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ມີຄຳເຫັນຊີ້ນໍາຕື່ມບາງບັນຫາດັ່ງນີ້:
1. ດ້ານການເມືອງ-ແນວຄິດ :ໃຫ້ເອົາໃຈໃສ່ ແລະ ຖືສໍາຄັນວຽກງານສຶກສາອົບຮົມການເມືອງ ແລະ ນໍາພາແນວຄິດ ຂອງພະນັກງານ ອົງການປະກັນສັງຄົມແຫ່ງຊາດໃຫ້ມີຄວາມຫນັກແຫນ້ນ,ມີຄຸນສົມບັດສິນທໍາ ປະຕິວັດ,ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ,ມີຄວາມ ເຊື່ອຫມັ້ນ,ມີຫຼັກຫມັ້ນຈໍາແນກມິດ ແລະ ສັດຕູຢາງຈະແຈ້ງ,ບູນອຽນທຸ່ນທ່ຽງ ແລະ ມີຄວາມຮັບ ຜິດຊອບສູງຕໍ່ຫນ້າທີ່ວຽກງານທີ່ມອບຫມາຍ. - ສໍາລັບບັນດາສະຫາຍໃນຄະນະນໍາອົງການປະກັນສັງຄົມແຫ່ງຊາດ ໃຫ້ເພີ່ມທະວີຄວາມ ສາມັກຄີເປັນເອກະພາບ ພາຍໃນໃຫ້ເປັນປຶກແຜ່ນ ແຫນ້ນຫນາ,ເພາະວ່າມີແຕ່ຄວາມສາມັກຄີເປັນ ເອກະພາບກັນເທົ່ານັ້ນ, ຈື່ງເຮັດໃຫ້ບັນດາສະຫາຍມີກໍາລັງແຮງ ແລະ ສາມດເຮັດສໍາເລັດຫນ້າທີ່ ວຽກງານໄດ້, ຊື່ງກ່ອນອື່ນຫມົດແມ່ນ ຄວາມສາມັກຄີພາຍໃນຄະນະນໍາ ອົງການປະກັນສັງຄົມ ແຫ່ງຊາດ ເພື່ອເປັນຫຼັກແຫຼ່ງເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີຂອງທົ່ວອົງການປະ ກັນສັງຄົມແຫ່ງຊາດ; ຜູ້ທີ່ເປັນຫຼັກແຫຼ່ງໃນຄະນະນໍາຂອງອົງການປະກັນສັງຄົມແຫ່ງຊາດ ແມ່ນ ສະຫາຍຫົວຫນ້າອົງການນັ້ນເອງ. ຢາກເຮັດໄດ້ແນວນັ້ນ ບໍ່ມີທາງເລືອກອື່ນໃດ ນອກຈາກພ້ອມ ກັນປະຕິບັດຫຼັກການຕໍານິຕິຊົມຕົນເອງ ແລະ ຕໍານິຕິຊົມ ຊື່ງກັນແລະກັນ ດ້ວຍຄວາມຈິງໃຈ ບົນພື້ນຖານແນວທາງນະໂຍບາຍ,ລະບຽບຫຼັກການ ເພື່ອພ້ອມກັນເຮັດສໍາເລັດຫນ້າທີ່ ແລະ ເພື່ອ ພ້ອມກັນກ້າວຫນ້າ.

IMG_8395
2. ການປັບປຸງການຈັດຕັ້ງ : ໃຫ້ເອົາໃຈໃສ່ວຽກງານປັບປຸງ ແລະ ກໍ່ສ້າງການຈັດຕັ້ງພັກ ແລະ ການຈັດຕັ້ງຂອງອົງການ ປະກັນສັງຄົມແຫ່ງຊາດໃຫ້ນັບມື້ນັບເຕີບໃຫຍ່ ປອດໃສ ເຂັ້ມແຂງ ແລະ ຫນັກແຫນ້ນ ຕາມ 5 ເນື້ອໃນເຊັ່ນ: ດ້ານການເມືອງ, ດ້ານແນວຄິດ;ດ້ານການຈັດຕັ້ງ; ດ້ານແບບແຜນນໍາພາ-ເຮັດວຽກ ແລະ ດ້ານການນໍາພາປະຕິບັດຫນ້າທີ່ການເມືອງ. - ຊື່ງໃນມື້ນີ້, ພວກເຮົາໄດ້ປະກາດການຈັດຕັ້ງຂອງອົງການປະກັນສັງຄົມແຫ່ງຊາດ,ປະກາດ ການແຕ່ງຕັ້ງຫົວຫນ້າ ແລະ ຮອງຫົວຫນ້າອົງການປະກັນສັງຄົມແຫ່ງຊາດ, ໄດ້ປະກາດກຕານແຕ່ງ ຕັ້ງຂັ້ນຄະນະພະແນກ ຂອງອົງການປະກັນສັງຄົມແຫ່ງຊາດ, ສ່ວນຂັ້ນຂະແຫນງ ແມ່ນຈະສືບຕໍ່ ຄົ້ນຄ້ວາ,ສ່ວນພະນັກງານແມ່ນສືບຕໍ່ປະຕິບັດຫນ້າທີ່ຄືເກົ່າ.ນອກຈາກນັ້ນ,ພວກເຮົາຍັງໄດ້ປະ ກາດການຍົກຍ້າຍ ແລະ ແຕ່ງຕັ້ງຂັ້ນຄະນະພະແນກ ແລະ ວິຊາການຈໍານວນຫນື່ງໄປປະຈໍາ ການ ຢູ່ກົມອື່ນ ຕາມຄວາມເຫມາະສົມ.
3. ດ້ານແບບແຜນນໍາພາ :ໃຫ້ຖືສໍາຄັນ ແລະ ເອົາໃຈໃສ່ ໃນການເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາ ທິ ປະໄຕ,ເຮັດວຽກເປັນຫມູ່ຄະນະ ບຸກຄົນຮັບຜິດຊອບຕໍ່ຫມູ່ຄະນະ, ຂັ້ນລຸ່ມຂື້ນກັບຂັ້ນເທິງ,ສຽງ ສ່ວນນ້ອຍປະຕິບັດຕາມມະຕິສຽງສ່ວນຫຼາຍ,ເຮັດວຽກມີແຜນການ, ມີການຊຸກຍູ້ ຕິດຕາມ; ກວດກາ,ຕີລາຄາ, ປະເມີນຜົນ,ຖອດຖອນບົດຮຽນ ແລະ ສະຫຼຸບລາຍງານໃຫ້ຂັ້ນເທິງຢ່າງເປັນ ປົກກະຕິ.
4. ວຽກງານວິຊາສະເພາະ : ຍ້ອນວຽກງານປະກັນສັງຄົມ ເປັນວຽກງານຫນຶ່ງ ທີ່ມີຄວາມສໍາຄັນຕໍ່ຄົນໃນສັງຄົມ, ເປັນ ຫຼັກຄ້ໍາປະກັນພື້ນຖານດ້ານຄວາມຫມັ້ນຄົງຂອງຄົນໃນສັງຄົມ, ສ້າງຄວາມຫມັ້ນຄົງໃຫ້ແກ່ລັດປະ ຊາທິປະໄຕ ປະຊາຊົນ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເມືອງ ຂອງລະບອບປະຊາທິ ປະໄຕປະຊາຊົນ. ຖ້າລະບົບປະກັນສັງຄົມດີ ເຮັດໃຫ້ຄົນໃນສັງຄົມມີຄວາມຫມັ້ນໃຈ ແລະ ມີ ຄວາມອຸ່ນອຽນທຸ່ນທ່ຽງ ຕໍ່ການທໍາມາຫາກິນ ແລະ ການດໍາລົງຊີວິດ, ສ້າງໃຫ້ສັງຄົມມີຄວາມ ເຊື່ອຫມັ້ນ ແລະ ສະຫນັບສະຫນູນ ແນວທາງນະໂຍບາຍຂອງພັກ-ລັດ,ມີຄວາມເຊື່ອຫມັ້ນຕໍ່ການນໍາ ພາຂອງພັກ ແລະ ລັດຖະບານ,ເຊື່ອຫມັ້ນຕໍ່ລະບອບໃຫມ່ ລະບອບປະຊາທິປະໄຕ ປະຊາຊົນ. ດ້ວຍເຫດນັ້ນ,ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ ພັດທະນາວຽກງານປະກັນສັງຄົມ ໃຫ້ມີຄວາມເຂັ້ມ ແຂງ,ເປີດກ້ວາງລະບອບປະກັນສັງຄົມ ໃຫ້ກ້ວາງຂວາງ ແນໃສ່ເຮັດໃຫ້ຜູ້ອອກແຮງງານ ແລະ ປະຊາຊົນລາວ ບັນດາເຜົ່າ ສາມາດເຂົ້າເຖິງການບໍລິການປະກັນສັງຄົມໄດ້ຢ່າງກ້ວາງຂວາງ ແລະ ທົ່ວເຖິງ; ເອົາໃຈໃສ່ປັບປຸງລະບົບການອຸດຫນູນປະກັນສັງຄົມປະເພດຕ່າງໆ ໃຫ້ມີຄວາມເຂັ້ມ ແຂງ,ມີປະສິດທິພາບ ສາມາດສ້າງຄວາມເຂັ້ມແຂງ ແລະ ກຸ້ມຕົນເອງເທື່ອລະກ້າວ; ເພີ່ມທະວີ ພັດທະນາລະບອບປະກັນສັງຄົມ ເປັນທັນສະໄຫມ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ຄວາມຍືນຍົງ./

( ຂ່າວສານຮສສ: ເພັດສະໄໝ )

ຂ່າວສານອື່ນໆ