ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ສຳເລັດກອງປະຊຸມໃຫຍ່ຄັ້ງທີ V ໜ່ວຍພັກກົມກວດກາ ກະຊວງຮສສ.

22-06-2020, 15:37 1844

ສຳເລັດກອງປະຊຸມໃຫຍ່ຄັ້ງທີ V ໜ່ວຍພັກກົມກວດກາ ກະຊວງຮສສ.

IMG_8814

ກອງປະຊຸມໃຫຍ່ຄັ້ງທີ V ໜ່ວຍພັກກົມກວດກາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2020ນີ້, ທີ່ຫ້ອງປະຊຸມອົງການປະກັນສັງຄົມແຫ່ງຊາດ , ໂດຍເປັນກຽດເຂົ້າຮວ່ມ ຂອງ ສະຫາຍ ປອ ຄຳແພງ ໄຊສົມແພງ, ເລຂາຄະນະພັກກະຊວງ ຮສສ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ສາຍທອງ ອິດທິພົນ ເລຂາໜ່ວຍພັກກົມກວດກາ,  ມີບັນດາ ໜວ່ຍພັກອອ້ມຂ້າງ 9 ໜວ່ຍພັກ, ມີບັນດາ ສາມອົງການຈັດຕັ້ງມະຫາຊົນ, ສະມາຊິກພັກສົມບູນ ແລະ ສໍາຮອງຂອງໜ່ວຍພັກພາຍໃນກົມດັ່ງກ່າວ ເຂົ້າຮວ່ມຢ່າງພ້ອມພຽງ.

IMG_8753

ກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍພັກກົມກວດກາ, ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນເອກະພາບກັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະໜ່ວຍພັກຊຸດເກົ່າ, ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນຳ-ນຳພາ, ການຈັດຕັ້ງປະຕິບັດ, ມະຕິອົງຄະນະພັກກະຊວງ ແລະ ແຜນການລວມ ຂອງໜ່ວຍພັກໃນໄລຍະຜ່ານມາ.

ໃນກອງປະຊຸມ ຍັງໄດ້ແຕ່ງຕັ້ງບົ່ງໂຕຄັດເລືອກເອົາຄະນະພັກຊຸດໃໝ່ບົນພື້ນຖານ ຄວາມຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ແລະ ໄດ້ເລືອກເອົາ 3 ສະຫາຍ.

IMG_8765

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກກົມກວດກາ ໄດ້ເປັນເອກະສັນເລືອກເອົາ

  1. ສະຫາຍ ສາຍທອງ ອິດທິພົນ ເປັນເລຂາໜ່ວຍພັກ;
  2. ສະຫາຍ ຄຳແສນ ໄຊຍະວົງ ເປັນຮອງເລຂາໜ່ວຍພັກ ແລະ ປະທານກວດກາພັກ;
  3. ສະຫາຍ ນ. ໄກສອນ ອວ້ນຄຳປັນຍາ ເປັນກຳມະການພັກ.

ພ້ອມກັນນັ້ນ, ຍັງໄດ້ ເລືອກເອົາຜູ້ແທນສົມບູນເຂົ້້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງ ຄັ້ງທີ V ຈຳນວນ 6 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 1 ສະຫາຍ.

IMG_8786

ໃນກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ຄຳແພງ ໄຊສົມແພງ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳສະມາຊິກພັກ ແລະ ພະນັກງານລັດຖະກອນໃນການປະຕິບັດໜ້າທີ່ການເມືອງ ແລະ ໄດ້ມີຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ,ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນຂໍ້ຄົງຄ້າງ ແລະ ສະຫາຍກໍ່ໄດ້ໃຫ້ທິດຊີ້ນຳແຕ່ລະດ້ານໃນທາງສ້າງສັນ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍພັກກົມກວດກາ ໃຫ້ມີຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ.

IMG_8832

ພ້ອມ​ກັນ​ນັ້ນ, ສະຫາຍ ຍັງ​ຮຽນ​ຮ້ອງ​ມາ​ຍັງ​ສະມາຊິກ​ພັກ, ພະນັກງານ-ລັດຖະກອນ​ທຸກ​ຄົນ ຈົ່ງ​ເພີ່​ມທະວີຄວາມ​ສາມັກ​ຄື​ເປັນ​ປຶກ​ແຜ່ນ ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ ​ເພື່ອ​ພ້ອມ​ກັນ​ເຮັດ​ສໍາ​ເລັດ​ໜ້າ​ທີ່​ອັນ​ມີ​ກຽດສະຫງ່າ ​ທີ່​ອົງ​ຄະ​ນະພັກ​​ກະ​ຊວງ ໄດ້​ມອບ​ໝາຍ​.ໂດຍສະເພາະ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມນໍາພາ ການເມືອງ-ແນວຄິດ ໃຫ້ເປັນປົກກະຕິຕໍ່ເນື່ອງ, ເນື້ອໃນຕ້ອງເລິກເຊິ່ງ ແລະ ແທດກັບຕົວຈິງ, ພ້ອມທັງສືບຕໍ່ປັບປຸງການຈັດຕັ້ງ ແລະ ກໍ່ສ້າງ ພະນັກງານ ພາຍໃນກົມໃຫ້ມີຄວາມເຂັ້ມແຂງ, ມີສະຕິເຄົາລົບຕໍ່ລະບຽບວິໄນຂອງພັກ, ມີຄວາມ ສາມັກຄີເປັນເອກະພາບ, ມີທັດສະນະຫຼັກຫມັ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຈົງຮັກພັກດີຕໍ່ການນໍາພາຂອງພັກ;

IMG_8835

IMG_8842

ເພີ່ມທະວີຄວາມຮັບຜິດຊອບ ຕິດພັນກັບການຍົກສູງຄວາມສາມາດນໍາພາຊີ້ນໍາຂອງຄະນະຫນ່ວຍພັກຕໍ່ວຽກງານແນວຄິດ ໂດຍສະເພາະແມ່ນຄວາມສາມາດໃນການຄົ້ນຄວ້າ, ກໍາແຫນ້ນແຜນ ນະໂຍບາຍ, ມະຕິ, ຄໍາສັ່ງ ກ່ຽວຂ້ອງກັບລະບຽບຂອງພັກ, ກົດຫມາຍຂອງລັດ ແລະ ຫັນເປັນແຜນການ, ໂຄງການ, ພ້ອມທັງນໍາພາຈັດຕັ້ງປະຕິບັດໃຫ້ເກີດຜົນຕົວຈິງ;  ເອົາໃຈໃສ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ຕາມທິດວິທະຍາສາດ, ແທດຕົວຈິງ ແລະໂປ່ງໃສ ແນໃສ່ເຮັດໃຫ້ຫນ່ວຍພັກ ກໍ່ຄືແຕ່ລະສະຫາຍສະມາຊິກພັກ ສາມາດເສີມຂະຫຍາຍ ບົດບາດນໍາພາໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານທີ່ຕົນຮັບຜິດຊອບ ເພີ້ມສະຕິເຄົາລົບ ແລະ ປະ - ຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ ຢ່າງເຂັ້ມງວດ;

( ຂ່າວ ຮສສ: ເພັດສະໄໝ )

ຂ່າວສານອື່ນໆ