28-03-2023, 11:06 857
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ
21-05-2020, 14:10 2324
ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ.
ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກໃນກອງປະຊຸມການຈັດຫາງານ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງເຊື້ອພະຍາດ ໄວຣັດ ໂຄວິດ -19 ທີ່ຈັດຂື້ນໃນວັນທີ 20 ພຶດສະພານີ້ ໂດຍການເປັນປະທານຂອງທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕີລາຄາວ່າ໊: ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID 19) ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ກັບການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ ຂອງຜູ້ອອກແຮງງານ ຢູ່ ສປປ ລາວ ເນື່ອງຈາກຫົວໜ່ວຍແຮງງານ, ໂຄງການ ແລະ ໂຮງຈັກໂຮງງານຫຼາຍແຫ່ງກໍ່ມີການໂຈະ ແລະ ປິດກິດຈະການ ໂດຍສົ່ງຜົນເຮັດໃຫ້ ຜູ້ອອກແຮງງານໃນລະບົບ, ນອກລະບົບ ລວມເຖິງຜູ້ປະກອບອາຊີບອິດສະຫຼະ ປະເຊີນກັບການວ່າງງານ. ອີງຕາມການ ຄາດຄະເນ ຂອງອົງການແຮງງານສາກົນ ອັດຕາການວ່າງງານຈະເພີ່ມຂຶ້ນ ປະມານ 25 % ຢູ່ ສປປ ລາວ. ຄຽງຄູ່ກັນນັ້ນ, ປະຊາຊົນລາວທີ່ອອກແຮງງານຢູ່ປະເທດໄທແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ໄດ້ຫຼັງໄຫຼກັບຄືນປະເທດ ເປັນຈຳນວນຫຼວງຫຼາຍ ໂດຍຜ່ານຊ່ອງທາງຕ່າງໆ.
ອີງຕາມ ການລາຍງານຕົວເລກຂອງແຮງງານລາວທີ່ກັບມາຈາກປະເທດໄທ ໂດຍຜ່ານດ່ານສາກົນ ມີຈຳນວນ ຫຼາຍກວ່າ 80.000 ຄົນ.
ສະນັ້ນ ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ເລັ່ງຈັດຕັ້ງປະຕິບັດກົນໄກໃນການຈັດຫາງານຄື: 1. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສັງລວມຕໍາແໜ່ງງານວ່າງ ຫຼື ຄວາມຕ້ອງການແຮງງານຂອງບັນດາຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ທີ່ເປັນສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ຊື່ຫົວໜ່ວຍແຮງງານ, ຈຳນວນແຮງງານ, ຂະແໜງການ ແລະ ເງື່ອນໄຂຂອງການຈ້າງງານ) ແລ້ວສະໜອງໃຫ້ກົມພັດທະນາສີມືແຮງງານ ແລະ ຈັດຫາງານ; 2. ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ສັງລວມຕຳແໜງງານວ່າງ ຫຼື ຄວາມຕ້ອງການແຮງງານ ຂອງເຂດເສດຖະກິດພິເສດຈາກບັນດາຫົວໜ່ວຍແຮງງານ (ຊື່ຫົວໜ່ວຍແຮງງານ, ຈຳນວນແຮງງານ, ຂະແໜງການ ແລະ ເງື່ອນໄຂຂອງການຈ້າງງານ);3. ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກຳເກັບຂໍ້ມູນຂອງຜູ້ອອກແຮງງານລາວທີ່ກັບຈາກປະເທດ ແລະ ຜູ້ຜູ້ອອກແຮງງານ ທີ່ວ່າງງານ ໃນຂອບເຂດທົ່ວປະເທດ, ວິເຄາະ ແລະ ວິໄຈຂໍ້ມູນ (ກຳລັງດຳເນີນການ ຄາດວ່າຈະສຳເລັດ ໃນຕົ້ນເດືອນມິຖຸນາ 2020);4. ສູນບໍລິການຈັດຫາງານ, ຈຸດບໍລິການຈັດຫາງານ ແລະ ບໍລິສັດຈັດຫາງານ ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທຳ ແລະ ຈັດຜູ້ຊອກຫາວຽກເຮັດງານທຳ ໃສ່ຕຳແໜ່ງງານວ່າງ ບົນພື້ນຖານຄວາມຕ້ອງການຂອງຜູ້ໃຊ້ແຮງງານ;5. ຈັດງານນັດພົບແຮງງານ ເພື່ອສະໜອງຜູ້ຕ້ອງການມີວຽກເຮັດງານທຳ ໃຫ້ກັບຫົວໜ່ວຍແຮງງານທີ່ຕ້ອງການແຮງງານ.6. ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຕິດຕາມ ແລະ ສັງລວມຜົນໄດ້ຮັບ.ສະເພາະການສົ່ງເສີມການກັບຄືນໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ.1. ໂຄສະນາປະຊາສຳພັນ ໃຫ້ຂໍ້ມູນຂ່າວສານຜູ້ອອກແຮງງານ ກ່ຽວກັບຂັ້ນຕອນ ແລະ ຂະບວນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ;2. ນຳໃຊ້ລະບົບໂປຮແກຣມ ຖານຂໍ້ມູນ ທີ່ທັນສະໄໝ່ ໃນການຕິດຕາມ ແລະ ຄຸ້ມຄອງແຮງງານ ທີ່່ຖືກຈັດສົ່ງ (ເລີ່ມນຳໃຊ້);3. ອອກໜັງສືຜ່ານແດນ ໃຫ້ຜູ້ອອກແຮງງານທີ່ອ້າງວ່າເຮັດໜັງສືຜ່ານແດນເສຍ ໄລຍະຫ່າງຕໍ່າສຸດ 1 ປີ;4. ເຂັ້ມງວດ ໃນການອະນຸຍາດ ໃຫ້ປະຊາຊົນທົ່ວໄປທີ່ ເດີນທາງໄປເທດໄທ ໂດຍຜ່ານດ່ານສາກົນ ຕ່າງໆ.
( ຂ່າວສານ ຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)
- ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ. (09-06-2020, 15:37)