ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ.

19-05-2020, 15:57 2278

ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ.

WhatsApp Image 2020-05-14 at 01.29.14

ໃນວັນທີ 14 ພຶດສະພາ 2020 ທີ່ຜ່ານມາ, ທ່ານ ປ.ອ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດ ຂອງ​ລັດຖະມົນຕີແຮງງານອາຊຽນ ກ່ຽວກັບການຮັບມືຈາກຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ, ຊື່ງກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ DATUK SERI SARAVANAN A/L MURUGAN ລັດຖະມົນຕີ ກະຊວງຊັບພະຍາກອນມະນຸດ ແຫ່ງປະທດມາເລເຊຍ ແລະ ມີທ່ານ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີແຮງງານ ຈາກປະເທດສະມາຊິກອາຊຽນ, ທ່ານ ຜູ້ອໍານວຍການອົງການແຮງງານສາກົນ ແລະ ຄະນະຜູ້ແທນກອງປະຊຸມເຂົ້າຮ່ວມ.

ໃນກອງປະຊຸມສະໄໝພິເສດດັ່ງກ່າວ, ບັນດາລັດຖະມົນຕີແຮງງານອາຊຽນໄດ້ປຶກສາຫາລື, ລຽກປ່ຽນຂໍ້ມູນສະພາບການແຜ່ລະບາດຂອງພະຍາດ COVID-19 ແລະ ນະໂຍບາຍຕ່າງໆຂອງປະເທດສະມາຊິກອາຊຽນ ເພື່ອຮັບມືຕໍ່ກັບການກະກັດກັ້ນ, ແກ້ໄຂບັນຫາຜົນກະທົບຕໍ່ເສດຖະກິດ ຂອງການແຜ່ລະບາດພະຍາດດັ່ງກ່າວ. ພ້ອມນີ້, ກອງປະຊຸມຍັງໄດ້ປະກອບຄໍາເຫັນ ແລະ ຮັບຮອງເອົາ “ຖະແຫຼງການຮ່ວມຂອງລັດຖະມົນຕີແຮງງານອາຊຽນວ່າດ້ວຍ ການຮັບມືຈາກຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ການປົກປ້ອງແຮງງານ ແລະ ການມີວຽກເຮັດງານທຳ” ຊື່ງມີເນື້ອໃນຕົ້ນຕໍດັ່ງນີ້:

WhatsApp Image 2020-05-14 at 01.28.45

  1. ໃຫ້ການສະໜັບສະໜູນໃນດ້ານການດຳລົງຊີວິດ ແລະ ສຸຂະພາບຂອງຜູ້ອອກແຮງງານທຸກຄົນ, ໂດຍສະເພາະຜູ້ເຮັດວຽກໃນຂະແໜງການທີ່ມີຄວາມສ່ຽງສູງ, ປົກປ້ອງສິດທິແຮງງານຂອງພວກເຂົາທີ່ໄດ້ຮັບຜົນກະທົບໃນໄລຍະຂອງພະຍາດໂຄວິດ-19 (COVID-19) ທີ່ມີຕໍ່ເສດຖະກິດ ແລະ ອຸດສາຫະກຳຂອງປະເທດສະມາຊິກອາຊຽນ;
  2. ປະເທດສະມາຊິກອາຊຽນ ຈົ່ງມີການຕື່ນຕົວໃນການສະໜອງຄ່າຊົດເຊີຍຢ່າງເໝາະສົມ ໃຫ້ແກ່ຜູ້ອອກແຮງງານທຸກຄົນ, ລວມທັງແຮງງານເຄື່ອນຍ້າຍ, ທີ່ຖືກຍົກເລີກການຈ້າງງານ ຫຼື ຖຶກໃຫ້ພັກວຽກໂດຍຜູ້ໃຊ້ແຮງງານ ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ ໃຫ້ເຂົ້າເຈົ້າມີສິດໄດ້ຮັບການຊ່ວຍເຫຼືອດ້ານສັງຄົມ ຫຼື ການອຸດໜູນການວ່າງງານຈາກລັດຖະບານຢ່າງເໝາະສົມ ໂດຍສອດຄ່ອງກົດໝາຍ, ລະບຽບການ ແລະ ນະໂຍບາຍຕ່າງໆ ຂອງປະເທດສະມາຊິກອາຊຽນ;
  3. ອຳນວຍຄວາມສະດວກໃຫ້ແກ່ຜູ້ອອກແຮງງານ ທີ່ໄດ້ຮັບເຊື້ອພະຍາດໂຄວິດ-19 ໃນການເຂົ້າເຖິງການບໍລິ ການດ້ານສຸຂະພາບເບື້ອງຕົ້ນ ແລະ ການຊ່ວຍເຫຼືອທາງດ້ານການແພດທີ່ຈຳເປັນ ແລະ ປ້ອງກັນບໍ່ໃຫ້ມີການຈຳແນກຜູ້ອອກແຮງງານທີ່ໄດ້ຮັບເຊື້ອພະຍາດ;
  4. ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງເໝາະສົມ ໃຫ້ແກ່ແຮງງານເຄື່ອນຍ້າຍ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດຢູ່ໃນແຕ່ລະປະເທດສະມາຊິກອາຊຽນ ຫຼື ໃນປະເທດທີ່ສາມ, ລວມທັງການຈັດຕັ້ງປະຕິບັດເອກະສານຄວາມເປັນເອກກະສັນຂອງອາຊຽນ ວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງແຮງງານເຄື່ອນຍ້າຍຢ່າງມີປະສິດທິຜົນ, ເພື່ອກ້າວໄປສູ່ການມີສຸຂະພາບ,​ ການເປັນຢູ່ທີ່ດີ ແລະ ຄວາມປອດໄພ, ຕະຫຼອດເຖິງການອໍານວຍຄວາມສະດວກໃຫ້ເຂົາເຈົ້າໃນການເຄື່ອນໄຫວເດີນທາງ ແລະ ການກັບຄືນສູ່ຄອບຄົວຂອງພວກເຂົາ;
  5. ເພີ່ມທະວີສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດນະໂຍບາຍຕະຫຼາດແຮງງານຢ່າງມີປະສິດທິພາບ ໃນລະດັບຊາດ ແລະ ພາກພື້ນ, ມາດຕະຖານດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ລະບົບປົກປ້ອງທາງສັງຄົມ ໂດຍຜ່ານຜະລິດຕະພາບຂອງແຮງງານ ແລະ ການປຶກສາຫາລືສາມຝ່າຍທີ່ກົມກຽວ ເພື່ອຮັກສາການມີວຽກເຮັດງານທຳ,​ ຫຼຸດຜ່ອນຊ່ອງວ່າງທີ່ເຮັດໃຫ້ແຮງງານມີຄວາມສ່ຽງຕ່າງໆ ແລະ ຢົກສູງຄວາມສາມາດໃນການປັບຕົວຂອງເຂົາເຈົ້າ
  6. ນຳໃຊ້ເຕັກໂນໂລຢີລະບົບດີຈີຕອນເຂົ້າໃນການສື່ສານ ແລະ ປຶກສາຫາລືໃນຊ່ວງໄລຍະທີ່ມີຈໍາກັດການ ເຄື່ອນໄຫວໄປມາຊົ່ວຄາວໃນຫຼາຍປະເທດ. ພ້ອມກັນນີ້, ກໍຍັງເປັນການເພີ່ມລະດັບການຮ່ວມມືໃນພາກພື້ນ ແລະ ລະດັບຊາດ ເພື່ອການຕອບໂຕ້ຕໍ່ກັບຜົນກະທົບຂອງການແຜ່ລະບາດຂອງພະຍາດດັ່ງກ່າວ ຕໍ່ແຮງງານ ແລະ ການຈ້າງງານ;
  7. ເພີ່ມທະວີການນໍາໃຊ້ລະບົບສື່ສານມວນຊົນທີ່ມີປະສິດທີພາບ ແລະ ໂປງໃສ່ ໂດຍຜ່ານສື່ທາງການໃນການປັບປຸງລາຍງານຂ່າວໃຫ້ທັນເວລາ ຕໍ່ກັບນະໂຍບາຍ ແລະ ບັນດາມາດຕະການຕ່າງໆຂອງລັດຖະບານ ດ້ານແຮງງານ ແລະ ການມີວຽກເຮັດງານທຳ ເພື່ອຮອງຮັບບັນຫາການແຜ່ລະບາດຂອງພະຍາດ ແລະ ການໃຫ້ຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິ່ງ;
  8. ເພີ່ມທະວີການຮ່ວມມືກັບສາມຝ່າຍ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນຕ່າງໆ, ຄູ່ພາຄີຂອງອາ ຊຽນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນຂົງເຂດທີ່ໄດ້ເຫັນດີຮ່ວມກັນເຊັ່ນ:​ ການແລກປ່ຽນຄວາມຮູ້, ການຊ່ວຍເຫຼືອທາງການວິຊາການເຂົ້າໃນການຄົ້ນຄວ້າ ແລະ ການພັດທະນາ ແລະ ການຂົນຂວາຍແຫຼ່ງທຶນ ເພື່ອສະໜັບສະໜູນ ການຕອບໂຕ້ຢ່າງໄວວາ ແລະ ການວາງແຜນຟື້ນຟູຫຼັງຈາກການລະບາດຂອງພະຍາດ.​
  9. ສືບຕໍ່ການແລກປ່ຽນ ການຈັດຕັ້ງປະຕິບັດທີ່ດີ ແລະ ບົດຮຽນທີ່ຖອດຖອນໄດ້ ພາຍໃນປະເທດສະມາຊິກອາຊຽນນໍາກັນ ກ່ຽວກັບມາດຕະການ ໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານທີ່ມີຄວາມສ່ຽງ ແລະ ສົ່ງເສີມໃຫ້ພວກເຂົາເຈົ້າສາມາດປັບຕົວເອງໄດ້.​
  10. IMG_4806

ໃນຕອນທ້າຍກອງປະຊຸມຍັງໄດ້ມອບໝາຍ ໃຫ້ເຈົ້າໜ້າທີ່ແຮງງານອາວຸໂສອາຊຽນ ດຳເນີນການຮ່ວມກັນເພື່ອສົ່ງເສີມການກະກຽມຄວາມພ້ອມນະໂຍບາຍດ້ານການປົກປ້ອງແຮງງານ ແລະ ການມີວຽກເຮັດງານທຳ ຕໍ່ຜົນກະທົບທີ່ເກີດຂື້ນ ໃນອານາຄົດ ຈາກການແຜ່ລະບາດ, ບັນຫາ​ດ້ານສດຖະກິດ ຫຼື ໄພພິບັດທາງທຳມະຊາດ. ແຜນການຮ່ວມມືຕ່າງໆໂດຍຜ່ານແຜນງານລັດຖະມົນຕີແຮງງານອາຊຽນ 2021-2025 ເພື່ອສະເໜີໄປຍັງກອງຊຸມລັດຖະມົນ ຕີແຮງງານອາຊຽນ ຄັ້ງທີ່ 26. /

 

 ( ຂ່າວສານຮສສ: ເພັດສະໄໝ)

ຂ່າວສານອື່ນໆ