ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ສຳເລັດກອງປະຊຸມໃຫຍ່ ຂອງໜ່ວຍພັກ ອົງການປະກັນສັງຄົມ ແຫ່ງຊາດ ຄັ້ງທີ I

18-07-2020, 15:27 2555

 ສຳເລັດກອງປະຊຸມໃຫຍ່ ຂອງໜ່ວຍພັກ ອົງການປະກັນສັງຄົມ ແຫ່ງຊາດ ຄັ້ງທີ I .

IMG_0199
ກອງປະຊຸມໃຫຍ່ ຂອງໜ່ວຍພັກ ອົງການປະກັນສັງຄົມ ແຫ່ງຊາດ ຄັ້ງທີ I ,ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2020ນີ້ , ເຊິ່ງໄດ້ດຳເນີນເປັນເວລາ ເຄິ່ງວັນ, ທີ່ຫ້ອງປະຊຸມດັ່ງກ່າວ , ໂດຍເປັນກຽດເຂົ້າຮວ່ມ ຂອງ ສະຫາຍ ປອ ຄຳແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ ຮສສ, ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ນ. ແກ້ວ ຈັນທະວີໄຊ ເລຂາໜ່ວຍພັກ ອົງການປະກັນສັງຄົມ ແຫ່ງຊາດ, ມີບັນດາ ສະຫາຍ ເລຂາ, ຮອງເລຂາໜ່ວຍພັກ  ມີບັນດາ ໜວ່ຍພັກອອ້ມຂ້າງ 11 ໜວ່ຍພັກ,  ໜວ່ຍພັກຮາກຖານ, ສາມອົງການຈັດຕັ້ງມະຫາຊົນ, ສະມາຊິກພັກສົມບູນ ແລະ ສໍາຮອງຂອງໜ່ວຍພັກອົງການປະກັນສັງຄົມ ແຫ່ງຊາດ ເຂົ້າຮວ່ມຢ່າງພ້ອມພຽງ.

IMG_0052

IMG_0222

IMG_0227

ກອງປະຊຸມໃຫຍ່ ຂອງໜ່ວຍພັກ ອົງການປະກັນສັງຄົມ ແຫ່ງຊາດຄັ້ງທີ I, ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນເອກະພາບກັນ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະໜ່ວຍພັກຊຸດເກົ່າ, ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນຳ-ນຳພາ, ການຈັດຕັ້ງປະຕິບັດ, ມະຕິອົງຄະນະພັກກະຊວງ ແລະ ແຜນການລວມ ຂອງໜ່ວຍພັກໃນໄລຍະຜ່ານມາ. ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະພາບກັນ ແລະ ລົງປະຊາມະຕິ ຮັບຮອງເອົາທິດທາງແຜນການ 05 ປີ ນັບແຕ່ ປີ 2020 ຮອດປີ 2025 ຊຶ່ງມີເນື້ອໃນຕົ້ນຕໍລຸ່ມນີ້:

IMG_0105

IMG_0119

IMG_0131

 

1). ຄົ້ນຄວ້າເຊື່ອມຊຶມແນວທາງ, ນະໂຍບາຍ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ຫັນມະຕິຄຳສັ່ງ ຂອງອົງຄະນະພັກກະຊວງເປັນແຜນການ, ໂຄງການຂອງຕົນ, ຄົ້ນຄວ້າມະຕິ, ວິທີການຈັດຕັ້ງປະຕິບັດ ເພື່ອນຳພາການປະຕິບັດໜ້າທີ່ການເມືອງຢູ່ໜ່ວຍພັກໃຫ້ຖືກຕ້ອງ.
2). ສືບຕໍ່​ປັບ​ປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກໂດຍ​ຢືດ​ໝັ້ນ​ການ​ປະ​ຕິ​ບັດ​ຫລັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ແບ່ງ​ງານ​ໃຫ້​ບຸກ​ຄົນ​ຮັບ​ຜິດ​ຊອບ, ຄົ້ນ​ຄວ້າ​ຕົກ​ລົງ​ບັນ​ຫາ​ສຳ​ຄັນ​ຂອງ​ໜ່ວຍ​ພັກ ບົນພື້ນ​ຖານ​ມະ​ຕິ, ກົດ​ລະ​ບຽບ​ຂອງ​ພັກ ແລະ ກົດ​ໝາຍ​ຂອງ​ລັດ, ມີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ການ​ນຳ​ພາ​ຂອງ​ໜ່ວຍ​ພັກ​ກັບ​ການ​ເສີມ​ບົດບາດ, ​ສິດ ແລະ ໜ້າ​ທີ່ ໃນ​ການ​ບໍ​ລິ​ຫານວຽກ​ງານ​ຫ້ອງ​ການ ດ້ວຍຄວາມ​ເປັນ​ເຈົ້າ​ການ  ແລະ ​ປະ​ດິດ​ສ້າງ​ໃຫ້​ມີ​ຄຸນ​ນະ​ພາບ​ດີກວ່າ​ເກົ່າ.

IMG_0156

3). ສູ້​ຊົນ​ຈັດຕັ້ງປະຕິບັດແຜນການສ້າງ​ໜ່ວຍ​ພັກ​​ປອດ​ໃສ, ເຂັ້ມ​ແຂງ ແລະ ໜັກ​ແໜ້ນຂອງຕົນ ໂດຍ​ສູ້​ຊົນ​ສ້າງໃຫ້ມີ​ສະມາຊິກ​ພັກ​​ແຂງ​ 70% ຂຶ້ນໄປຂອງ​ຈໍານວນ​ສະມາຊິກ​ພັກ​ທັງ​ໝົດ, ສູ້​ຊົນ​ບໍ່​ໃຫ້​ມີ​ສະມາຊິກ​ພັກ​ອ່ອນ​ ແລະ​ ເສຍ​ທາດຂາດຄຸນ. ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຕີ​ລາ​ຄາແບ່ງ​ປະ​ເພດ​ສະ​ມາ​ຊິກ​ພັກໃນ​ແຕ່​ລະ​ປີໃຫ້​ທັນ​ເວລາ.

4). ເອົາ​ໃຈ​ໃສ່ຊີ້​ນໍາໆ​ພາ ​ແລະ ຊຸກຍູ້​ບັນດາ​ອົງການ​ຈັດຕັ້ງມະຫາຊົນ​​ໃຫ້​ເຄື່ອນ​ໄຫວ​ຖືກຕ້ອງ​ຕາ​ມ ພາລະ​ບົດບາດຂອງ​ຕົນ​;ສ້າງ​ເງື່ອນ​ໄຂເອື້ອ​ອໍານວຍ​ຄວາມ​ສະດວກ​ໃຫ້​ແຕ່​ລະ​ອົງການ​ໄດ້​ມີ​ການ​ເຄື່ອນ​ໄຫວ​ສ້າງ​ຂະ​ບວນ ການ​ຕ່າງໆ​ເພື່ອ​ແຂ່ງຂັນ​ ສ້າງ​ຜົນງານ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສໍາຄັນ​ຕ່າງໆ ຂອງພັກ, ຂອງຊາດ ໃຫ້ມີບັນຍາກາດດີ.

5). ສຶກສາ​ອົບຮົມ​ສະມາຊິກ​ພັກ​​ເປັນ​ເຈົ້າການ​ໃນ​ການ​ປະຕິບັດ​ 5 ໜ້າທີ່ຂອງສະມາຊິກພັກ ທີ່ກຳນົດໄວ້ໃນກົດ​ລະບຽບ​ຂອງ​ພັກ​ຢ່າງ​​ເຂັ້ມງວດ, ​ດໍາ​ເນີນ​ຊີວິດການເມືອງປະ​ຈຳ​ເດືອນ ແລະ ທາບ​ທາມ​ລົງ​ຄະ​ແນນ​ສຽງ​ຄວາມ​ເຊື່ອ​ໝັ້ນໄວ້​ວາງ​ໃຈ ຕໍ່​ບຸກ​ຄົນ​ໃນຄະ​ນະ​ໜ່ວຍ​ພັກ ແລະ ຄະ​ນະ​ນຳ​ຫ້ອງ​ການກະ​ຊວງ ເປັນ​ແຕ່​ລະ​ໄລ​ຍະ,​ ​ຄຸ້ມ​ຄອງ​ເງິນສະຕິ ພັກ​​ເປັນ​ປົກກະຕິ.

6). ຄົ້ນຄວ້ານໍາສະເໜີຂັ້ນເທິງສົ່ງ​ພະນັກງານ​ໄປ​ຮຽນ​ທິດສະດີການເມືອງ-ການປົກຄອງ, ທິດສະດີ ບໍາລຸງໄລຍະ 45 ວັນ, ຝືກອົບຮົມ ແລະ ໄປຍົກລະດັບວິຊາສະເພາະ ພາຍໃນ ແລະ ຕ່າງ​ປະ​ເທດ ຕາມ​ເງື່ອນ​ໄຂ​ຕົວ​ຈິງ.

IMG_0213

7). ກອງປະຊຸມຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນໜ່ວຍພັກ ຈົ່ງເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເພື່ອປັບປຸງວຽກຂອງຕົນ ໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ, ເຮັດໃຫ້ໜ່ວຍພັກ ມີຄວາມເຂັ້ມແຂງ, ປອດໃສ ແລະ ໜັກແໜ້ນ.

ໃນກອງປະຊຸມຜູ້ແທນສົມບູນໜ່ວຍພັກ ອົງການປະກັນສັງຄົມແຫ່ງຊາດ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ບົນພື້ນຖານ ຄວາມຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 7 ສະຫາຍ ແລະ ເລືອກເອົາ 5 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກອົງການປະກັນສັງຄົມແຫ່ງຊາດ ໄດ້ເປັນເອກະສັນເລືອກເອົາ ດັ່ງມີລາຍຊື່ດັ່ງນີ້:

IMG_0250

ສະຫາຍ ນ. ແກ້ວ ຈັນທະວີໄຊ ເປັນເລຂາໜ່ວຍພັກ,

ສະຫາຍ ບຸນຍອດ ຈັນທະວອນ ເປັນຮອງເລຂາໜ່ວຍພັກ ແລະ  ປະທານກວດກາພັກ,

ສະຫາຍ ເພັດສະໝອນ ຈັນທະວີສຸກ  ເປັນກຳມະການພັກ,

ສະຫາຍ ນ. ບົວຫອມ ພົມມະຈັນ ເປັນກຳມະການພັກ.

ສະຫາຍ ນ. ວັນໄຊ ຊຸວັນນະເມທີ  ເປັນກຳມະການພັກ.

ພ້ອມກັນນັ້ນ, ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນເຂົ້້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງ ຄັ້ງທີ VI ຈຳນວນ 16 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 2 ສະຫາຍ.

IMG_0232

ໃນກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ຄຳແພງ ໄຊສົມແພງ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳສະມາຊິກພັກ ແລະ ພະນັກງານລັດຖະກອນໃນການປະຕິບັດໜ້າທີ່ການເມືອງ ແລະ ໄດ້ມີຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສະຫາຍກໍ່ໄດ້ໃຫ້ທິດຊີ້ນຳແຕ່ລະດ້ານໃນທາງສ້າງສັນ, ສະຫາຍ ຍັງມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງໜ່ວຍພັກຂອງຕົນ ໃຫ້ມີຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມ​ກັນ​ນັ້ນ, ສະຫາຍ ຍັງ​ຮຽນ​ຮ້ອງ​ມາ​ຍັງ​ສະມາຊິກ​ພັກ, ພະນັກງານ-ລັດຖະກອນ​ທຸກ​ຄົນ ຈົ່ງ​ເພີ່​ມທະວີຄວາມ​ສາມັກ​ຄື​ເປັນ​ປຶກ​ແຜ່ນ ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ ​ເພື່ອ​ພ້ອມ​ກັນ​ເຮັດ​ສໍາ​ເລັດ​ໜ້າ​ທີ່​ອັນ​ມີ​ກຽດສະຫງ່າ ​ທີ່​ອົງ​ຄະ​ນະພັກ​​ກະ​ຊວງ ໄດ້​ມອບ​ໝາຍ​.

 

 ( ຂ່າວສານ ຮສສ: ເພັດສະໄໝ )

 

ຂ່າວສານອື່ນໆ