ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ກະຊວງ ຮສສ ເຊື່ອມຊຶມມະຕິ 10 ສະໄໝທີ X ຂອງພັກ.

10-07-2020, 11:38 3250

ກະຊວງ ຮສສ ເຊື່ອມຊຶມມະຕິ 10 ສະໄໝທີ X ຂອງພັກ.

IMG_9379

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້​ຈັດ​ກອງ​ປະຊຸມ ເຜີຍແຜ່​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 10 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ X . ໃນ​ວັນ​ທີ 10 ກໍລະກົດ2020​ນີ້ ,ທີ່​ເຮືອນຮັບແຂກກະຊວງ ຮສສ, ນະຄອນຫຼວງ​ວຽງ​ຈັນ.  ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ນ. ໃບຄຳ ຂັດທິຍະ, ກໍາ​ມະ​ການສຳຮອງ​ສູນ​ກາງ​ພັກ, ຮອງເລຂາ​ຄະນະ​ພັກ,ລັດຖະມົນຕີ ຮສສ, ໂດຍມີບັນດາຄະນະພັກ, ພ້ອມດວ້ຍສະມະຊິກພັກ ​ເຂົ້າ​ຮ່ວມ. 
ການ​ເຜີຍ​ແຜ່​ຄັ້ງ​ນີ້ ເພື່ອ​ໃຫ້​ພະນັງ​ງານ-ສະມາຊິກ​ພັກ, ພະນັກງານ​ຫຼັກ​ແຫຼ່ງ ຮັບ​ຮູ້, ກໍາ​ແໜ້ນ​ຕໍ່​ເນື້ອ​ໃນ​ຈິດໃຈ​ຂອງ​ມະຕິ 10ໃຫ້​ເລິກ​ເຊິ່ງ. 

IMG_9385
ສະຫາຍ ນ. ໃບຄຳ ຂັດທິຍະ ໄດ້​ກ່າວ​ວ່າ: ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ X ໄດ້​ດໍາ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 10 ຢ່າງ​ເປັນ​ທາງ​ການ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍ ລິຫານ​ງານ​ສູນ​ກາງ​ພັກ ກອງ​ປະຊຸມ​ໄດ້​ຄົ້ນຄວ້າ, ປຶກສາ​ຫາ ລືບັນ​ຫາ​ສໍາ​ຄັນ​ຄື: 1. ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 7, 8, 9 ສະໄໝ​ທີ X ຕິດ​ພັນ​ກັບ​ຄວາມ​ຄືບ​ໜ້າການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ແຜນ​ງົບປະມານ, ເງິນ​ຕາ​ປະ​ຈໍາ​ໄຕ​ມາດ 1 ປີ 2020 ແລະ ທິດ​ທາງ​ໃນຕໍ່ໜ້າ; 2. ຮ່າງ​ລາຍ​ງານ​ການເມືອງ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ; 3. ຮ່າງ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX (2021-2025); 4. ການ​ປັບປຸງ​ກົດ​ລະບຽບ​ຂອງ​ພັກ​ສະໄໝ​ທີ X ແລະ 5. ທິດ​ການ​ປັບປຸງ​ກົງຈັກ​ລັດ​ຖະ​ບານ. 

IMG_9390
ສະຫາຍ ນ. ໃບຄຳ ຂັດທິຍະ ກ່າວ​ອີກ​ວ່າ: ກອງ​ປະຊຸມ ໄດ້​ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ​ເອົາ​ບາງ​ວຽກ​ງານ​ຈຸດ​ສຸມ​ຂອງ​ລັດຖະບານ ແຕ່​ນີ້ ຮອດ​ທ້າຍ​ປີ 2020  ພ້ອມ​ທັງ​ໃຫ້​ທິດ​ຊີ້​ນໍາ​ບາງ​ມາດ​ຕະການ ໃນ​ການ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ ໃຫ້​ເຂົ້າ​ສູ່​ລວງ​ເລິກ  ເປັນຕົ້ນ​ແມ່ນ: ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ ບັນດາ​ທິດ​ຊີ້​ນໍາ ທີ່​ໄດ້​ວາງ​ອອກ ໃນ​ມະຕິ​ສູນ​ກາງ​ພັກ ຄັງ​ທີ 7, 8, 9 ສະໄໝ​ທີ X ໃຫ້​ແຂງແຮງ ແລະ ເຂົ້າ​ສູ່​ລວງ​ເລິກ  ໂດຍ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ຊີ້​ນໍາ​ຂອງ​ກົມ​ການເມືອງ, ຄະນະ​ພັກ​ແຕ່​ລະ​ຂັ້ນ ກໍ​ຄື ຍົກ​ສູງ​ປະສິດທິພາບ​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດຖະບານ, ຂະແໜງການ ແລະ ທ້ອງຖິ່ນ​ຢ່າງ​ມີ​ຈຸດ​ສຸມ; ສືບຕໍ່​ປັບປຸງ​ການຈັດຕັ້ງ ຕິດ​ພັນ​ກັບ​ການ​ປັບປຸງ​ລະບອບ​ແບບແຜນ​ວິທີ​ເຮັດ​ວຽກ, ການ​ຄຸ້ມ​ຄອງ​-​ບໍລິຫານ​ວຽກ​ງານ​ຂອງ​ຂະແໜງການ​ແລະ ທ້ອງຖິ່ນ ຕາມ​ທິດ​ຫັນ​ເປັນ​ທັນ​ສະໄໝ; ສືບຕໍ່​ເລັ່ງ​ລັດ​ການ​ກວດກາ ແລະ ດໍາ​ເນີນ​ການ​ເຈລະຈາ​ຕໍ່​ລອງ​ກັບ​ຜູ້​ຮັບ​ເໝົາ​ໂຄງການ​ລົງທຶນ​ຂອງ​ລັດ ທີ່​ມີ​ມູນ​ຄ່າ​ສູງ​ເກີນ​ຄວາມ​ເປັນ​ຈິງ ເພື່ອ​ເຂົ້າ​ແຜນ​ຊໍາ​ລະ​ໃຫ້​ຖືກຕ້ອງ; ສືບຕໍ່​ຄົ້ນຄວ້າ ແລະ ເລັ່ງ​ລັດ​ແຜນ​ປະຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ ຕິດ​ພັນ​ກັບ​ການ​ກວດກາ​ຄົ້ນຄວ້າ​ ແລະ ແກ້​ໄຂ​ບຸກ​ຄະລາ​ກອນ ເພື່ອ​ປັບປຸງ ໂຄງ​ສ້າງ​ການ​ບໍລິຫານ  ແນໃສ່​ຟື້ນ​ຟູ​ແລະ​ຍົກ​ສູງ​ປະສິດທິພາບ​ການ​ດໍາ​ເນີນ​ທຸລະ​ກິດ​ດ້ວຍ​ຮູບ​ການ​ຕ່າງໆ;  ສືບຕໍ່​ຍູ້​ແຮງ​ການ​ປະຕິບັດ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ ໂດຍ​ສຸມ​ໃສ່​ຟື້ນ​ຟູ​ການ​ຜະ​ລິດ​-​ທຸລະ​ກິດ  ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19 ແລະ ສືບຕໍ່​ເອົາໃຈໃສ່​ວຽກ​ງານ​ວັດ​ທະ​ນະ​ທໍາ-​ສັງຄົມ ຖື​ເອົາ​ບັ້ນ​ຕ້ານ​ການລະບາດພະຍາດ​ໂຄ​ວິດ-19 ສ້າງ​ການ​ຫັນປ່ຽນ​ໃໝ່ ໃນ​ການ​ສ້າງ​ວິຖີ​ຊີວິດ​ແບບ​ໃໝ່ ແລະ ວຽກ​ງານ​ອື່ນໆ.

IMG_9400

( ຂ່າວຮສສ: ນ. ເພັດສະໄໝ)

 

ຂ່າວສານອື່ນໆ