ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງດຳເນີນກອງປະຊຸມ ຄັ້ງປະຖົມມະລຶກ.

09-07-2020, 12:53 2608

ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງດຳເນີນກອງປະຊຸມ ຄັ້ງປະຖົມມະລຶກ.

IMG_9346

ກອງປະຊຸມ ຄັ້ງປະຖົມມະລຶກ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2020 ຢູ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີບັນດາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຜູ້ປະສານງານ ຈາກບັນດາກະຊວງເຂົ້າຮ່ວມ ເພື່ອຮັບຟັງ, ປະກອບຄຳຄິດເຫັນ ແລະ ເປັນເຈົ້າການຄົ້ນຄວ້າ, ພິຈາລະນາຮັບຮອງ ຕໍ່ບັນດາເອກະສານທີ່ທາງກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດ ໄດ້ນໍາສະເໜີເປັນຕົ້ນ ບົດລາຍງານສະ ພາບໄພພິບັດ ແລະ ການແກ້ໄຂຊ່ວຍເຫລືອສຸກເສີນ ໄລຍະ 6 ເດືອນຕົ້ນປີ 2020, ແຜນການກຽມພ້ອມຕອບໂຕ້ໄພພິບັດ ປີ 2020, ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ກາເຄື່ອງໝາຍຂອງຄະນະກຳມະການຄຸ້ມຄອງໄພພິບັດ.

IMG_9316

IMG_9323

IMG_9352

ທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ໃຫ້ຮູ້ວ່າ: ໃນກອງປະຊຸມໄດ້ເຫັນດີເປັນເອກະພາບກັນ ໃນຕໍ່ໜ້າ ກໍຄື ໄລຍະນີ້ຫາທ້າຍ ປີ 2020, ພວກເຮົາຈະໄດ້ຮ່ວມກັນສືບຕໍ່ຊີ້ນໍາ ແລະ ຈັດຕັ້ງປະຕິ ບັດບັນດາແຜນການ, ຄາດໝາຍ ຈັດລຽງບູລິມະສິດ ຕາມທີ່ພວກເຮົາ ໄດ້ພ້ອມກັນກໍານົດໄວ້ຢູ່ໃນແຜນສະເໜີຕໍ່ກອງປະຊຸມໃນຄັ້ງນີ້ ເປັນຕົ້ນ ການສະເໜີຮັບຮອງດໍາລັດ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ; ການສ້າງຮ່າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການຄຸ້ມຄອງຄວາມສ່ຽງໄພພິບັດ ໄລຍະປີ 2021-2025 ແລະ ການຊຸກຍູ້ໃຫ້ອົງການປົກຄອງທ້ອງຖິ່ນ ສ້າງແຜນຫລຸດຜ່ອນຄວາມສ່ຽງໄພພິບັດ ແລະ ແຜນການກຽມພ້ອມຕອບໂຕ້ໄພພິບັດ ຢູ່ຂັ້ນແຂວງ, ເມືອງ ແລະ ບ້ານ; ການເລັ່ງໃສ່ປະຕິບັດກິດຈະກໍາ ແລະ ໂຄງການ ຟື້ນຟູຫລັງໄພພິບັດ ໃນຂະແໜງການທີ່ສໍາຄັນ; ລວມທັງການເພີ່ມທະວີວຽກງານການຝືກອົບຮົມ ແລະ ການສາທິດຕອບໂຕ້ສຸກເສີນ, ການໂຄສະ ນາປູກຈິດສໍານຶກແກ່ສັງຄົມ, ຊຸມຊົນ ດ້ານວຽກງານການຄຸ້ມຄອງໄພພິບັດ, ການຈັດຕັ້ງເຜີຍແຜ່ກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ ໃຫ້ທຸກຄົນໄດ້ຮັບຮູ້ທົ່ວເຖິງ ແລະ ອື່ນໆ.

IMG_9347

IMG_9358

(ຂ່າວສານຮສສ: ເພັດສະໄໝ)

 

ຂ່າວສານອື່ນໆ