ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

04-06-2020, 15:59 2184

ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

IMG_8289

ກອງປະຊຸມສຳມະນາວິດທະຍາສາດການຄົ້ນຄວ້າປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທົ່ວອົງຄະນະພັກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດຂຶ້ນເມື່ອວັນທີ  2  ມິຖຸນາ ໂດຍການເປັນປະທານຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຮສສ ມີບັນດາສະຫາຍພະນັກ ງານການນຳເຂົ້າຮ່ວມ.

IMG_8298

ກອງປະຊຸມດັ່ງກ່າວ ເພື່ອເປັນການລະດົມແນວຄວາມຄິດ, ເປັນການເສີມຂະຫຍາຍປະຊາທິປະໄຕ ແລະ ການເຕົ້າ ໂຮມສະຕິປັນຍາຂອງສະມາ ຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ ກະຊວງ ຮສສ ເພື່ອເປັນການປະກອບສ່ວນຕໍ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI  ຂອງພັກ  ທີ່ຈະວາງອອກໃນຊຸມປີຕໍ່ໜ້າ ໄດ້ຮັບການຄົ້ນຄວ້າຢ່າງກວ້າງ ຂວາງ, ມີຄວາມຖືກຕ້ອງ, ຈະ ແຈ້ງ, ຮັດກຸມ ແລະ ສາມາດນຳ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ສອດຄ່ອງກັບສະ ພາບການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດເຮົາຢ່າງເປັນລະບົບໃນແຕ່ລະໄລຍະ .

IMG_8305

ກອງປະຊຸມໄດ້ດຳເນີນເປັນເວລາ 1 ວັນ ຈຶ່ງສຳເລັດ ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງ ການສະເໜີເອກະສານ ຈຸດພິ ເສດດ້ານທີ່ຕັ້ງ ແລະ ນະໂຍບາຍເຊື່ອມຈອດເຊື່ອມໂຍງເສດຖະກິດຂອງ ສປປ ລາວ, ການປະຕິຮູບຂອດບໍລິຫານລັດ ທີ່ກົດໜ່ວງຖ່ວງດຶງການດຳເນີນທຸລະກິດ ແລະ ບໍລິຫານປະຊາ ຊົນ ແລະ ເອກະສານການປັບ ປຸງລະບົບການປົກຄອງທ້ອງຖິ່ນຮາກຖານ ຈາກນັ້ນບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນໃສ່ບັນດາເອກະສານດັ່ງກ່າວແນໃສ່ເພື່ອໃຫ້ມີຄວາມຖືກຕ້ອງ,ສົມບູນ ແລະ ຮັດກຸມເພື່ອກ້າວໄປໃນການຈັດຕັ້ງປະຕິບັດໃຫ້ມີຜົນ ສຳເລັດເປັນກ້າວໆ.

( ຂ່າວຮສສ: ເພັດສະໄໝ)

 

ຂ່າວສານອື່ນໆ