ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI.

20-05-2020, 16:49 2235

ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI.

IMG_4086

ກອງ​ປະ​ຊຸມ​ໃຫຍ່ ຂອງ​ໜ່ວຍ​ພັກ​ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ ​ຄັ້ງ​ທີ VI ໄດ້​ໄຂ​ຂຶ້ນ​ໃນ​ ວັນ​ທີ 20 ພຶດ​ສະ​ພາ 2020ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) , ໂດຍເປັນກຽດເຂົ້າຮວ່ມຂອງ ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີ ຄະນະປະຈຳພັກກະຊວງ, ຄະນະໜວ່ຍພັກກົມ, ພ້ອມດວ້ຍ ມີ​ສະ​ມາ​ຊິກ​ພັກ​ທັງ​ໝົດ​ພາຍ​ໃນ​ໜ່ວຍ 18 ສະ​ຫາຍ, ແລະ ແຂກ​ຖືກ​ເຊີນ ເຂົ້າຮວ່ມ.

IMG_4088

IMG_4091

ກອງ​ປະ​ຊຸມ​ດັ່ງກ່າວ, ສະຫາຍ ຄຳຂານພິນ ສະຫວັນ ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານບົດລາຍງານການເມືອງ ,​ການ​ນຳ​ພາລວມ​ຂອງ​ຄະ​ນະ​ໜ່ວຍ​ພັກ ​ຊຸດ​ເກົ່າ ພ້ອມ​ທັງ​ຕີ​ລາ​ຄາຜົນ​ສຳ​ເລັດ, ​ດ້ານ​ດີ, ດ້ານ​ອ່ອນ-ຂໍ້​ຄົງ​ຄ້າງ, ສາ​ເຫດ ແລະ ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້ ​ໃນ​ການ​ຊີ້​ນຳໆ ພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ໜ່ວຍ​ພັກ ໄລ​ຍະ 05 ປີຜ່ານ​ມາ; ພ້ອມນີ້ກອງ​ປະ​ຊຸມ​ຍັງ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ທິດ​ທາງ​ແຜນ​ການ ແລະ ຄາດ​ໝາຍ​ສູ້​ຊົນແຕ່​ລະ​ດ້ານໃນຊຸມປີ​ຕໍ່​ໜ້າ (ແຕ່​ປີ 2020-2024), ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ປະ​ກອບ​ຄຳ​ຄິດ ​ຄຳ​ເຫັນ ຈາກຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ຊຶ່ງ​ໄດ້​ສະ​ແດງ​ຄວາມ​ເປັນ​ເອ​ກະ​ພາບ​ສູງ​ຕໍ່​ຮ່າງ​ລາຍ​ງານ​ການການ​ເມືອງ​ຂອງ​ໜ່ວຍ​ພັກ ທັງ​ສອງ​ພາກ ທີ່​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ; ການ​ປະ​ກອບ​ຄຳ​ເຫັນ​ແມ່ນ​ເນັ້ນ​ໃສ່​ຜົນ​ສຳ​ເລັດໃນ​ການນຳ​ພາ-ຊີ້​ນຳບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ​ທີ່​ຂຶ້ນ​ກັບ​​ໜ່ວຍ​ພັກ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ ​ພາ​ລະ​ບົດ​ບາດ, ໜ້າ​ທີ່ ແລະ ຂອບ​ເຂດ​ສິດ​ຂອງ​ຕົນ ​ດ້ວຍ​ຜົນ​ສຳ​ເລັດ, ຊຶ່ງ​​ເຮັດ​ໃຫ້ເນື້ອ​ໃນ ​ກອງ​ປະ​ຊຸມຂອງ​ໜ່ວຍພັກໃນ​ຄັ້ງ​ນີ້​ມີ​​ຄົບຖ້ວນສົມ​ບູນ;

IMG_3516

IMG_4165

IMG_4183

IMG_4176

ໃນກອງປະຊຸມຄັ້ງນີ້, ບັນ​ດາ​ສະ​ຫາຍ​ຜູ້​ແທນກອງ​ປະ​ຊຸມ​ ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະ​ຊາ​ທິ​ປະ​ໄຕຂອງ​ຕົນ ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະ​ນະ​ໜ່ວຍ​ພັກ ​ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ​ ຊຸດ​ໃໝ່, ຊຶ່ງ​ມີ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ 05 ສະ​ຫາຍ, ຍິງ 02 ສະ​ຫາຍ ແລະ ກອງ​ປະ​ຊຸມ​ໄດ້​ເລືອກຕັ້ງ​ເອົາ 03 ສະ​ຫາຍ, ຍິງ 01 ສະ​ຫາຍ ເປັນ​ຄະ​ນະ​ໜ່ວຍ​ພັກ ຊຸດ​ໃໝ່, ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ຄະ​ນະ​ໜ່ວຍ​ພັກ​ ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ ຄັ້ງ​ທີ VI ໄດ້​ເປັນ​ເອ​ກະ​ສັນ​ເລືອກ​ຕັ້ງ​ເອົາ ​ເລ​ຂາ, ຮອງ​ເລ​ຂາ, ກຳ​ມະ​ກາ​ນຄະ​ນະ​ໜ່ວຍ​ພັກ ແລະ ຜູ້ກວດ​ກາ​ໜ່ວຍ​ພັກ ດັ່ງ​ນີ໊:

IMG_4231

1 ສະ​ຫາຍ ຄໍາໄຊ ເຊ່ຍຢີ້ງຢາງ ເປັນ​ເລ​ຂາ​ໜ່ວຍ​ພັກ;

2 ສະ​ຫາຍ ພົງທະວີ ໂຄດໂຍທາ ເປັນ​ຮອງ​ເລ​ຂາ​ໜ່ວຍ​ພັກ;

3 ສະ​ຫາຍ ນ. ອານົງຮັກ ຫວ່າງວັນທານຸວົງ ເປັນ​ກຳ​ມະ​ການ​ໜ່ວຍ​ພັກ.

ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງ ຈໍານວນ 07 ສະຫາຍ, ຍິງ 02 ສະ ຫາຍ ແລະ ສໍາຮອງ  01 ສະຫາຍ, ຍິງ 01 ສະຫາຍ ລວມ 08 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VI ທີ່ຈະມາເຖິງນີ້.

ໂອ​ກາດທີ່ ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກກະຊວງ ໄດ້ເຂົ້າຮວ່ມກອງປະຊຸມ ສະຫາຍ ຍັງໄດ້ ​ຂໍ​ສະ​ແດງ​ຄວາມ​ຍ້ອງຍໍ, ຊົມ​ເຊີຍຕໍ່​ຄວາມ​ບາກ​ບັ່ນ​ພະ​ຍາ​ຍາມ​ຂອງ​ຄະ​ນະ​ໜ່ວຍ​ພັກ, ສະ​ມາ​ຊິກ​ພັກ, ພະ​ນັກ​ງານ-ລັດ​ຖະ​ກອນ ​ທຸກ​ສະ​ຫາຍ ແລະ ພ້ອມທັງຊົມ​ເຊີຍ​ຜົນ​ສຳ​ເລັດ​ທີ່​ ບັນດາສະຫາຍ ຍາດ​ມາ​ໄດ້​ຕະຫຼອດ​ໄລ​ຍະ 05 ປີ ຜ່ານ​ມາ​ ຢ່າງ​ສຸດ​ອົກສຸດ​ໃຈ, ພ້ອມທັງ​ເນັ້ນ​ບາງ​ບັນ​ຫາ​ ດັ່ງ​ນີ້:

IMG_4250

  1. ) ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ວຽກ​​ສຶກ​ສາ​ອົບ​ຮົມ​ການ​ເມືອງ, ນຳ​ພາ​ແນວ​ຄິດ ໃຫ້​ຖັນ​ແຖວ​ພະ​ນັກ​ງານ-ສະ​ມາ​ຊິກ​ພັກ, ກຳ​ແໜ້ນ ແລະ ເຊື່ອມ​ຊືມ​ແນວ​ທາງແຜນ​ນະ​ໂຍ​ບາຍ, ມະ​ຕິ, ຄຳ​ສັ່ງ, ກົດ​ລະ​ບຽບ​ຂອງ​ພັກ ​ຢ່າງ​ເລິກ​ເຊິ່ງ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບກ​ານ​ເມືອງ, ຖືເອົາ​ວຽກ​ງສຶກ​ສາ​ອົບ​ຮົບ​ການ​ເມືອງ-ແນວ​ຄິດ ຕິດ​ພັນ​ກັບ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ; ໜາຍ​ຄວາມ​ວ່າ​ໃຫ້ເອົາ​ໃຈ​ໃສ່​ເຜີຍ​ແຜ່​ເຊື່ອມ​ຊື່ມ​ເອ​ກະ​ສານ​ຕິດ​ພັນ​ກັນ​ກັບ​ການ​ຄົ້ນ​ຄວ້າ​ສົນ​ທະ​ນາ​ ຢ່າງ​ກ້​ວາງ​ຂວາງ, ຕໍ່​ເນື່ອງ ແລະ ເປັນ​ລ​ະ​ບົບ​​ວິ​ທະ​ຍາ​ສາດ.

   ພວກ​ສະ​ຫາຍ​ຍັງ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ສະ​ພາບ​ແນວ​ຄິດ ​ຂອງ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ-ລັດ​ຖະ​ກອນ ເພື່ອ​ແກ້​ໄຂ​ຖຶກ​ຕ້ອງ ແລະ ທັນ​ການ, ມີ​ສະ​ຕິ​ໃນ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ມ້າງ​ເພ​ດ້ານ​ແນວ​ຄິດ​ຈິດ​ຕະ​ສາດ ຂອງ​ອິດ​ທິ​ກຳ​ລັງ​ປໍ​ລະ​ປັກ ເພື່ອ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ພັກ​ ມີ​ຄວາມ​ປອດ​ໃສ, ເຂັ້ມ​ແຂງ ແລະ ໜັກ​ແໜ້ນ;

  1. ) ເພີ່ມ​ທະ​ວີ​ການ​ຊີ້​ນຳໆ ພາ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ​, ໜັກ​ແໜ້ນ ເພື່ອ​ເປັນ​ມາດ​ຖານ​ໃນ​ການ​ໃນ​ການ​ປັບ​ປຸງ​ໜ່ວຍພັກ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​, ເຂັ້ມ​ແຂງ ທາງ​ດ້ານ​ການ​ເມືອງ-ແນວ​ຄິດ, ການ​ຈັດ​ຕັ້ງ, ແບບ​ແຜນ​ນຳ​ພາ​ ຂອງ​ຄະ​ນະ​ໜ່ວຍ​ພັກ ແລະ ພະ​ນັກ​ງານ, ສະ​ມາ​ຊິກ​ພັກ;

 IMG_4235

IMG_4244

  1. ) ຊີ້​ນຳໆ ພາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ​ທີ່​ຂຶ້ນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໜ່ວຍ​ພັກ ຕິດ​ພັນ​ກັບ​ການ​ສ້າງ​ຂະ​ບວນ​ການ, ແຂ່ງ​ຂັນ​ປະ​ຕິ​ວັດ​ວຽກ​ງານ​ຕ່າງໆ ຕາ​ມ​ພາ​ລະ​ບົບ​ດ​ບາດ​ໃນ​ການ​ປຸກ​ລະ​ດົມມະ​ຫາ​ຊົນ​ເຂົ້າ​ຮ່ວມ​ສ້າງ​ພັກ, ສະ​ມາ​ຊິກ​ພັກ​ແຕ່​ລະ​ສະ​ຫາຍ ​ທີ່​ສັງ​ກັດ​ຢູ່​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຕ້ອງ​ໄດ້​ເປັນ​ແບບ​ຢ່າງ​ນຳ​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ລະ​ບຽບຂອງ​ອົງ​ການ​ຈັດ​ຕັ້ງ, ຊອກ​ຫາ​ຊ່ອງ​ທາງ​ຊ່ວຍ​ສະ​ມາ​ຊິກ​ໃນ​ການ​ສ້າງ​ເສດ​ຖະ​ກິດ ເພື່ອ​ມີ​ລາຍ​ໄດ້​ໃຫ້​ຄອບ​ຄົວ​, ປະ​ກອບ​ສ່ວນ​ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່ ແລະ ແກ້​ໄຂ​ຄວາມ​ທຸກ​ຍາກ ​ຂອງ​ຄອບ​ຄົວ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ-ລັດ​ຖະ​ກອນ ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ;
  2. ) ຕັ້ງ​ໜ້າ​ຕ້ານ ແລະ ສະ​ກັດ​ກັ້ນ​ບັນ​ດາ​ປະ​ກົດ​ການ​ຫຍໍ້​ທໍ້​ຕ່າງໆ ທີ່​ອາດ​ເກີດ​ຂຶ້ນ​ໃນ​ຖັນ​ແຖວ​ສະ​ມາ​ຊິກ​ພກ, ພະ​ນັກ​ງານ-ລັດ​ຖະ​ກອນ ຢ່າງ​ເດັດ​ຂາດ, ໂດຍ​ປະ​ຕິ​ບັດ​ຕາມ​ທິດ​ທີ່​ວ່າ: ປະ​ກົດ​ການ​​ຫຍໍ້​ທໍ້ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ, ເກີດຂຶ້ນ​ນຳ​ຜູ້​ໃດ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ​ຈາກ​ຄະ​ນະ​ພັກ, ສະ​ມາ​ຊິກ​ພັກ ​ຢູ່​ບ່ອນນັ້ນ ແລະ ບໍ່​ຖີ້ມ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ຜູ້​ອື່ນ;
  3. ) ເອົາ​ໃຈ​ໃສ່​ນຳ​ພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ວິ​ຊາ​ສະ​ເພາະ ຕາມ​ພາ​ລະ​ບົດ​ບາດ​ຂອງ​ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ, ພວກ​ສະ​ຫາຍ​ສ້າງ​ແຜນ​ການ, ແຜນ​ງານ, ໂຄງ​ການ ແລະ ກິດ​ຈະ​ກຳ​ເຄື່ອນ​ໄຫວ​ວຽກ​ລະ​ອຽດ, ວຽກ​​ຈັດ​ຕັ້ງ, ກໍ່​ສ້າງພັກ ແລະ ພະ​ນັກ​ງານ-ລັດ​ຖະ​ກອນ ເພື່ອ​ຊີ້​ນຳໆ ພາ, ຊຸກ​ຍູ້, ຕິດ​ຕາມ, ກວດ​ກາ ແລະ ສະຫຼຸບ​ຕີ​ລາ​ຄາການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕ່າງໆ ເປັນ​ແຕ່​ລະ​ໄລ​ຍະ ພ້ອມ​ທັງ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ຫາ​ຂໍ້​ຄົງ​ຄ້າງ ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ.       (ຂ່າວສານ ຮສສ: ເພັດສະໄໝ)

ຂ່າວສານອື່ນໆ