28-03-2023, 11:06 857
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ.
21-01-2020, 14:47 2376
ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ.
...........................
ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ.
ໃນວັນທີ 21 ມັງກອນ 2020, ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ . ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວຫນ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ແລະ ທ່ານ ໄມເຄີນ ເຣນ ຜູ້ຈັດການບໍລິສັດເທທຣາເທັກ, ໂດຍມີ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ເຣນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ມີບັນດາຕາງຫນ້າຈາກກະຊວງ ແລະ ຂະແຫນງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ການເຊັນບົດບັນທຶກດັ່ງກ່າວ ແມ່ນໄດ້ຮັບທຶນສະຫນັບສະຫນູນຈາກລັດຖະບານສະຫະລັດອາເມລິການ ໃນມູນຄ່າ 4,960,790 ໂດລາສະຫະລັດ ເພື່ອສະຫນັບສະໜູນ ຫຄຊກລ ເແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໂດຍສຸມໃສ່ວຽກງານໃນການທຳລາຍລະເບີດແບບເຄື່ອນທີ່ ຢູ່ 6 ແຂວງເຊັ່ນ: ແຂວງຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ອັດຕະປື ເຊິ່ງມີໄລຍະເວລາໃນການຈັດຕັ້ງປະຕິບັດ 3 ປີ.
ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ມີຄຳເຫັນວ່າ: ສປປ ລາວ ເປັນປະເທດໄດ້ຮັບຜົນກະທົບຈາກລູກລະເບີດບໍ່ທັນແຕກ ແລະ ເປັນໄພຂົ່ມຂູ່ຕໍ່ກັບການທຳມາຫາກິນ ແລະ ການດຳລົງຊີວິດປະຈຳວັນຂອງເດັກນ້ອຍ ແລະ ປະຊາຊົນບັນດາເຜົ່າທີ່ຢູ່ໃນຂອບເຂດທົ່ວປະເທດທີ່ມີຜົນກະທົບ. ນອກນັ້ນ, ຍັງສະກັດກັ້ນ ແລະ ກີດຂວາງແກ່ການພັດທະນາພື້ນຖານໂຄງລ່າງ ແລະ ແຜນ ພັດທະນາເສດ ຖະກິດ -ສັງຄົມແຫ່ງຊາດ ຂອງ ສປປ ລາວ ແລະ ແຜນລຶບລ້າງຄວາມທຸກຍາກ.ສໍາລັບປີ 2020 ນີ້, ຕາມມະຕິຂອງສະພາແຫ່ງຊາດໃຫ້ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ສູ້ຊົນຈັດຕັ້ງປະຕິບັດການກວດກູ້ລະເບີດໃຫ້ໄດ້ 10.000 ເຮັກຕາ. ປະຈຸບັນ, ຂະແໜງການເກັບກູ້ລະເບີດກໍ່ມີຄວາມຈຳເປັນໄດ້ທົບທວນ ແລະ ແຜນຍຸດທະ ສາດແຫ່ງຊາດ ກ່ຽວກັບເສັ້ນທາງຄວາມປອດໄພ II, ແຜນບູລິມະສິດການຂອງການສໍາຫຼວດ ແລະກວດກູ້ໂດຍຕິດພັນກັບລົບລ້າງຄວາມທຸກຍາກ ແລະການພັດທະນາເຂດຈຸດສຸມ ນອກຈາກນີ້, ຈະ ໄດ້ມີການປັບປຸງກົນໄກ ການປະສານງານ, ການຄຸ້ມຄອງຂໍ້ມູນ ແລະ ພາລະບົດບາດໃຫ້ສອດຄ່ອງ ກັບສະພາບຕົວຈິງ; ພ້ອມນີ້, ກໍ່ຈະໄດ້ມີການປຶກສາຫລືເພຶ່ອກ້າວສູ່ການຈັດຕັ້ງຜັນຂະຫຍາຍສົນທິ ສັນຍາ ວ່າດ້ວຍລະເບີດລູກຫວ່ານໂດຍຈະສ້າງເປັນດໍາລັດ ກ່ຽວກັບລະເບີດລູກຫວ່ານ.
ພ້ອມນີ້, ທ່ານ ນາງ ເຣນາ ບິດເຕີ ກໍໄດ້ມີຄຳເຫັນວ່າ: ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫລືອລັດຖະບານລາວຕະຫລອດມາໃນການແກ້ໄຂບັນຫາລະເບີດບໍ່ທັນແຕກໃນ ສປປລາວ ແລະ ເພື່ອຢາກໃຫ້ລັດຖະບານລາວບັນລຸໄດ້ແຜນຍຸດທະສາດ SDG ທີ່18 ເຊິ່ງໃນປີ 2020 ນີ້ກໍເປັນປີທີສຳຄັນ ຄົຍຮອບແຜນຍຸດທະສາດໃນການໂຄງການເກັບກູ້ລະເບີດແຫ່ງຊາດຂອງລັດຖະບານລາວ ເຊິ່ງລັດຖະບານສະຫະລັດອາເມລິກາ ກໍໄດ້ສະຫນັບສະຫນູນໃນການສ້າງແຜນຍຸດທະສາດນີ້ ແລະ ສະຫນັບສະຫນູນຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃນການປະຕິບັດພາລະບົດບາດນີ້.
(ຂ່າວສານຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)
- ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ. (09-06-2020, 15:37)