28-03-2023, 11:06 859
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V.
23-12-2019, 13:04 2128
ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V.
ກອງປະຊຸມໃຫຍ່ຜູ້ແທນກຳມະບານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V ໃນວັນທີ 18 ທັນວາ 2019 ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ, ສະຫາຍ ຕົງເຢຢ່າງ ຢົງເຊັງ ຮອງປະທານສູນກາງກຳມະບານລາວ, ມີຜູ້ແທນສົມບູນ 210 ກວ່າສະຫາຍເຂົ້າຮ່ວມ .
ເພື່ອພ້ອມກັນສະຫລຸບຕີລາຄາສະພາບການຊີ້ນຳ-ນຳພາ ແລະ ພ້ອມກັນປະກອບຄຳເຫັນ ໃສ່ວຽກງານຂອງສະຫະພັນກຳມະບານຮາກຖານກະຊວງແຮງງານແລະສະຫວັດດີການສັງຄົມ ໃນໄລຍະຜ່ານມາ ແລະ ຮັບຮອງເອົາ ທິດທາງແຜນການໄລຍະ 5 ປີ ໃນຕໍ່ໜ້າ (2021-2025) ແລະ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະບໍລິຫານງານ ຂອງສະຫະ ພັນກຳມະບານຮາກຖານກະຊວງ ຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໂດຍໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ປອ ບຸນມາ ສິດທິໂສມ ເປັນປະທານ ສະຫະພັນກຳມະບານ ກະຊວງ ຮສສ ຄົນໃໝ່.
ໃນໂອກາດນີ້, ສະຫາຍ ຕົງເຢຢ່າງ ຢົງເຊັງ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ ຄະນະບໍລິຫານງານສະຫະພັນກຳມະບານ ຮາກຖານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຊຸດໃໝ່ ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ຈະຕ້ອງໄດ້ມີການແບ່ງງານກັນຢ່າງຈະແຈ້ງ, ສືບຕໍ່ສ້າງຂະບວນການ 5 ເປັນເຈົ້າຢ່າງເປັນຂະບວນການຟົດຟື້ນ-ຕໍ່ເນື່ອງ, ມີການວາງແຜນ ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ຢ່າງເປັນປົກກະຕິ ແລະ ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນໃຫ້ມີຜົນງານຢ່າງໃຫຍ່ຫລວງກວ່າເກົ່າ.
ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກກຳມະບານ, ພະນັກງານ, ລັດຖະກອນ ພາຍໃນກະຊວງ ຮສສ ຈົ່ງສືບຕໍ່ເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເພື່ອພັດທະນາ ແລະ ປັບປຸງວຽກງານໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ເຮັດໃຫ້ວຽກງານກຳມະບານເຂັ້ມແຂງ, ປອດໃສ ແລະ ໜັກແໜ້ນ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງກັນ ບົນພື້ນຖານຄວາມຈິງໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຍົກສູງດ້ານຄວາມຮູ້ ຄວາມສາມາດ, ສົ່ງເສີມດ້ານດີ ດ້ານຕັ້ງໜ້າ, ຊອກຫາວິທີແກ້ໄຂຂໍ້ຄົງຄ້າງໃຫ້ທັນກັບສະພາບການຕົວຈິງ, ພ້ອມກັນບຸກບືນສ້າງຜົນງານໃຫ້ໂດດເດັ່ນ ແລະ ເຂັ້ມແຂງ./
( ຂ່າວສານຮສສ: ເພັດສະໄໝ )
ຂ່າວສານອື່ນໆ
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)
- ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ. (09-06-2020, 15:37)