28-03-2023, 11:06 857
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ
13-05-2020, 11:10 2372
ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ.
ຄັ້ງວັນທີ 06 ພຶດສະພາ 2020ນີ້, ທີ່ຫ້ອງປະຊຸມກົມດັ່ງກ່າວ, ຊື່ງ ສະຫາຍ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ບົດລາຍງານ ແລະ ພ້ອມທັງຕີລາຄາສູງ ຕໍ່ຄະນະໜ່ວຍພັກກົມ, ສະມາຊິກພັກ, ພະນັກງານ ຂອງກົມກວດກາທັງໝົດ ທີ່ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນສຸມໃສ່ຕິດຕາມ, ກວດກາ ການປະຕິບັດ, ມະຕິ, ຄຳສັ່ງ ກໍ່ຄືການປະຕິບັດກົດລະບຽບພັກຂອງຄະນະພັກທຸກຂັ້ນ ໂດຍສະເພາະຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ທີ່ຢູ່ຂົງເຂດການຊີ້ນຳໆພາຂອງອົງຄະນະພັກກະຊວງ ຮສສ ແລະ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ, ພ້ອມທັງວຽກງານແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນ ຖືວ່າເປັນວຽກໜຶ່ງ ຂອງການສະກັດກັ້ນການສໍ້ລາດບັງຫຼວງ, ສະກັດກັ້ນຕ້ານສະພາບຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງ ແລະ ໃນຖັນແຖວສະມາຊິກພັກ, ພະນັກງານ ລວມທັງການປັບປຸງ-ຍົກສູງສະຕິເຄົາລົບລະບຽບກົດໝາຍ, ສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນ ໃຫ້ສະມາຊິກພັກ, ພະນັກງານ ທີ່ຢູ່ໃນການຄຸ້ມຄອງຂອງກະຊວງ ຮສສ ດີຂຶ້ນ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງບັນດາກົມ,ອອ້ມຂ້າງກະຊວງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຮສສ ຕາມມະຕິກອງປະຊຸມວຽກງານ ຮສສ ປະຈຳປີວາງອອກ.
ເພື່ອເປັນທິດໃນການການສືບຕໍ່ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກົມກວດກາ ໃນການຕິດຕາມ, ກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທົ່ວຂະແໜງ ຮສສ ໃຫ້ມີຄວາມແຂງແຮງ, ໜັກແໜ້ນ ແລະ ແທດເຖິງຕົວຈິງ.ສະຫາຍ ປອ ຄຳແພງ ໄຊສົມແພງ ມີຄຳເຫັນຊີ້ນຳດັ່ງນີ້:
ໜຶ່ງ: ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຍົກສູງບົດບາດນຳພາ ແລະ ຄວາມສາມາດນໍຳໜ້າໃນການກໍ່ສ້າງ ແລະ ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນຕື່ມ ໂດຍໃຫ້ຖືເອົາການສຶກສາອົບຮົມການເມືອງ ນຳພາແນວຄິດຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອແນໃສ່ຈຳກັດ ແລະ ແກ້ໄຂບັນດາຊ່ອງວ່າງຂອງປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຕໍ່ໜ້າຈາກການປະຕິບັດໜ້າທີ່ ຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກົມກວດກາ.
ສອງ: ສຸມໃສ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ່ V ຂອງອົງຄະນະພັກ ກະຊວງ ຮສສ ວາງອອກ ວ່າ: ອັນໃດມີຜົນສຳເລັດ, ອັນໃດທີ່ຄົງຄ້າງ ແລະ ອັນໃດຄວນສືບຕໍ່ຈັດຕັ້ງປະຕິບັດ. ລວມທັງການປະຕິບັດກົດລະບຽບຂອງພັກ, ບັນດາມະຕິ, ຄຳສັ່ງ ແລະ ຂໍ້ກຳນົດຕ່າງໆ ໂດຍສະເພາະກ່ຽວກັບວຽກງານປັບປຸງກໍ່ສ້າງພັກ, ການປັບປຸງແບບແຜນນຳພາ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກະຊວງ ຮສສ;
ສາມ: ສຸມໃສ່ຕິດຕາມ, ກວດກາຊຸກຍູ້ຄະນະໜ່ວຍພັກ, ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກະຊວງ ຮສສ ດຳເນີນຊີວິດການເມືອງ ບົນພື້ນຖານເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງເລິກ ເຊິ່ງ, ສ້າງສັນ, ຮັບປະກັນຄວາມສາມັກຄີພາຍໃນພັກ, ເດັດດ່ຽວຕ້ານທັດສະນະແນວຄິດຈົ່ງຈຽມ, ເຫັນອົກເຫັນໃຈກັນ, ແນວຄິດສວຍໂອກາດໂຄ່ນລົ້ມໂຈມຕີ, ແບ່ງແຍກຄວາມສາມັກຄີພາຍໃນພັກ ແລະ ບັນຫາອື່ນໆ;
ສີ່: ເພີ່ມທະວີຄວາມເອົາໃຈໃສ່ຊີ້ນຳ ແລະ ສຸມໃສ່ຕິດຕາມ, ກວດກາ ການຄຸ້ມຄອງບໍລິຫານລັດເປັນຕົ້ນ: ຕິດຕາມ, ກວດກາ ການປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິີດຂອງບັນດາກົມອ້ອມຂ້າງກະຊວງ ແລະ ພະແນກ ຮສສ ບັນດາແຂວງ-ນະຄອນຫຼວງວຽງຈັນ. ລວມທັງການປະຕິບັດມະຕິ, ຄຳສັ່ງ, ກົດໝາຍ, ດຳລັດ ແລະ ລະບຽບການຕ່າງໆຂອງພັກ ແລະ ລັດ;
ຫ້າ: ເປັນເຈົ້າການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມ ທີ່ຕິດພັນກັບຂະແໜງ ຮສສ ນັບທັງສູນກາງ ແລະ ທ້ອງຖິ່ນ. ລວມທັງການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍຂອງບັນດາກົມ, ຫ້ອງການ, ສະຖາບັນ, ສູນ ແລະ ພະແນກ ຮສສ ບັນດາແຂວງ -ນະຄອນຫຼວງວຽງຈັນ ແນໃສ່ສະກັດກັ້ນຕ້ານການໃຊ້ຈ່າຍເກີນແຜນ, ຈ່າຍບໍ່ຖືກເປົ້າໝາຍ ຫຼື ຈ່າຍບໍ່ແທດກັບຕົວຈິງ;
ຫົກ: ເອົາໃຈໃສ່ຈັດຕັ້ງໂຄສະນາເຜີຍແຜ່ ແລະ ເຊື່ອມຊືມ ກ່ຽວກັບວຽກງານຕິດຕາມ, ກວດກາ, ການສະກັດກັ້ນຕ້ານການສໍ້ລາດບັງຫຼວງ, ດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ນິຕິກຳອື່ນໆ ທີ່ກ່ຽວພັນກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ບັນດາການຈັດຕັ້ງທຸກຂັ້ນ, ສະມາຊິກ, ພະນັກງານທຸກຄົນ ໃນຂະແໜງ ຮສສ ແຕ່ສູນກາງລົງຮອດທ້ອງຖິ່ນ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງວຽກງານຕິດຕາມ, ກວກກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນເງື່ອນໄຂໃໝ່;
ເຈັດ: ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ພ້ອມທັງຈັດຕັ້ງບຳລຸງສ້າງພະນັກງານກວດກາ ໃຫ້ມີຄວາມຮູ້, ຄວາມສາມາດ ທາງດ້ານວິຊາສະເພາະ, ບໍຳລຸງສ້າງໃນຂະບວນການວຽກງານຕົວຈິງເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ຂອງວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນເງື່ອນໄຂໃໝ່. ບັນຫາສຳຄັນ ບຸກຄະລາກອນທີ່ເຮັດວຽກງານກວດກາ ຕ້ອງເປັນຜູ້ທີ່ມີທັດສະນະ, ມີຈັນຍາບັນທີ່ຖືກຕ້ອງ, ຮູ້ເບີ່ງ ແລະ ພິຈາລະນາບັນຫາຕ່າງໆຢ່າງຮອບຄອບ, ແທດຕົວຈິງ, ກົງໄປກົງມາ, ທ່ຽງທຳ ແລະ ເປັນຜູ້ທີ່ກ້າຫານ, ເຂັ້ມແຂງ, ກໍຳແໜ້ນບັນດາມະຕິ, ຄຳສັ່ງ, ກົດໝາຍ ແລະ ຍືດໝັ້ນປະຕິບັດໜ້າທີ່ບົນພື້ນຖານລະບຽບກົດໝາຍ;
ແປດ: ພະນັກງານກົມກວດກາ ຕ້ອງເປັນແບບຢ່າງນຳພາທີ່ດີໃຫ້ແກ່ (ກົມອື່ນ) ຢູ່ສະໝີ, ມີຄວາມສັດຊື່ບໍລິສຸດຕໍ່ການຈັດຕັ້ງ, ມີແບບແຜນດຳລົງຊີວິດທີ່ປອດໄສ, ບໍ່ສວຍໂອກາດ, ບໍ່ຫຼີ້ນກິນຟຸມເຟື່ອຍ, ມີຄວາມເຂັ້ມງວດ ໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ ທີ່ຖືກມອບໝາຍ.
( ຂ່າວຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)
- ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ. (09-06-2020, 15:37)