ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ອົງການປະກັນສັງຄົມ ຍັງສືບຕໍ່ເບີກຈ່າຍເງິນອຸດໜູນວ່າງງານສະເພາະໂຄວິດ.

24-07-2020, 14:06 3015

ອົງການປະກັນສັງຄົມ ຍັງສືບຕໍ່ເບີກຈ່າຍເງິນອຸດໜູນວ່າງງານສະເພາະໂຄວິດ.

IMG_0432

ໃນໄລຍະການລະບາດຂອງພະຍາດໂຄວິດ 19 ຜ່ານມາ, ເຫັນວ່າມີຫົວໜ່ວຍແຮງງານສະເໜີມາຂໍອຸດໜູນແລ້ວ 140 ຫົວໜ່ວຍ ລວມມີ 9 ພັນກວ່າຄົນ, ອານຸມັດແລ້ວ 3 ພັນກວ່າຄົນ ແລະ ໄດ້ເບີກຈ່າຍແລ້ວ 19 ຫົວໜ່ວຍ.

ທ່ານ ບຸນຍອດ ຈັນທະວອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ໃຫ້ສຳພາດກັບທີມຂ່າວ ໃຫ້ຮູ້ ໃນວັນທີ 23 ກໍລະກົດ2020ນີ້, ກ່ຽວກັບ ການຈ່າຍອຸດໜູນວ່າງງານໃຫ້ແກ່ບັນດາຫົວໜ່ວຍທຸລະກິດ, ແຮງງານ ທີ່ເຂົ້າປະ ກັນສັງຄົມ ແລະ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ 19 ວ່າ: ອົງການປະກັນສັງຄົມແຫ່ງຊາດ ແມ່ນຫົວໜ່ວຍໜຶ່ງທີ່ຂຶ້ນກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີໜ້າທີ່ໃນການສະໜອງນະໂຍບາຍການປະກັນສັງຄົມໃຫ້ແກ່ເປົ້າໝາຍສະມາຊິກ ທີ່ລວມທັງ ພະນັກງານລັດຖະກອນ, ຜູ້ອອກແຮງງານ ແລະ ຫົວໜ່ວຍວິສາຫະກິດ, ປະຊາຊົນທົ່ວໄປ ທີ່ສະໝັກໃຈເຂົ້າເປັນສະມາຊິກຂອງອົງການປະກັນສັງຄົມ, ປັດຈຸບັນ ມີສະມາຊິກທັງໝົດ 3 ແສນ 14 ພັນ 140 ຄົນ ແລະ ຕໍ່ກັບສະພາບການລະບາດຂອງພະຍາດໂຄວິດນັ້ນແມ່ນໄດ້ກະທົບເປັນວົງກວ້າງ ກວມເອົາຫຼາຍຂົງເຂດ, ດັ່ງ ນັ້ນ ອົງການປະກັນສັງຄົມ ຈຶ່ງເຮັດໜ້າທີ່ຂອງຕົນດ້ວຍການຄິດໄລ່ເງິນອຸດໜູນວ່າງງານໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບ, ໂດຍຈະໄດ້ຮັບ 60% ຂອງເງິນເດືອນຜູ້ປະກັນຕົນ ແລະ ໄດ້ຮັບ 3 ເດືອນຂຶ້ນໄປ, ແຕ່ຕ້ອງເຂົ້າປະກັນຢ່າງໜ້ອຍ 12 ເດືອນຂຶ້ນໄປ ແລະ ປັດຈຸບັນ ມີສະມາຊິກປະກັນສັງຄົມ ກວມທັງໝົດ 7 ແສນກວ່າຄົນ, ຜົນກະທົບຂອງໂຄວິດ 19, ລາຍຈ່າຍ 8 ຕື້ກວ່າ;

ທ່ານ ບຸນຍອດ ຈັນທະວອນ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໃຫ້ຮູ້ອີກວ່າ: ການເຂົ້າເປັນສະມາຊິກຂອງອົງການປະກັນສັງຄົມນີ້ ແມ່ນຈະໄດ້ຮັບສິດຫຼາຍຢ່າງ ໂດຍສະເພາະ ອຸດໜູນປະຕິເຫດແຮງງານ, ປະກັນສຸຂະພາບ, ອຸດໜູນອອກລຸກ, ປ່ອຍການ, ອຸດໜູນເສຍກຳລັງແຮງງານ, ອຸດໜູນບຳນານ, ອຸດໜູນເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ອຸດໜູນວ່າງງານ, ເຊີ່ງການເບິກຈ່າຍອຸດໜູນວ່າງງານນີ້ ແມ່ນໄດ້ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະ ເທດ ເພື່ອທົດແທນລາຍໄດ້ໃຫ້ກັບຜູ້ອອກແຮງງານ ແລະ ເປັນການຮັກສາຈຳນວນແຮງງານໃຫ້ແກ່ຫົວໜ່ວຍທຸລະກິດ, ເຊິ່ງບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກັນຕົນທີ່ໄດ້ຮັບຜົນກະທົບ ສາມາດເຂົ້າໄປພົວພັນໄດ້ທີ່ຫ້ອງການປະກັນສັງ ຄົມຢູ່ແຕ່ລະແຂວງ.

ການເຂົ້າເປັນສະມາຊິກຂອງປະກັນສັງຄົມແຫ່ງຊາດ ເປັນສິ່ງທີ່ຈຳເປັນເພາະສະມາຊິກແມ່ນຈະໄດ້ຮັບສິດທີພິເສດຫຼາຍຢ່າງ, ດັ່ງທີ່ປັດຈຸບັນນີ້ ຈະເຫັນວ່າ ມີຫຼາຍໆພາກສ່ວນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19, ອົງການປະກັນສັງຄົມແຫ່ງຊາດ ແມ່ນໄດ້ເອົາໃຈໃສ່ໃນການເບິ່ງແຍງສະມາຊິກເປັນຢ່າງດີ

 

(ຂ່າວສານຮສສ: ເພັດສະໄໝ)

ຂ່າວສານອື່ນໆ