ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ຄົບຮອບ 10 ປີ ວັນມີຜົນບັງຄັບໃຊ້ ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ.

31-07-2020, 14:01 5152

ຄົບຮອບ 10 ປີ ວັນ​ມີຜົນບັງຄັບ​ໃຊ້​ ສົນທິສັນຍາວ່າ​ດ້ວຍ ການ​ເກືອດ​ຫ້າມ​ລະ​ເບີດ​ລູກຫວ່ານ.

2020-07-30 at 22.13.41

 

ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຖະແຫຼງຂ່າວ  ວັນ​ມີຜົນບັງຄັບ​ໃຊ້​ ສົນທິສັນຍາວ່າ​ດ້ວຍ ການ​ເກືອດ​ຫ້າມ​ລະ​ເບີດ​ລູກຫວ່ານ ຄົບຮອບ 10 ປີ (1 ສິງຫາ 2010 - 1 ສິງຫາ 2020) ຕໍ່ ສື່ມວນຊົນລາວ ໃນວັນ​ທີ 31 ກໍລະກົດ 2020, ທີ່, ນະຄອນຫຼວງວຽງຈັນ ວ່າ: ໃນສົງຄາມອິນໂດຈີນ ໄລຍະປີ 1964-1973 ສປປ ລາວ ໄດ້ກາຍເປັນ ສະໝໍລະພູມສູ້ຮົບທີ່ດຸເດືອດ ທັງພາກພື້ນດິນ ແລະ ການຖິ້ມລະເບີດ ທາງອາກາດ. ຂໍ້ມູນທີ່ມີໃນປະຈຸບັນ ສະແດງໃຫ້ພວກເຮົາເຫັນວ່າ ສະເພາະແຕ່ການຖີ້ມ ລະເບີດທາງອາກາດ ແມ່ນມີຫຼາຍ ກວ່າ 2 ລ້ານໂຕນ, ໜັກໜ່ວງທີ່ສຸດໃນປະຫວັດສາດ ທີ່ເຄີຍມີການຖິ້ມລະເບີດຜ່າມາ, ໃນນັ້ນມີລະເບີດລູກຫວ່ານ (ບົມບີ) ຫຼາຍກວ່າ 270 ລ້ານໜ່ວຍ ແລະ ປະເມີນໄດ້ວ່າມີປະມານເຖິງ 30% ຂອງລະເບີດດັ່ງກ່າວຍັງບໍ່ທັນແຕກ ຕົກຄ້າງຢູ່ຜືນແຜ່ນດິນລາວ.

68653245_2980467572023894_8262643777508737024_o

ຕະຫຼອດໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດ ຈົນມາເຖິງປັດຈຸບັນນີ້, ລັດຖະບານ ແຫ່ງ ສປປ ລາວ ໄດ້ຍົກສູງຄວາມສໍາຄັນຂອງ ວຽກງານແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງດັ່ງກ່າວ ຢ່າງເອົາໃຈໃສ່ ແລະ ຕໍ່ເນື່ອງ. ບໍ່ພຽງແຕ່ຄວາມອັນຕະລາຍ ຂອງລະເບີດເອງ ທີ່ທຳລາຍຮ່າງກາຍ ແລະ ຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າເທົ່ານັ້ນ, ແຕ່ລະເບີດຈຳນວນມະຫາສານ ທີ່ຕົກຄ້າງຢັ່ງຢາຍໃນເນື້ອທີ່ດິນ ໃນຂອບທົ່ວປະເທດລາວ ໄດ້ສ້າງອຸປະສັກອັນໜັກໜ່ວງ, ຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະ ເຮັດໃຫ້ ການປະຕິບັດຍຸດທະສາດ ການລືບລ້າງຄວາມທຸກຍາກ ດຳເນີນໄປຢ່າງຍາກລຳບາກ. ເຖິງຢ່າງ ໃດກໍຕາມ, ລັດຖະບານ ກໍໄດ້ສຸມທຸກກຳລັງແຮງເພື່ອກຳນົດ ແລະ ເຊື່ອມສານເອົາ ວຽກງານແກ້ໄຂບັນຫາລະເບີດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ. ຈົນ ມາຮອດປີ 2016, ລັດຖະບານ ສປປ ລາວ ກໍໄດ້ສະເໜີກໍານົດ ເປົ້າໝາຍ ວ່າດ້ວຍ ການດໍາລົງຊີວິດທີ່ປອດໄພຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ ເຂົ້າໃນເປົ້າໝາຍການ ພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ ເຊິ່ງໄດ້ຖືກກຳນົດເປັນ ເປົ້າໝາຍທີ 18.

Minister of LSW

ສົນທິສັນຍາ ວ່າ​ດ້ວຍ ການ​ເກືອດ​ຫ້າມ​ລະ​ເບີດ​ລູກຫວ່ານ​ ຫຼື ສົນທິສັນຍາໂອດ​ສະ​ໂລ ກາຍເປັນ​ກົດໝາຍ​ສາກົນ ນັບ​ແຕ່​ ວັນ​ທີ 1 ສິງຫາ 2010 ​ມີ​​ເປົ້າໝາຍ​ເພື່ອ​ມະນຸດສະທຳ ແລະ​​ ການຫ້າມ​​ນຳ​ໃຊ້, ​ຜະລິດ, ໂອນຍ້າຍ ແລະ ​ສະ​ສົມ ​ພ້ອມທັງ ຕ້ອງທຳລາຍລະ​ເບີດລູກ​ຫວ່ານຢູ່ໃນຄັງແສງ. ສົນທິສັນຍາດັ່ງກ່າວ ໄດ້ກຳນົດ​ພັນທະຂອງລັດພາຄີ ໃນ​ການ​​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ອອກ​ຈາກ​ເນື້ອທີ່​ໄດ້​ຮັບ​ຜົນກະທົບ, ກໍານົດໃຫ້ມີການ​ຊ່ວຍ​ເຫຼືອ​ແກ່ຜູ້​ທີ່ໄດ້ ຮັບ​​ເຄາະ​ຮ້າຍຈາກ​ລະ​ເບີດ​ລູກ​ຫວ່ານ​ ແລະ ຊຸກຍູ້ການ​ຮ່ວມ​ມື​ເພື່ອຊ່ວຍ​ເຫຼືອກັນໃນ​ການ ຈັດຕັ້ງປະຕິບັດ​​ວຽກງານ ໃຫ້​​ມີ​ປະສິດທິ​ຜົນ. ຍ້ອນ​ເປົ້າໝາຍ​ດ້ານ​ມະນຸດສະທຳ​ຄື​ແນວ​ນັ້ນ ສົນທິສັນຍາ​ໂອດສະໂລ ຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ ຈາກ​ວົງ​ຄະນາ​ຍາດ​ສາກົນ, ​​ເຊິ່ງປະຈຸບັນມີ 121 ປະ​ເທດ ທີ່ໄດ້​ລົງ​ນາມ ​ແລະ ໃນນັ້ນ 108 ປະ​ເທດ ແມ່ນໄດ້ໃຫ້ສັດຕະຍາບັນແລ້ວ.

Numbers of bombies found in XKH

PM Visited UXO Lao XKH

ກອງປະຊຸມ​ຄັ້ງທຳ​ອິດ ຂອງລັດພາຄີສົນທິສັນຍານີ້ ແມ່ນ ສປປ ລາວ ໄດ້ຮັບກຽດ​​ເປັນ​ເຈົ້າພາບ ໃນປີ 2010 ເຊິ່ງ​ໄດ້ຮັບຮອງ​ເອົາ ຖະ​ແຫຼງ​ການວຽງ​ຈັນ ​ແລະ​ ແຜນ​ປະຕິ​ດບັດ​ງານ​ວຽງ​ຈັນ ໃນໄລຍະ 5 ປີ (2010 - 2015), ຈາກນັ້ນ ກໍໄດ້ມີກອງປະຊຸມ ທົບທວນຄັ້ງທໍາອິດ ໃນປີ 2015 ທີ່ ເມືອງດູໂບຼນິກ, ປະເທດ ໂຄຼເອເຊຍ ເຊິ່ງໄດ້ຮັບຮອງ ເອົາແຜນການປະຕິບັດງານ ດູໂບຼນິກ ສໍາລັບປີ 2016-2020 ແລະ ໃນທ້າຍປີນີ້ ກໍຈະມີກອງປະຊຸມທົບທວນຄືນ ແລະ ວາງທິດທາງແຜນການ ເຊິ່ງຈະເປັນເຈົ້າພາບໂດຍ ປະເທດສະວິດເຊີແລນ.

IMG_9791

ສຳລັບ ສປປ ລາວ, ເຂົ້າຮ່ວມສົນທິສັນຍາໂອດສະໂລ ໂດຍມີເປົ້າໝາຍຕົ້ນຕໍເພື່ອ ຂໍການຮ່ວມມືຈາກບັນດາປະເທດ ໃນການແລກປ່ຽນບົດຮຽນນຳກັນ, ຊ່ວຍເຫຼືອກັນ, ແນ່ໃສ່ ເຮັດໃຫ້ການເຄື່ອນໄຫວດໍາລົງຊີ​ວິດ ແລະ ທຳການຜະລິດຂອງປະຊາຊົນມີຄວາມ ປອດໄພຈາກລະເບີດຕົກຄ້າງ ນັບມື້ດີຂື້ນ. ສະນັ້ນ ສປປ ລາວ ຈຶ່ງເປັນປະເທດທີ 2 ໄດ້ລົງ ນາມໃນສົນທິສັນຍາ, ໃນວັນທີ 18 ມີນາ 2009 ຖັດຈາກປະເທດ ນອກແວ ແລະ ກໍໄດ້ໃຫ້ສັດຕະຍາບັນໃນວັນທີ 16 ກຸມພາ 2010, ມີຜົນບັງຄັບໃຊ້ໃນວັນທີ 1 ສິງຫາ 2010.

IMG_8823

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄໍາໝັ້ນໝາຍ ຕໍ່ກັບສົນທິສັນຍາ ສາກົນດັ່ງກ່າວ, ລັດຖະບານ ສປປ ລາວ ໂດຍແມ່ນ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຈຶ່ງໄດ້ປະສານສົມທົບ ກັບບັນດາຂະແໜງການ ຂອງສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ ເສັ້ນທາງຄວາມປອດໄພ ແລະ ມາຮອດປະຈຸບັນ ແມ່ນສະບັບທີ 2 ແລະ ກໍາລັງຈະປັບປຸງເປັນສະບັບທີ 3 ເພື່ອໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021-2025 ແລະ ເປົ້າໝາຍການພັດທະນາ ແບບຍືນຍົງປີ 2030 ໂດຍສະເພາະແມ່ນ ເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ ຕາມຄຳຂວັນ ທີ່ວ່າ: ພ້ອມກັນ ກ້າວໄປ (Leaving no one behind).

 

ຕະຫຼອດໄລຍະຜ່ານມາ ສປປ ລາວ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ສົນທິສັນຍາໂອດສະໂລ ໂດຍສະແດງອອກ ມີຜົນສໍາເລັດໃນການສ້າງບັນດານິຕິກໍາ ແລະ ການເຊື່ອມສານເຂົ້າສູ່ ວຽກງານຂອງຂະແໜງການ ເຊັ່ນ: ການມີສ່ວນຮ່ວມສ້າງຂໍ້ກຳນົດ ທີ່ຕິດພັນກັບການສຳຫຼວດ, ທຳລາຍລະເບີດ, ການຊ່ວຍເຫຼືອຜູ້ຖືກບາດເຈັບ ແລະ ເສຍຊີວິດ ຈາກລະເບີດ ເຂົ້າໃນດຳລັດ, ຄຳສັ່ງ ແລະ ລະບຽບ, ກົດໝາຍຕ່າງໆ, ການເຊື່ອມສານ ຄວາມຮັບຮູ້, ເຂົ້າໃຈກ່ຽວກັບ ລະເບີດບໍ່ທັນແຕກທີ່ຕົກຄ້າງ ເຂົ້າໃນຫຼັກສູດ ການສຶກສາ ແລະ ການລົງໂຄສະນາ, ປະຊາສຳພັນ ແລະ  ອອກຂ່າວໂຄສະນາຜ່ານ ສື່ມວນຊົນຕ່າງໆ.

ພ້ອມດຽວກັນນັ້ນ, ວຽກງານສຳຫຼວດ ແລະ ທຳລາຍລະເບີດທີ່ຕົກຄ້າງ ມາເຖິງ ປັດຈຸບັນ ໄດ້ດໍາເນີນການສໍາຫຼວດແບບວິຊາການ ຕາມຈຸດຫຼັກຖານໃນຈຳນວນທັງໝົດ 1.000 ບ້ານໃນທົ່ວປະເທດ; ສາມາດກໍານົດເປັນພື້ນທີ່ຢັ້ງຢືນວ່າ ມີລະເບີດບໍ່ທັນແຕກ ຕົກຄ້າງໄດ້ 118.324 ເຮັກຕາ; ກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ໄດ້ 46.838 ເຮັກຕາ; ທໍາລາຍລະເບີດບໍ່ທັນແຕກ ໄດ້ທັງໝົດ 966.534 ໜ່ວຍ ໃນນີ້ ມີລະ​ເບີດ​ລູກ​ຫວ່ານ 615.380 ໜ່ວຍ. ຖືສຳຄັນວຽກງານໂຄສະນາຄວາມສ່ຽງຈາກລະເບີດບໍ່ທັນແຕກ ໂດຍລົງເຄື່ອນ​ໄຫວ​ຊ່ວຍໃຫ້ປະຊາຊົນ ໄດ້ຮັບຮູ້​ຜົນ​ຮ້າຍ ແລະ ທີ່​ມາ​ຂອງລະເບີດບໍ່ທັນແຕກ ຢູ່ 2.689 ບ້ານ, ​ມີ​ຜູ້ໄດ້​ຮັບ​ຜົນ​ປະ​ໂຫຍດເຖິງ ​2.324.393 ຄົນ. ໄປຄຽງຄູ່ກັນ, ກໍເຮັດວຽກງານຊ່ວຍເຫຼືອ ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກ ເຊິ່ງໄດ້ມີຜູ້ຖືກເຄາະຮ້າຍ ຈາກລະເບີດທັງໝົດ 4.378 ຄົນ ແລະ ໄດ້ຊ່ວຍເຫຼືອໃຫ້ເງີນອຸດໝູນ ແກ່ຄອບຜູ້ເສຍຊີວິດ ແລ້ວ 528 ຄົນ, ເຮັດການຟື້ນຟູດ້ານໜ້າທີ່ການ 1.327 ຄົນ, ໃຫ້ຄໍາປືກສາດ້ານ ສຸຂະພາບຈິດ 575 ຄົນ, ຝືກວິຊາຊີບ ແລະ ສ້າງເສດຖະກິດຄອບຄົວ 1.174 ຄົນ, ລວມໄປເຖິງ ໃຫ້ທຶນການສຶກສາ 757 ຄົນ ແລະ ປຸກເຮືອນ ຖາວອນໃຫ້ 17 ຄົນ.

 Prince of Jordan 2

          ຜົນສຳ​ເລັດ​ທີ່​ກ່າວ​ມາ​ນັ້ນ ​ແມ່ນ​ໄດ້​ມາ​ຍ້ອນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ການ​ຊ່ວຍ​ເຫຼືອ​ສະໜັບສະໜູນ ຈາກທຸກພາກສ່ວນ, ທັງລັດຖະບານ, ອົງການ ສປຊ ເພື່ອການພັດທະນາ ແລະ ບັນດາປະເທດເພື່ອນມິດ ທີ່ຮ່ວມກັນເປັນໃຈກາງ ໃນການປະສານງານລະດົມທຶນ ຊ່ວຍເຫຼືອເພື່ອຈັດຕັ້ງຜັນຂະຫຍາຍ ສົນທິສັນຍາໂອດສະໂລ. ສຳຄັນທີ່ສຸດ ແມ່ນການ ປະກອບສ່ວນທຶນຮອນ, ເຕັກນິກວິຊາການຂອງວົງຄະນາຍາດສາກົນ, ການປະກອບ ເຫື່ອແຮງຂອງ ບັນດາອົງການປະຕິບັດງານຂອງ ລາວ ແລະ ຕ່າງປະເທດ ເປັນແຮງຂັບເຄື່ອນ ທີ່ຂາດບໍ່ໄດ້ໃນ​ການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່​ຍັງ​ຕົກ​ຄ້າງ ຢູ່ ສປປ ລາວ ​ໃນ​ໄລຍະຜ່ານມາ.

ເຖິງວ່າ ລັດຖະບານລາວ ໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມທີ່ສຸດ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຢ່າງ ຫຼວງຫຼາຍຈາກບັນດາປະເທດຄູ່ຮ່ວມມື ແຕ່ຍ້ອນ ລະເບີດບໍ່ທັນແຕກທີ່ຕົກຄ້າງ ທີ່ມີຈຳນວນ ຫຼາຍ ແລະ ກະຈັດກະຈາຍໃນເຂດທຸລະກັນດານ ມີຫຼາຍຄວາມຮຽກຮ້ອງຕ້ອງການ ແລະ ວຽກງານກໍບໍ່ສາມາດຕອບສະໜອງໄດ້ ໂດຍສະເພາະແມ່ນ ການຈັດຕັ້ງ ປະຕິບັດແຜນການ ສໍາຫຼວດຊອກຫາພື້ນທີ່ລະເບີດບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ ຮອດປີ 2020 ແລະ ການກວດກູ້ພຶ້ນທີ່ລະເບີດບໍ່ທັນ ແຕກທີ່ຕົກຄ້າງ, ຊຶ່ງມາຮອດປະຈຸບັນນີ້, ການສໍາຫຼວດເພື່ອ ຢັ້ງຢືນພື້ນທີ່ລະເບີດບໍ່ທັນແຕກທີ່ຕົກຄ້າງ ແມ່ນບໍ່ທັນສາມາດປະຕິບັດໄດ້ກວມທົ່ວປະເທດ, ສາມາດກວດກູ້ລະເບີດອອກຈາກພື້ນທີ່ໄດ້ພຽງແຕ່ 13.802 ເຮັກຕາເທົ່ານັ້ນ ຍັງເຫຼືອ 104.522 ເຮັກຕາ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລບຕ ກໍບໍ່ທັນຕອບສະໜອງ ໄດ້ທັງໝົດ.

ສະນັ້ນ, ໃນກອງປະຊຸມປະຈໍາປີ ຄັ້ງທີ 9 ຂອງລັດພາຄີສົນທິສັນຍາ ໂອດສະໂລ ລັດຖະບານລາວ ຈຶ່ງໄດ້ຮັບຮອງເອົາການຕໍ່ອາຍຸສັນຍາ ຂອງ ສປປ ລາວ ອອກຕື່ມອີກ 5 ປີ ຈົນຮອດປີ 2025 ໂດຍຈະສຸມຄວາມພະຍາຍາມໃສ່ ການຄົ້ນ​ຄວ້າຮ່າງ ດໍາລັດວ່າ ດ້ວຍລະເບີດລູກຫວ່ານ ໃຫ້ສໍາເລັດໃນປີ 2021 ເພື່ອຈະເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ປະຕິບັດວຽກງານກວດກູ້ລະເບີດບໍໍ່ທັນແຕກໃຫ້ມີປະສິດທິຜົນ, ພ້ອມທັງ ຈະທົບທວນ ແຜນຍຸດທະສາດແຫ່ງຊາດ ເສັ້ນທາງກ້າວສູ່ຄວາມປອດໄພ II, ໄລຍະປີ 2011-2020, ການກໍານົດແຜນບູລິມະສິດແຫ່ງຊາດ ການສໍາຫຼວດ ແລະ ກວດກູ້ລະເບີດບໍ່ທັນ ແຕກທີ່ຕົກຄ້າງ, ປັບປຸງມາຖານແຫ່ງຊາດສໍາລັບການ ແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ ຕົກຄ້າງ ຢູ່ ສປປ ລາວ, ທົບທວນແຜນການ 5 ປີ ໄລຍະປີ 2016-2020 ແລະ ສ້າງແຜນການ 5 ປີ ໄລຍະປີ 2021-2025.

 Bombies (32)

ບັນດາທ່ານ ທີ່ມີກຽດ ທີ່ຮັກແພງທັງຫລາຍ,

ການຮັບຮອງເອົາ ສົນທິສັນຍາໂອດສະໂລ ສະແດງເຖິງຄວາມຮັບຜິດຊອບສູງ ຕໍ່ການ ລຶບລ້າງຮ່ອງຮອຍປະຫວັດສາດຂອງລະເບີດລູກຫວ່ານ, ພ້ອມທັງ ເປັນການຮັບປະກັນ ຫ້າມການຜະລິດ, ການນຳໃຊ້, ການໂອນຍ້າຍ ແລະ ການສະສົມ ເພື່ອເຮັດໂລກມີຄວາມ ປອດໄພຈາກລະເບີດ ລູກຫວ່ານ, ເປັນພື້ນຖານໃຫ້ເກີດສັນຕິພາບ ແລະ ຢຸດຕິ ຄວາມທຸກທໍລະມານຂອງປະຊາຊົນຈາກລະເບີດ ທີ່ແກ່ຍາວມາຫຼາຍສິບປີ.

ການ​ຈັດພິທີ​ ໃນ​ມື້ນີ້ ແມ່ນເປັນ​ການສະ​ແດງ​ເຖິງຄວາມ​ສາມັກຄີ ແລະ ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ການ​ປະຕິບັດ​ພັນທະ​ສາກົນ ຕໍ່​ມວນ​ມະນຸດ​ໃນ​ໂລກ. ນະໂອກາດອັນມີຄວາມ ໝາຍຄວາມສໍາຄັນນີ້, ຂ້າ​ພະ​ເຈົ້າ ຂໍຮຽກຮ້ອງມາຍັງ ປະຊາຄົມໂລກ ແລະ ບັນດາປະເທດ ທີ່ເປັນລັດພາຄີຂອງສົນທິສັນຍາ ວ່າ​ດ້ວຍ ການ​ເກືອດ​ຫ້າມ​ລະ​ເບີດ​ລູກຫວ່ານ ຈົ່ງສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫຼືອປະເທດ ທີ່ໄດ້ຮັບຜົນກະທົບ ​ຄື ສປປ ລາວ ເພື່ອຈັດຕັ້ງ ປະຕິບັດສົນທິສັນຍາ ໃຫ້ບັນລຸຜົນ ຕາມຄາດໝາຍທີ່ວາງໄວ້. 

ຕອນທ້າຍ​, ທ່ານ ປອ ຄຳແພງ ໄຊສົມແພງ ຍັງໄດ້ກ່າວສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງຈິງໃຈ ຕໍ່ບັນດາອົງການຈັດຕັ້ງສາກົນ, ບັນດາປະເທດທີ່ສະໜັບສະໜູນທຶນຮອນ, ເຕັກນິກວິຊາການຕະຫຼອດຮອດ ບັນດາອົງການ ປະຕິບັດງານ ວຽກ​ລະ​ເບີດ​ບໍ່​ທັນ​ແຕກຂອງລາວ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງ​ສຳຄັນ​ໃນ​ການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ ​ຍັງ​ຕົກ​ຄ້າງຢູ່ ສປປ ລາວ ​ໃນ​ໄລຍະຜ່ານມາ,​ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ ອົງການ ສປຊ ເພື່ອການພັດທະນາ ທີ່ເປັນໃຈກາງປະສານງານ ເພື່ອລະດົມທຶນເຂົ້າໃນການຜັນຂະຫຍາຍ ສົນທິສັນຍາວ່າ​ດ້ວຍການ​ເກືອດ​ຫ້າມ​ລະ​ເບີດ​ລູກຫວ່ານ ນຳອີກ.

ໃນພິທີດັ່ງກ່າວ ເປັນກຽດເຂົ້າຮວ່ມຂອງ ທ່ານ​ ນາງ ລີຄາດາ ລິກເຈີ ຜູ້ຕາງໜ້າ​ອົງການ ສປຊ ເພື່ອການພັດທະນາ ປະຈຳ​ ສປປ ລາວ , ບັນດາທ່ານ ຮອງລັດຖະມົນຕີ, ຮອງປະທານ ແລະ ຄະນະກໍາມະການ ຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ, ບັນດາທ່ານທຸ​ຕາ​ນຸທູດ ແລະ ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ, ພ້ອມແຂກຖືກເຊີນເຂົ້າຮວ່ມ./

 

( ຂ່າວສານຮສສ: ເພັດສະໄໝ)

 

ຂ່າວສານອື່ນໆ