28-03-2023, 11:06 859
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ.
09-06-2020, 15:37 2256
ຫາລືເພື່ອສ້າງຄວາມເຂັ້ມແຂງຂອງອົງການປະຕິບັດງານວຽກງານແກ້ໄຂລະເບີດບໍ່ທັນແຕກ.
ໃນວັນທີ 9 ມິຖຸນາ ນີ້, ຢູ່ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມຫາລືເພື່ອສ້າງຄວາມເຂັ້ມແຂງ ຂອງອົງການປະຕິບັດງານ ວຽກງານແກ້ໄຂລະເບີດບໍ່ທັນແຕກ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າ ຫ້ອງການຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ໂດຍມີບັນດາທ່ານຫົວໜ້າ ຄກລ, ຮອງ ຄຊກລ , ຕາງຫນ້າຈາກກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຜູ້ຕາງຫນ້າຈາກກົມອົງການຈັດຕັ້ງສາກົນ ກຽ່ວຂ້ອງເຂົ້າຮວ່ມ.
ກອງປະຊຸມຄັ້ງນີ້, ມີຄວາມໝາຍສຳຄັນ ເປັນຂໍກຸນແຈ ທີ່ຈະສະໜັບສະໜູນ ແລະ ຂັບເຄື່ອນບັນດາວຽກງານຕ່າງໆ ລະຫວ່າງ ຫ້ອງການ ຄຊກລ ແລະ ອົງການປະຕິບັດງານມະນຸດສະທຳ ແລະ ເພື່ອຍຸດທະສາດແຫ່ງຊາດ ວ່າດ້ວຍເສັ້ນທາງຄວາມປອດໄພ 2 ຢ່າງໃຫ້ມີປະສິທິຜົນ. ນອກຈາກນັ້ນ, ກໍເພື່ອປະສານງານການສະໜັບສະໜູນທຶນຮອນໃຫ້ໄດ້ຫລາຍກ່ວາເກົ່າ ເພາະຂະບວນຄົ້ນຄ້ວາ ແລະ ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ແມ່ນໜຶ່ງໃນບັນດາປັດໄຈທີ່ຈະຊ່ວຍເຮັດໃຫ້ການລະດົມທຶນທັນການ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການລຶບລ້າງຄວາມທຸກຍາກ, ເປົ້າໝາຍການພັດທະນາແບບຍືນຍົງ.
ຕາມຕົວເລກຈາກຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໃຫ້ຮູ້ວ່າ: ໃນຫລາຍປີຜ່ານມາ ສາມາດຕຳລາຍລະເບີດໄດ້ທັງໝົດ 1,5 ລ້ານກ່ວາໜ່ວຍ, ບົ່ມບີ 8 ແສນກ່ວາໜ່ວຍ ແລະ ລະເບີດສະນິດອື່ນໆ 6 ແສນກ່ວາໜ່ວຍ, ໃນນີ້ ຍັງພົບເນື້ອທີ່ ແລະ ບ້ານທີ່ມີຂໍ້ມູນລະເບີດບໍ່ທັນແຕກທີ່ຕົກຄ້າງໃນທົ່ວປະເທດຫລາຍກ່ວາ 2 ພັນບ້ານ, ຊຶ່ງເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ./
(ຂ່າວສານ ຮສສ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)