28-03-2023, 11:06 607
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ຫຄຊກລ ຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານແກ້ໄຂ ລບຕ 6 ເດືອນຕົ້ນປີ ຮ່ວມກັບບັນດາປະເທດຜູ້ໃຫ້ທືນສະໜັບສະໜູນ.
19-08-2020, 10:55 4311
ຫຄຊກລ ຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານແກ້ໄຂ ລບຕ 6 ເດືອນຕົ້ນປີ ຮ່ວມກັບບັນດາປະເທດຜູ້ໃຫ້ທືນສະໜັບສະໜູນ.
ໃນວັນທີ 18 ສິງຫາ 2020, ທີ່ສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ຫຼັກ 5), ນະຄອນຫຼວງວຽງຈັນ. ຫ້ອງການຄະນະກໍາມະການຄຸ້ມຄອງລະເບີດແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ໂດຍສົມທົມກັບອົງການ ສປຊ ເພື່ອການພັດທະນາປະຈໍາ ສປປ ລາວ ແລະ ສະຖານທູດ ສ. ອາເມລິກາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ປີ 2020 ຂຶ້ນ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ປະທານ ຄຊກລ; ທ່ານນາງ ລີຄາດາ ຣິກເຈິ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາປະຈໍາ ສປປ ລາວ, ທ່ານ ດຣ ປີເຕີ້ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ມີບັນດາທ່ານຮອງປະທານ ຄຊກລ, ທຸຕານຸທູດ, ຕາງໜ້າບັນດາກະຊວງຂະແໜງການ , ອົງການປະຕິບັັດງານຕ່າງໆ ແລະ ວິຊາການ ຄຊກລ ເຂົ້າຮວ່ມ.
ກອງປະຊຸມດັ່ງກ່າວ, ແມ່ນໄດ້ຈັດ 2 ຄັ້ງຕໍ່ປີ, ຊຶ່ງຄັ້ງນີ້ ແມ່ນໄດ້ເນັ້ນໃສ່ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານແກ້ໄຂ ລບຕ 6 ເດືອນຕົ້ນປີ ຂອງຂະແໜງການແກ້ໄຂບັນຫາ ລບຕ ແລະ ແຜນການ 6 ເດືອນທ້າຍປີ 2020 ແລະ ໄດ້ຮັບຟັງການລາຍງານການກະກຽມແຜນຍຸດທະສາດແຫ່ງຊາດ ແກ້ໄຂບັນຫາ ລບຕ ສະບັບທີ 3 ສໍາລັບປີ 2021-ໃນໄລຍະ 2030 ແລະ ໄດ້ລົງເລິກຄົ້ນຄ້ວາເປິກສາຫາລື ເພື່ອຊອກຫາວິທີທາງເຮັດໃຫ້ວຽກງານແກ້ໄຂບັນຫາ ລບຕ ໄດ້ບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຍົກໃຫ້ເຫັນສິ່ງທ້າທາຍວຽກງານ ລບຕ ເປັນຕົ້ນແມ່ນ ການຊ່ວຍເຫຼືອຜູ້ລອດຊີວິດຈາກ ລບຕ ແມ່ນບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ ແລະ ການກວດກູ້ ລບຕ ກໍ່ບໍ່ສາມາດບັນລຸໄດ້ເຊັ່ນດຽວກັນ, ໃນໄລຍະ 6 ເດືອນຕົ້ນປີ ຂອງຂະແໜງການແກ້ໄຂບັນຫາ ລບຕ ສາມາດປົດປ່ອຍເນື້ອທີ່ດິນ ທີ່ປອດໄພໄດ້ທັງໝົດ 966 ເຮັກຕາ, ໃນີ້ເນື້ອທີ່ດິນກະສິກຳ 965 ເຮັກຕາ, ສາມາດທຳລາຍລະເບີດໄດ້ທັງໝົດ 13. 454 ໜວ່ຍ, ລູກຫວ່ານ 12.236 ໜວ່ຍ ແລະ ໂຄສະນາສຶກສາຄວາມສຽ່ງໄດ້ອັນຕະລາຍຈາກລະເບີດບໍ່ທັນແຕກ ໄດ້ 109 ບ້ານ .
ໂອກາດ ທີ່ ທ່ານປ.ອ ຄໍາແພງ ໄຊສົມແພງ ໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມວ່າ: ຕໍ່ກັບບັນຫາ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນປີຕໍ່ໄປ ເປັນຕົ້ນແມ່ນການປະຕິບັດຕົວເລກຄາດໝາຍແຜນການປີ, ແຜນການ 5 ປີ ແລະ ຄາດໝາຍເອັດດີຈີ 18 ໃນດ້ານການຊ່ວຍເຫຼືອຜູ້ລອດຊີວິດ, ການສໍາຫຼວດ ແລະ ກວດກູ້ ລບຕ ຍັງບໍ່ທັນບັນລຸແຜນການທີ່ີວາງໄວ້; ການເຝິກອົບຮົມສ້າງຄວາມເຂັ້ມແຂງວຽກງານບໍລິຫານຄຸ້ມຄອງຂໍ້ມູນຂ່າວສານ ລບຕ, ການຄຸ້ມຄອງຄຸນນະພາບການສໍາຫຼວດ ແລະ ກວດກູ້ ລບຕ ຍັງມີຄວາມຈຳກັດ. ເນື່ອງຈາກຂາດທືນຮອນ, ພະນັກງານຍັງຈໍາກັດທາງດ້ານຄຸນນະພາບ ແລະ ປະລິມານ ພ້ອມນີ້ ຍັງຂາດອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝມາຮັບໃຊ້ເຂົ້າໃນການສໍາຫຼວດ ແລະ ກວດກູ້ ລບຕ, ພ້ອມນີ້ ທ່ານ ຍັງໄດ້ໃຫ້ກອງເລຂາ ດັ່ງນີ້:
- ໃຫ້ຫ້ອງການ ຄຊກລ ສົມທົບກັບ ກົມແຜນການ ແລະ ການຮ່ວມມືສາກົນ ຄົ້ນຄ້ວາຕື່ມ ເພື່ອຍົກໃຫ້ເຫັນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ໃຫ້ແຈ້ງກວ່າເກົ່າ ເພາະເປັນວຽກທີ່ຕິດພັນ ກັບວຽກງານ ຂະແໜງການຕ່າງໆ. ຄຽງຄູ່ກັນນີ້, ໃຫ້ກົມແຜນການ ແລະ ການຮ່ວມມືສາກົນ ແນະນໍາໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມ ເພື່ອໃຫ້ເອົາວຽກງານ ແກ້ໄຂບັນຫາ ລະເບີດບໍ່ທັນແຕກເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ເມືອງ;
- ໃຫ້ສືບຕໍ່ເອົາໃສ່ປະສານງານ ແລະ ພົວພັນກັບກະຊວງຂະແໜງການກ່ຽວກັບ ເພື່ອປະເມີນ ແລະ ປັບປຸງແຜນຍຸດທະສາດ ດ້ານວຽກງານເກັບກູ້ລະເບີດບໍ່ທັນແຕກ ໂດຍສະເພາະ ເສັ້ນທາງຄວາມປອດໄພ III (2020-2030) ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ຖຶກຕາມຄວາມຮຽກຮ້ອງຕ້ອງການຕົວຈິງ.
- ໃຫ້ຫ້ອງການ ຄຊກລ ສົມທົບກັບກະຊວງການຕ່າງປະເທດ ເພື່ອສືບຕໍ່ຊຸກຍູ້ການລະ ດົມທືນຫຼາຍຊ່ອງທາງ, ຜ່ານອົງການຈັດຕັ້ງສາກົນ, ສອງຝ່າຍ, ຈາກບັນດາປະເທດຄູ່ຮ່ວມພັດທະນາ, ສະຫະປະຊາຊາດເພື່ອການພັດທະນາ ແລະ ຈາກພາກເອກະຊົນ. ພ້ອມນີ້, ສະເໜີໃຫ້ບັນດາປະເທດຜູ້ໃຫ້ທືນພິຈາລະນາໃຫ້ທຶນເປັນໄລຍະຍາວ 3 ປີ ຂຶ້ນໄປ.
- ສປປ ລາວ ໄດ້ຮັບການຕໍ່ເວລາຂອງມາດຕາ 4 ອອກໄປອີກ 05 ປີ, ແຕ່ບັນຫາສຳຄັນ ແມ່ນຕ້ອງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຂໍ້ແນະນຳຂອງກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທີ 9 ໃຫ້ເກີດປະສິດທິຜົນ, ບັນຫາສຳຄັນຕ້ອງໄດ້ເອົາໃຈໃສ່ກຳນົດບູລິມະສິດ ແລະ ແຜນໄລຍະຍາວຂອງການສຳຫຼວດ ແລະກວດກູ້ລະເບີດ, ການໂຄສະນາຜົນຮ້າຍ ຈາກລະເບີດບໍ່ທັນແຕກ ແລະການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ;
- ໃຫ້ຫ້ອງການ ຄຊກລ ສົມທົບກັບພາກສວ່ນກ່ຽວຂ້ອງ ເພື່ອຄົົ້ນຄ້ວາ ແລະ ສ້າງແຜນບູລິມະສິດແຫ່ງຊາດ ວຽກງານສໍາຫຼວດ ແລະ ກວດກູ້ ລະເບີດບໍ່ທັນແຕກ ເພື່ອເປັນພື້ນຖານໃນການກໍານົດພື້ນທີ່ສໍາຫຼວດ ແລະກວດກູ້ ຂອງເມືອງ ແລະ ແຂວງ ຖືກຕ້ອງ ແລະ ສອດຄ່ອງກັບຄວາມຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ.
- ສືບຕໍ່ໄດ້ສ້າງຄວາມເຂັ້ມແຂງການພົວພັນ ແລະປະສານງານຢູ່ ຂັ້ນແຂວງ ແລະ ເມືອງຕື່ມ ໂດຍສ້າງຄວາມອາດສາມາດໃຫ້ເປັນລະບົບຄົບຊຸດ. ນອກຈາກນີ້, ກໍ່ຕ້ອງເພີ່ມທະວີການຮ່ວມມື ແລະ ສ້າງຄວາມເຂັ້ມແຂງ ຂອງກອງກວດກູ້ ລບຕ ເພື່ອມະນຸດສະທໍາກອງທັບ (ກອງ 58) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ ໃຫ້ມີປະສິດທິຜົນ./
( ຂ່າວສານ ຮສສ: ເພັດສະໄໝ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)