28-03-2023, 11:06 606
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ການປົກປ້ອງທາງສັງຄົມ ຢູ່ ສປປ ລາວ.
28-07-2020, 15:09 6084
ການປົກປ້ອງທາງສັງຄົມ ຢູ່ ສປປ ລາວ.
ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດ (ຜ່ານວີດີໂອຄອນຟາເຣນ ) ຕໍ່ ທ່ານ ນາງ ຊີຕາ ສໍາລິດ (Sita Sumrit) ຫົວໜ້າພະແນກຫຼຸດຜ່ອນຄວາມທຸກຍາກ ແລະ ບົດບາດຍິງ-ຊາຍ , ເພື່ອລົງໃສ່ ວາລະສານຂອງອາຊຽນ “The ASEAN” Magazine ພາຍໃຕ້ຫົວຂໍ້: ການປົກປ້ອງທາງສັງຄົມ ຢູ່ ສປປ ລາວ, ວັນທີ 28 ກໍລະກົດ 2020ນີ້ , ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ວ່າ:
- ມຸມມອງ ຂອງ ສປປ ລາວ ສິ່ງທີ່ເປັນຈຸດແຂງ ແລະ ໂອກາດ ໃນການສົ່ງເສີມດ້ານສິດທິ ແລະ ສະຫວັດດີການ ສໍາລັບກຸ່ມຄົນດ້ອຍໂອກາດ.
ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ວຽກປົກປ້ອງສັງຄົມ ໂດຍສະເພາະແມ່ນກຸ່ມຄົນດ້ອຍໂອກາດ ສະແດງອອກໃນໄລຍະຜ່ານມາ ສປປ ລາວ ໄດ້ເປັນພາຄີກັບປະຊາຄົມສາກົນ ແລະ ອາຊຽນ ໃນການຮັບຮອງ ແລະ ຈັດຕັ້ງປະຕິບັດບັນດາສົນທິສັນຍາ ແລະ ຂໍ້ແນະນໍາທີ່ພົວພັນເຖິງການປົກປ້ອງທາງສັງຄົມ ເປັນຕົ້ນຖະແຫຼງການສາກົນວ່າດ້ວຍສິດທິມະນຸດ, 5 ໃນ 8 ສົນທິສັນຍາສິດທິພື້ນຖານຂອງແຮງງານ, ສົນທິສັນຍາສາກົນວ່າດ້ວຍສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ແລະ ຂໍ້ແນະນໍາຂອງອົງການແຮງງານສາກົນວ່າດ້ວຍ ການປົກປ້ອງສັງຄົມຂັ້ນພື້ນຖານ ສະບັບເລກທີ 202 ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ແລະ ຮັບຮອງຖະແຫລງການອາຊຽນ ວ່າດ້ວຍການເພີ່ມທະວີການປົກປ້ອງສັງຄົມ ແລະ ຖະແຫຼງການອື່ນໆໃນຂອບອາຊຽນ.
ສໍາລັບ ສປປ ລາວ ໄດ້ມີຄວາມພະຍາຍາມສູງ ໃນການຜັນຂະຫຍາຍ ແລະ ບັນຈຸເອົາເນື້ອໃນຈິດໃຈບັນດາສົນທິສັນຍາ, ຂໍ້ຕົກລົງລະດັບພາກພື້ນ ແລະ ສາກົນ ແລະ ຖະແຫລງການ ທີ່ພົວພັນກັບ ວຽກປົກປ້ອງທາງສັງຄົມ ຊຶ່ງໄດ້ຮັບຮອງ ແລະ ປະກາດໃຊ້ຍຸດທະສາດການປົກປ້ອງທາງສັງຄົມແຫ່ງຊາດ ທີ່ມີສາມອົງປະກອບຫຼັກຄື: ປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ ໂດຍໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດນໍາທີ່ວ່າ: ສ້າງຄວາມກົມກຽວ ແລະ ເຊື່ອມສານ ລະຫວ່າງ ການພັດທະນາດ້ານ ເສດຖະກິດກັບການພັດທະນາດ້ານວັດທະນະທໍາ-ສັງຄົມ ເພື່ອຮັບປະກັນການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ. ພ້ອມນີ້, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໄລຍະແຕ່ປີ 2016-2020 ແລະ ແຜນ 5 ປີ ຄັ້ງຕໍ່ໄປ ກໍໄດ້ກໍານົດ ກ່ຽວກັບຄວາມຕ້ອງການ ການຊ່ວຍເຫລືອດ້ານສະຫວັດດີການສັງຄົມ ໃຫ້ແກ່ປະຊາຊົນຜູ້ທີ່ດ້ອຍໂອກາດທີ່ສຸດ ເພື່ອຮັບປະກັນການດຳລົງຊີວິດຂັ້ນພື້ນຖານ, ຫຼຸດຜ່ອນຄວາມທຸກຍາກ ແລະ ມີໂອກາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແບບເທົ່າທຽມກັນ ຊຶ່ງສະແດງເຖິງນະໂຍບາຍ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດການສົ່ງເສີມດ້ານສິດທິ ແລະ ການປົກປ້ອງທາງສັງຄົມສໍາລັບກຸ່ມຄົນດ້ອຍໂອກາດ ເພື່ອແນໃສ່ການພັດທະນາແບບມີສ່ວນຮ່ວມ, ລຶບລ້າງຄວາມທຸກຍາກໃນທຸກຮູບແບບ ແລະ ການຫຼຸດຜ່ອນຄວາມບໍ່ເທົ່າທຽມກັນຂອງບຸກຄົນ ແລະ ກຸ່ມປະຊາກອນ ໂດຍບໍ່ປະຖີ້ມໃຜໄວ້ຂ້າງຫຼັງ.
ຄຽງຄູ່ກັນນັ້ນ, ໃນດ້ານກາລະໂອກາດຂ້າພະເຈົ້າເຫັນວ່າ ການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນແລະ ການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານ ແລະ ວິຊາການຈາກຄູ່ຮ່ວມພັດທະນາ ຈະເປັນເງື່ອນໄຂໃນການສົ່ງເສີມ ແລະ ປະຕິບັດນະໂຍບາຍດ້ານການປົກປ້ອງສັງຄົມໃຫ້ປະຊາຊົນມີຄວາມຢູ່ດີກິນດີ.
- ສຳລັບດ້ານນະໂຍບາຍ ໂດຍສຸມໃສ່ວຽກປົກປ້ອງທາງສັງຄົມສໍາລັບເດັກດ້ອຍໂອກາດ ຈາກກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ຄັ້ງທີ 10 ທີ່ໄດ້ຈັດຂື້ນຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້:“ການສ້າງຄວາມເຂັ້ມແຂງວຽກປົກປ້ອງທາງສັງຄົມສໍາລັບເດັກດ້ອຍໂອກາດໃນອາຊຽນ” ຊຶ່ງຫົວຂໍ້ດັ່ງກ່າວແມ່ນມີຜົນປະໂຫຍດຫຼາຍໃຫ້ແກ່ ສປປ ລາວ ໃນການປະກອບສ່ວນອັນສໍາຄັນ ໃນການສ້າງຄວາມເຂັ້ມແຂງ ແລະ ຮັດແໜ້ນການຮ່ວມມື ກັບອາຊຽນໃນການສົ່ງເສີມ ແລະ ປົກປ້ອງສິດທິເດັກ ໂດຍສະເພາະແມ່ນເດັກດ້ອຍໂອກາດ.
ໃນນາມປະທານກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ, ຂ້າພະເຈົ້າ ເຫັນວ່າ ປະຊາຊົນທຸກຄົນໃນປະເທດ ໂດຍສະເພາະຜູ້ທຸກຍາກ ແລະ ຜູ້ບອບບາງເປັນໃຈກາງສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ ເວລາອອກແບບ ແລະ ຈັດຕັ້ງປະຕິບັດນະໂຍບາຍປົກປ້ອງສັງຄົມ. ສໍາລັບ ສປປ ລາວ ໄດ້ສໍາເລັດການສ້າງຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ໂດຍໄດ້ກໍານົດວິໄສທັດຮອດປີ 2030 ແລະ ເປົ້າໝາຍລວມປີ 2025 ແນໃສ່ເພື່ອໃຫ້ປະຊາຊົນລາວຕາມກຸ່ມເປົ້າໝາຍຕ່າງໆ ໄດ້ຮັບການເຂົ້າເຖິງການບໍລິການປົກປ້ອງສັງຄົມ ດ້ານປະກັນສຸຂະພາບ, ການປະກັນສັງຄົມ ແລະ ສະຫວັດດີການສັງຄົມ ຂັ້ນພື້ນຖານ ໂດຍໃຫ້ມີຄວາມສະເໜີພາບ, ມີປະສິດທິພາບ ແລະ ຢືນຍົງ. ໃນນັ້ນ, ລະບົບສະຫວັດດີການສັງຄົມ ຈະໄດ້ສຸ່ມໃສ່ການໃຫ້ການອຸດໜູນຊ່ວຍເຫຼືອຕ່າງໆ ໃຫ້ແກ່ກຸ່ມຜູ້ດ້ອຍໂອກາດ ໂດຍສະເພາະ ການຊ່ວຍເຫຼືອເດັກອາຍຸຕໍ່າກວ່າ 3 ປິ ລວມທັງເດັກທີ່ຕ້ອງການປົກປ້ອງພິເສດ ເພື່ອໃຫ້ເດັກໄດ້ຮັບໂພສະນາການ, ເຂົ້າເຖິງການສຶກສາ ແລະ ການບໍລິການຊ່ວຍເຫຼືອສົງເຄາະ ຫຼື ອຸດໜູນຕ່າງໆໃຫມີຊີວິດການເປັນຢູ່ດີຂື້ນ ແລະ ສາມາດຢູ່ຮ່ວມກັນໃນສັງຄົມ ຊຶ່ງຍຸດທະສາດສະບັບນີ້ ແມ່ນໄດ້ຮັບການສະໜັບສະໜູນຢາງກ້ວາງຂວາງ ຈາກອົງການສະຫະປະຊາຊາດ (UN) ແລະ ເຄືອຄ່າຍຂອງອົງການສະຫະປະຊາດ ໂດຍສະເພາະແມ່ນອົງການແຮງງານສາກົນ.
- ຄວາມຄິດເຫັນ ຕໍ່ເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ແລະ ບັນດາຂະແໜງການກ່ຽວຂ້ອງໃນການສົ່ງເສີມ ວາລະການປົກປ້ອງສັງຄົມໃນພາກພື້ນ.
ຖະແຫຼງການອາຊຽນວ່າດ້ວຍການສ້າງຄວາມເຂັ້ມແຂງການປົກປ້ອງທາງສັງຄົມເປັນເຄື່ອງມືທີ່ສໍາຄັນໃນດ້ານນະໂຍບາຍ ໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ມີເປົ້າໝາຍເພື່ອໃຫ້ປະຊາຊົນທຸກຄົນ ເຂົ້າເຖິງໂອກາດໃນການພັດທະນາຊັບພະຍາກອນມະນຸດ, ສະຫວັດດີການສັງຄົມ ແລະ ຄວາມຍຸດຕິທໍາ. ບັນຫາກ່ຽວກັບການປົກປ້ອງທາງສັງຄົມມີຄວາມຈໍາເປັນ ເພື່ອຮັບປະກັນຄວາມສໍາເລັດ ແລະ ຄວາມຢືນຍົງຂອງລະບົບປົກປ້ອງສັງຄົມ ເປັນການກ່ຽວພັນທີ່ຊັດເຈນ ລະຫວ່າງການປົກປ້ອງທາງສັງຄົມ ແລະ ການໃຫ້ບໍລິການຂັ້ນພື້ນຖານ. ໃນເງື່ອນໄຂຂອງ ສປປ ລາວ, ການປົກປ້ອງສັງຄົມຄວນຖືເປັນມາດຕະການປະຕິບັດຄ່ຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍອື່ນໆ ແລະ ບໍ່ຄວນຖືເປັນມາດຕະຖານດຽວ ທີ່ຢັ້ງຢືນເຖິງຄວາມຕ້ອງການໃຫ້ເປັນນະວັດຕະກໍາໃໝ່ ພາຍໃນຂົງເຂດວຽກງານນີ້. ຜູ້ກໍານົດນະໂຍບາຍຮັບຮູ້ວ່າ ການປ່ຽນແປງຂອງຮູບແບບຕາໜ່າງການຜະລິດຈາກພາກພື້ນສູ່ທ້ອງຖິ່ນມີທ່າແຮງເພື່ອ 1) ຫັນປ່ຽນເສດຖະກິດທ້ອງຖິ່ນ ແລະ ເສດຖະກິດຂອງປະເທດ; 2) ສ້າງພື້ນທີ່ໃໝ່ເປັນວົງຈອນເພື່ອຄວາມຢືນຍົງດ້ານສິ່ງແວດລ້ອມ; 3) ສົ່ງເສີມ “ການສ້າງຄືນໃໝ່ໃຫ້ດີກວ່າເກົ່າ-ເພື່ອບໍ່ປະຖີ້ມໃຜໄວ້ເບື້ອງຫຼັງ” ແລະ 4) ກຽມຄວາມພ້ອມເພື່ອຮັບມືກັບວິກິດການສຸກເສີນໃນອານາຄົດ, ລວມທັງການແຜ່ລະບາດຂອງໄວຣັດ. ການປົກປ້ອງສັງຄົມສາມາດປະກອບສ່ວນສໍາຄັນໃນການຫັນປ່ຽນດັ່ງກ່າວ, ໂດຍສະເພາະ ໃນສະພາບການທີ່ການລົງທຶນ
ລັດມີຈໍາກັດ. ສາມາດຜັກດັນການປົກປ້ອງສັງຄົມໂດຍຜ່ານການເຊື່ອມໂຍງຍຸດທະສາດ ແລະ ການຈັດຕັ້ງປະຕິບັດ ເພື່ອຊ່ວຍກໍານົດ ແລະ ສ້າງເສດຖະກິດໃໝ່ທີ່ເອົາຊຸມຊົນເປັນໃຈກາງ. ນະວັດຕະກໍາໃໝ່ນີ້ ສາມາດສົ່ງເສີມຮັກສາການໃຫ້ອຸດໜູນເບ້ຍລ້ຽງປົກປ້ອງສັງຄົມ ໃນເສດຖະກິດທ້ອງຖິ່ນ, ສ່ົງເສີມການພັດທະນາເສດຖະກິດທ້ອງຖິ່ນ ໃຫ້ມີຄວາມຢືນຍົງ ແລະ ສາມາດສະໜັບສະໜູນຄວາມຢຶນຢົງ ຂອງນະໂຍບາຍປົກປ້ອງສັງຄົມໄດ້. ເມື່ອພິຈາລະນາເຖິງຫຼັກວິກິດການທີ່ເກີດຂື້ນ ການປະຕິບັດລະບົບປົກປ້ອງສັງຄົມ ເພື່ອຮັບມືກັບວິກິດການ ແມ່ນຄຽງຄູ່ກັບການບໍລິການອື່ນໆ ເປັນຕົ້ນການສະໜັບສະໜູນບັນດາຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍໃນທ້ອງຖິ່ນ ລວງທັງການບໍລິການເພື່ອພັດທະນາທຸລະກິດ, ການເຂົ້າເຖິງສິນເຊື່ອ, ການເຂົ້າເຖິງການບໍລິການຈັດຫາງານ ສໍາລັບຜູ້ທີ່ຊອກຫາວຽກເຮັດງານທໍາ ແລະ ການພັດທະນາສີມືແຮງງານເພື່ອປັບປຸງສີມືແຮງງານໃຫ້ຕອບສະໜອງກັບຄວາມຕ້ອງການຂອງເສດຖະກິດ. /
( ຂ່າວສານ ຮສສ)
ຂ່າວສານອື່ນໆ
- ສະຫະພັນກຳມະບານ ກະຊວງ ຮສສ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ V. (23-12-2019, 13:04)
- ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບທູດອາເມລິກາ ເຂົ້າຢ້ຽມອຳລາ. (08-01-2020, 11:39)
- ສະຫະລັດອາເມລິກາສະໜັບສະໜູນແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ 6ແຂວງໃນລາວ. (21-01-2020, 14:47)
- ແຮງງານລາວໄດ້ຮັບການພັດທະນາສີມືແຮງງານທັງໝົດ 75.769 ຄົນ. (28-01-2020, 15:32)
- ສະຫາຍ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ກຽດໂອລົມ ສະມາຊິກພັກ-ພະນັກງານ ກົມກວດກາ (13-05-2020, 11:10)
- ສປປ ລາວ ສະເໜີອົງການແຮງງານສາກົນຊວ່ຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19. (14-05-2020, 15:14)
- ພາລະບົດບາດການຄຸ້ມຄອງແຮງງານໄລຍະຜ່ານມາກໍ່ຄືການຈັດຕັ້້ງປະຕິບັດຊ່ວງການແພ່ລະບາດພະຍາດ Covid -19 (15-05-2020, 15:23)
- ອົງການ KOICA ມອບອຸປະກອນການແພດ ແລະ ເຄື່ອງບໍລິໂພກໃຫ້ແກ່ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ. (18-05-2020, 16:10)
- ລັດຖະມົນຕີແຮງງານອາຊຽນ ຮັບຮອງເອົາ 9 ບັນຫາ ແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານ. (19-05-2020, 15:57)
- ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ໜວ່ຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ຄັ້ງທີVI. (20-05-2020, 16:49)
- ລັດກຳເລັ່ງດຳເນີນກົນໄກການຈັດຫາງານໃຫ້ກັບແຮງງານທີ່ຕົກວຽກ (21-05-2020, 14:10)
- ປະກາດການຈັດຕັ້ງ ແລະ ມອບຮັບ ຫົວໜ້າອົງການປະກັນສັຄົມແຫ່ງຊາດຄົນໃໝ່. (03-06-2020, 16:51)
- ກະຊວງແຮງງານມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ກະຊວງ ສຶກສາທິການ ແລະ ກິລາ ນຳໄປແຈກຢາຍໃຫ້ໂຮງຮຽນຂາດເຂີນ. (04-06-2020, 15:35)
- ກະຊວງ ຮສສ ລະດົມຄວາມຄິດຕໍ່ເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (04-06-2020, 15:59)
- ກອງປະຊຸມຄົບຄະນະພັກເປີດກວ້າງ ຄັ້ງທີ 7 ສະໄຫມທີ Vອົງຄະນະພັກຮສສ. (05-06-2020, 12:28)