ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ກະ​ຊວງ​ ຮສສ ກັບ ແຂວງ​ຈຳ​ປາ​ສັກ ຮ່ວມ​ມື ວຽກ​ງານແຮງ​ງານ ແລະສະ​ຫວັດ​ດີ​ການ​ສັງ​ຄົມ ແບບຈຸດສຸມ

13-12-2022, 13:23 1046

ພິທີລົງນາມ ບົດບັນທືກການ​ຮ່ວມ​ມື ດ້ານວຽກ​ງານແຮງ​ງານ ແລະສະ​ຫວັດ​ດີ​ການ​ສັງ​ຄົມ ລະ​ຫວ່າງ ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ກັບ ແຂວງ​ຈຳ​ປາ​ສັກ ໄດ້ຈັດຂື້ນ ໃນຕອນບ່າຍວັນທີ 13 ພຶດສະພາ 2022. ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ນະຄອນຫຼວງວຽງຈັນ. ຕາງໜ້າໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງນາມໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ແຂວງຈຳປາສັກ ແມ່ນລົງນາມໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ. ມີ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ບົດບັນທຶກສະບັບນີ້, ສອງຝ່າຍແມ່ນໄດ້ກຳນົດ ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື ຄື: ຈະຮ່ວມ​ມື​ກັນ ສ້າງໂຄງລ່າງພື້ນຖານເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ການພັດທະນາສີມືແຮງງານ ໂດຍການມີສ່ວນຮ່ວມຂອງ ພາກລັດ, ພາກເອກະຊົນ, ຫົວຫນ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆໃຫ້ມີຄວາມກົມກຽວກັນຫລາຍຂື້ນ; ຊຸກ​ຍູ້ສະ​ຖາ​ບັນ​ພັດ​ທະ​ນາ​ສີ​ມື​ແຮງ​ງານ, ຫົວ​ໜ່ວຍ​ທຸ​ລະ​ກິດ, ຫົວຫນ່ວຍແຮງງານໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການພັດທະນາສີມືແຮງງານໃຫ້ໄດ້ 4.450 ຄົນ ເພື່ອ​ສະ​ຫນອງ​ຕາມ​ຄວາມຕ້ອງການຂອງຂະແໜງການເສດຖະກິດກໍຄືຕະຫຼາດແຮງງານພາຍໃນ​ແຂວງ​ຈຳ​ປາ​ສັກ; ປັບປຸງ​ລະ​ບົບ​ການຈັດຫາງານ ໂດຍຂະຫຍາຍຕາໜ່າງການບໍລິການຈັດຫາງານ ແລະ ສົ່ງເສີມການມີວຽກເຮັດງານທຳພາຍ​ໃນໃຫ້ໄດ້ 9.450 ຄົນ ແລະ ຈັດ​ສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ຖືກ​ຕ້ອງ ໃຫ້​ໄດ້ 5.000 ຄົນ; ເພີ່​ມ​ທະ​ວີ​ການ​ຄຸ້ມ​ຄອງແຮງງານ ຫຼື ຄົນຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ລາວກໍ່​ຄື​ແຂວງ​ຈຳ​ປາ​ສັກໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ບົ້ນ​ພື້ນ​ຖານຄວາມຕ້ອງການຂອງ​ຂອງ​ຕະ​ຫລາ​ດ​ແຮງ​ງານແລະສາຂາອາຊີບທີ່ຈຳເປັນແລະການ​ຄຸ້ມ​ຄອງ​ການ​ເຄື່ອນ​ຍ້າຍຂອງ​ແຮງ​ງານ​ລາວທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ແບບ​ຜິດ​ກົດ​ໝາຍ; ສົ່ງ​ເສີມການແກ້ໄຂຂໍ້ຂັດແຍ່ງແຮງງານ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານເພດຍິງ, ແຮງງານໄວໜຸ່ມ, ແຮງງານເດັກ, ຜູ້ພິການ, ຜູ້ດ້ອຍໂອກາດອື່ນໆຕາມ​ກົດ​ໝາຍແລະລະ​ບຽບ​ການ; ຕັ້ງ​ໜ້າ​ໂຄ​ສະ​ນາ ແລະ ປຸ​ກ​ລະ​ດົມ​ໃຫ້​ຫົວ​ໜ່ວຍ​ແຮງ​ງານ, ໂຄງ​ການ​ລົງ​ທຶນ​ຕ່າງໆ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈ ເຂົ້າລະບົບປະກັນສັງຄົມໃໝ່ໃຫ້​ໄດ້ 3.000 ຄົນ, ພ້ອມທັງ​ປະ​ສານ​ສົມ​ທົບ​ກັບ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກປັບ​ປຸງ​ຄຸນ​ນະ​ພາບ​ການ​ໃຫ້​ບໍ​ລິ​ການ​ປີ່ນ​ປົວ​ສຸ​ຂະ​ພາບ​ເພື່ອ​ສ້າງ​ຄວາມ​ທັບ​ໃຈໃຫ້ແກ່​ຜູ້​ປະ​ກັນ​ຕົນແລະຜູ້​ເກີດ​ສິດດີກວ່າ​ເກົ່າ. ກະ​ຊວງ ຮສສ ແລະ ແຂວງຈຳປາສັກ ເອົາ​ໃຈ​ໃສ່ຈັດ​ສັນ​ງົບ​ປະ​ມານ​ແຕ່​ລະ​ປີ ເພື່ອປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່ຜູ້ມີຜົນງານ ຄຸນງາມ ຄວາມດີ ໃນພາລະກິດການປະຕິວັດຊາດປະຊາທິປະໄຕໃນ 5 ເປົ້າ​ໝາຍ ໃຫ້​ໄດ້​ 1.140 ທ່ານ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນໃນ​ການພັດທະນາວຽກງານສັງຄົມສົງເຄາະ, ວຽກງານຄຸ້ມຄອງໄພພິບັດ ແລະ ຂະ​ຫຍາຍຕາໜ່າງປົກປ້ອງເດັກໃຫ້​ໄດ້ 50 ບ້ານ ຕາມ​ພາ​ລະ​ບົດ​ບາດ, ໜ້​າທີ່ແລະຂອບ​ເຂດ​ສິດທີ່​ນີ​ຕິ​ກຳ​ແຕ່​ລະ​ວຽກ​ໄດ້​ກຳ​ນົດ​ໄວ້​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ ແລະ ມີປະສິດທິຜົນ. ແລະ ຮ່ວມ​ກັນ​ລະ​ດົມ​ທຶນ​ມາເກັບກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃຫ້​​​ໄດ້ 2.865 ເຮັກ​ຕາ, ເອົາ​ໃຈ​ໃສ່​ໂຄ​ສະ​ນາ​ເຜີບ​ແຜ່​ເຕືອນ​ສະ​ຕິ​ປະ​ຊາ​ຊົນ​ກ່ຽວ​ກັບ​ຄວາມ​ສ່ຽງ​ໄພ​ອັນ​ຕະ​ລາຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ໃຫ້​ໄດ້ 250 ບ້ານ.
( ຂ່າວສານຮສສ)

ຂ່າວສານອື່ນໆ